ບັນດາຜູ້ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ໄດ້ຫັນຈຸດເພັ່ງເລັງຂອງພວກເພິ່ນ ໄປໃສ່ການແຂ່ງຂັນເປັນຜູ້ຖືກສະເໜີຊື່ຂອງພັກສອງຄັ້ງໃນຕໍ່ໄປທີ່ລັດ ເນວາດາ ແລະ ລັດ ຄາໂຣໄລນາໃຕ້. ໃນການແຂ່ງຂັນຢ່າງຕໍ່ເນື່ອງເພື່ອເລືອກຜູ້ຖືກສະເໜີຊື່ຂອງພັກ ໄປປະເຊີນໜ້າກັບປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ຢູ່ການເລືອກຕັ້ງແຫ່ງຊາດ ໃນເດືອນພະຈິກນີ້.
ໃນລັດເນວາດາ ແລະ ຄາໂຣໄລນາໃຕ້ ນັ້ນ, ບັນດາຜູ້ລົງແຂ່ງຂັນສັງກັດພັກເດໂມແຄຣັດ ຈະປະເຊີນກັບເຂດເລືອກຕັ້ງທີ່ມີເຊື້ອຊາດທີ່ຫຼາກຫຼາຍກວ່າການແຂ່ງຂັນສະເໜີຊື່ຄັ້ງທຳອິດໃນເດືອນນີ້ທີ່ລັດ ໄອໂອວາ ແລະ ນິວ ແຮມເຊີ ເຊິ່ງຄົນສ່ວນໃຫຍ່ເປັນຄົນຜິວຂາວ.
ບັນດາຜູ້ລົງຄະແນນສຽງອາເມຣິກັນເຊື້ອສາຍ ອາເມຣິກາ ລາຕິນ ແລະ ອາຟຣິກາ ໄດ້ປະກອບເປັນເຂດເລືອກຕັ້ງທີ່ມີຂະໜາດໃຫຍ່ພໍສົມຄວນໃນລັດເນວາດາ, ເຊິ່ງແມ່ນບ້ານຂອງສະຖານທີ່ການພະນັນ ລາສ ເວກັສ ທີ່ໃຫຍ່ທີ່ສຸດຂອງປະເທດ ແລະ ຄົນຜິວດຳຄອບງຳຜູ້ມີສິດລົງຄະແນນສຽງ ສຳລັບພັກເດໂມແຄຣັດ ໃນລັດ ຄາໂຣໄລນາໃຕ້.
ປັດຈຸບັນນີ້ມີຄະນະຜູ້ແທນຈຳນວນພຽງເລັກນ້ອຍເທົ່ານັ້ນ ທີ່ຖືກເລືອກໃນກອງປະຊຸມສະເໜີຊື່ແຫ່ງຊາດຂອງພັກເດໂມແຄຣັດໃນເດືອນກໍລະກົດ. ແຕ່ການເລືອກຕັ້ງໃນລັດ ເນວາດາ, ວັນທີ 22 ກຸມພາ ແລະ ນຶ່ງອາທິດຖັດໄປໃນລັດຄາໂຣໄລນາໃຕ້ ນັ້ນ ອາດຕັດບັດດາຜູ້ລົງແຂ່ງຂັນທີ່ມີຈຳນວນຫຼວງຫຼາຍລົງ ແລະ ໃນເວລາດຽວກັນຈະມີອິດທິພົນຢ່າງຫຼວງຫຼາຍ ຕໍ່ການລົງຄະແນນສຽງໃນວັນທີ 3 ມີນາ, ທີ່ເອີ້ນວ່າ Super Tuesday, ເມື່ອ 14 ລັດ ຈະທຳການປ່ອນບັດ, ພ້ອມດ້ວຍຄະແນນສຽງຈາກຄະນະກຳມະການເລືອກຕັ້ງເປັນເດີມພັນ.
ສະມາຊິກສະພາສູງຈາກລັດ ເວີມັອນ ທ່ານ ເບີນີ ແຊນເດີສ໌, ຜູ້ທີ່ໄດ້ປະກາດຕົນເອງວ່າເປັນນັກສັງຄົມນິຍົມປະຊາທິປະໄຕນັ້ນ, ໄດ້ຊະນະການເລືອກຕັ້ງຂັ້ນຕົ້ນຂອງພັກທີ່ລັດ ນິວ ແຮມເຊີ ໃນວັນອັງຄານທີ່ຜ່ານມາ ເອົາຊະນະຢ່າງຫວຸດຫວິດ ສະມາຊິກພັກເດໂມແຄຣັດ ທີ່ມີແນວທາງປານກາງກວ່າຄື, ອະດີດເຈົ້າເມືອງ ຊ້າວ ເບັນ, ລັດອິນເດຍນາ ທ່ານ ພີດ ບູຕິເຈຈ, ເຊິ່ງແມ່ນຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທີ່ເປັນຄົນຮັກຮ່ວມເພດຢ່າງເປີດເຜີຍຄົນທຳອິດ. ສະມາຊິກສະພາສູງຈາກລັດ ມິນເນໂຊຕ້າ ທ່ານາງ ເອມີ ໂຄລບູຈາ ໄດ້ອັນດັບສາມ ຫຼັງຈາກຜົນການການໂຕ້ວາທີທີ່ເຂັ້ມແຂງໃນອາທິດທີ່ຜ່ານມາ ແລະ ໄດ້ເຮັດໃຫ້ທ່ານນາງເອງເຂົ້າໃນການແຂ່ງຂັນ ໃນຖານະທີ່ເປັນທາງເລືອກອື່ນທີ່ມີແນວທາງປານກາງກວ່າທ່ານ ແຊນເດີສ໌ ຫຼື ສະມາຊິກສະພາສູງຈາກລັດ ແມສຊາຈູເຊັດສ໌ ທ່ານນາງ ເອລິຊາເບັດ ວໍເຣັນ, ອະດີດອາຈານສອນໂຮງຮຽນກົດໝາຍ ຮາເຫວີດ, ຜູ້ທີ່ໄດ້ຈົບການແຂ່ງຂັນຢູ່ອັນດັບສີ່.
ຜູ້ແຂ່ງຂັນອັນດັບທີຫ້າ, ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ, ໄດ້ປະສົບຄວາມຫຍຸ້ງຍາກ ໃນການແຂ່ງຂັນສະເໜີຊື່ເປັນຄັ້ງທີສອງລຽນຕິດ, ຈົບທີ່ອັນດັບທີ 5 ໃນລັດ ນິວ ແຮມເຊີ ຫຼັງຈາກໄດ້ອັນດັບທີ 4 ໃນລັດ ໄອໂອວາ. ເປັນເວລາຫຼາຍເດືອນແລ້ວ, ທີ່ທ່ານ ໄບເດັນ ໄດ້ມີຄະແນນນຳໜ້າໃນການຢັ່ງຫາງສຽງແຫ່ງຊາດ ແລະ ໄດ້ອ້າງຕົນເອງວ່າ ເປັນສະມາຊິກພັກເດໂມແຄຣັດ ທີ່ມີໂອກາດດີ ທີ່ສຸດທີ່ຈະເອົາຊະນະທ່ານ ທຣຳ ໄດ້.