ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ເວົ້າ​ວ່າ ທ່ານ ແຊນ​ເດີ​ີ​ຣ໌​ສ ສູ້​ທ່ານ ທ​ຣຳ ບໍ່​ໄດ້


ບັນ​ດາ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຢືນ​ຢູ່​ເທິງ​ເວ​ທີ ການ​ໂຕ້​ວາ​ທີ​ໃນ​ເມືອງ ຊາ​ລ​ສ​ຕັນ, ລັດ ຄາ​ໂຣ​ໄລ​ນາ​ໃຕ້.
ບັນ​ດາ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຢືນ​ຢູ່​ເທິງ​ເວ​ທີ ການ​ໂຕ້​ວາ​ທີ​ໃນ​ເມືອງ ຊາ​ລ​ສ​ຕັນ, ລັດ ຄາ​ໂຣ​ໄລ​ນາ​ໃຕ້.

ບັນ​ດາ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ແນ​ເປົ້າ​ໃສ່​ຜູ້​ມີ​ຄະ​ແນນ​ນຳ​ໜ້າ​ທ່ານ ເບີ​ນີ ແຊນ​ເດີ​ຣ໌​ສ ໃນ​ການ​ໂຕ້​ວາ​ທີ​ທີ່​ມີ​ສຽງ​ດັງ​ອຶກ​ກະ​ທຶກ​ໃນ​ຄືນ​ວັນ​ອັງ​ຄານ​ວານນີ້, ໂດຍ​ໂຕ້​ແຍ້ງວ່າ ຜູ້​ທີ່​ປະ​ກາດ​ຕົນ​ເອງ​ເປັນ​ນັກ​ສັງ​ຄົມ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕນັ້ນ ​ຈະ​ຜ່າຍ​ແພ້​ໃຫ້​ປະ​ທ​າ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ ໃນ​ການ​ເດືອນ​ເລືອກ​ເດືອນ​ພະ​ຈິກນີ້ ຖ້າ​ທ່ານ​ຖືກ​ເລືອກ​ເປັນ​ຕົວ​ແທນ​ຕາງ​ໜ້າ​ຂອງ​ພັກ.

ອະ​ດີດ​ເຈົ້າ​ຄອງ​ນະ​ຄອນ ນິວຢອກ ທ່ານ ໄມ​ເກິ​ລ ບ​ລູມ​ເບີກ ໄດ້​ກ່າວ​ໃນ​ການ​ໂຕ້​ວາ​ທີ​ປະ​ທາ​ນາ​ທິ​ບໍ​ດີຄັ້ງ​ທີ 10 ຂອງ​ພັກ​ເດ​ໂມ​ແຄ​ຣັດ ຢູ່​ເວ​ທີ​ໃນ​ເມືອງ ຊາ​ລ​ສ​ຕັນ, ລັດ ຄາ​ໂຣ​ໄລ​ນາໃຕ້, ສີ່​ວັນ​ກ່ອນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ປະ​ທາ​ນາ​ທິ​ບໍ​ດີ ຄັ້ງ​ສຳ​ຄັນ​ ໃນ​ລັດ​ທີ່​ຕັ້ງ​ຢູ່​ພາກ​ໃຕ້​ໃນ​ວັນ​ເສົາ​ນີ້​ວ່າ “ທ່ານ ເບີ​ນີ ຈະ​ເສຍ​ໃຫ້​ທ່ານ ດໍ​ໂນ​ລ ທ​ຣຳ, ແລະ ສະ​ພາ​ຕ່ຳ ກັບ ສະ​ພາ​ສູງ​ຈະ​ກັບ​ຄືນ​ໄປ​ເປັນ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ.”

ທ່ານ ແຊນ​ເດີ​ສ໌ ໄດ້​ໂຕ້​ກັບ​ວ່າ ການ​ສຳ​ຫຼວດ​ທົ່ວ​ປະ​ເທດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ການ​ແຂ່ງ​ຂັນ​ສົມ​ມຸດ​ຖານ 50 ຄັ້ງ​ທີ່​ຜ່ານ​ມາ​ກັບ​ທ່ານ ທ​ຣຳ ນັ້ນ, ທ່ານໄດ້​ຊະ​ນະ​ທ່ານ ທ​ຣຳ 47 ຄັ້ງ.

ແຕ່​ທ່ານ ບ​ລູມ​ເບີກ ໄດ້​ຕອບ​ຄືນ​, ດ້ວຍ​ການ​ແນມ​ເບິ່ງ​ທ່ານ ແຊນ​ເດີ​ສ໌ ໂດຍ​ກົງ​ນັ້ນວ່າ, “ພວກ​ທ່ານ​ຈິນ​ຕະ​ນາ​ການ ​ສະ​ມາ​ຊິກ​ຣີ​ພັບ​ບ​ລີ​ກັນ​ຫົວ​ປານ​ກາງ​ຈະ​ລົງ​ຄະ​ແນນ​ສຽງ​ໃຫ້​ລາວ​ຢູ່​ຫວາ?”

ຜູ້​ລົງ​ແຂ່ງ​ຂັນ​ອີກ​ທ່ານ​ນຶ່ງຄື, ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌ ທ່ານ​ນາງ ເອ​ລິ​ຊາ​ເບັດ ວໍ​ເຣັນ, ເຊິ່ງ​ແມ່ນ​ພັນ​ທະ​ມິດ​ຂອງ​ທ່ານ ແຊນ​ເດີຣ໌​ສ ມາ​ດົນ​ນານ​ນັ້ນ, ໄດ້​ໂຕ້​ແຍ້ງວ່າ, “ຂ້າ​ພະ​ເຈົ້າ​ຈະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ດີກວ່າ​ທ່ານ ເບີ​ນີ,” ໂດຍ​ເວົ້າ​ວ່າ ເພິ່ນ​ສາ​ມາດ​ພັດ​ທະ​ນາ​ເປົ້າ​ໝາຍ​ນະ​ໂຍ​ບາຍ​ຫົວ​ກ້າວ​ໜ້າ​ຕ່າງໆ​ທີ່​ເຂົາ​ເຈົ້າ​ແລກ​ປ່ຽນ​ກັນ ແລະ ທ່ານ ເບີ​ນີ ຈະ​ບໍ່​ສາ​ມາດ​ເຮັດ​ໄດ້.

ບັນ​ດາ​ຄູ່​ແຂ່ງ​ຂອງ​ທ່ານ ແຊນ​ເດີ​ສ໌ ໄດ້​ທຳ​ການ​ໂຈມ​ຕີ​ແລ້ວ​ໂຈມ​ຕີ​ອີກ​ໃສ່​ສະ​ມາ​ຊິກ​ສະ​ພາ​ສູງ​ອາ​ຍຸ 78 ປີ​ນັ້ນ, ​ຕໍ່​ວ່າ​ທ່ານ ​ໃນ​ການ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ປະ​ກັນ​ສຸ​ຂະ​ພາບ​ຂອງ​ລັດ​ຖະ​ບານ ​ທີ່​ອາດ​ມີ​ຄ່າ​ໃຊ້​ຈ່າຍ ຫົກ​ສິບ​ພັນ​ຕື້​ໂດລາ​ໃນ​ນຶ່ງ​ທົດ​ສະ​ວັດ ແລະ ສິ້ນ​ສຸດ​ແຜນ​ການ​ປະ​ກັນ​ໄພ​ເອ​ກະ​ຊົນ​ທີ່​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ 160 ລ້ານ​ຄົນ​ໃຊ້ ເພື່ອ​ຊ່ວຍ​ຈ່າຍ​ຄ່າ​ປິ່ນ​ປົວ​ສຸ​ຂະ​ພາບ​ຂອງ​ເຂົາ​ເຈົ້າ. ພວກ​ເພິ່ນ​ຍັງ​ໄດ້​ໂຈມ​ຕີ​ທ່ານ ແຊນ​ເດີ​ສ໌ ສຳ​ລັບ​ການ​ຄັດ​ຄ້ານ​ຮ່າງ​ກົດ​ໝາຍ​ຕ່າງໆ​ໃນ​ລັດ​ຖະ​ສະ​ພາ ​ທີ່​ຈະ​ເຮັດ​ໃຫ້​ຜູ້​ຜະ​ລິດ​ປືນ​ເປັນ​ຜູ້​ຮັບ​ຜິດ​ຊອບ​ ສຳ​ລັບ​ຄວາມ​ຮຸນ​ແຮງ​ຈາກ​ປືນ​ໃນ ສະ​ຫະ​ລັດ.

ທ່ານ ແຊນ​ເດີ​ສ໌ ໄດ້​ກ່າວ​ປ້ອງ​ກັນ​ແຜນ​ການ “ປະ​ກັນ​ສຸ​ຂະ​ພາບ​ສຳ​ລັບ​ທຸກ​ຄົນ ຫຼື Medicare for All” ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ທ່ານ​ວ່າ ມັນ​ຈະ​ຕັດ​ຄ່າ​ໃຊ້​ຈ່າຍ​ປະ​ກັນ​ສຸ​ຂະ​ພາ​ບຂອງ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຫຼາຍ​ລ້ານ​ຄົນ​ລົງ. ທ່ານ​ໄດ້​ຍອມ​ຮັບ​ວ່າ ການ​ລົງ​ຄະ​ແນນ​ສຽງ​ໃຫ້​ກົດ​ໝາຍ ກ່ຽວ​ກັບ ປືນ “ແມ່ນ​ການ​ລົງ​ຄະ​ແນນ​ສຽງ​ທີ່ບໍ່​ດີ.”

ທ່ານ ແຊນ​ເດີ​ຣ໌​ສ, ເຊິ່ງ​ແມ່ນ​ສະ​ມາ​ຊິກ​ສະ​ພາ​ສູງ​ເປັນ​ເວ​ລາ​ດົນ​ນານ​ຈາກ​ລັດ ເວີ​ມັອນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ສະ​ຫະ​ລັດ ນັ້ນ, ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ສຸດ​ຂອງ​ການ​ຢັ່ງ​ຫາງ​ສຽງ​ແຫ່ງ​ຊາດ​ ຂອງ​ບັນ​ດາ​ຜູ້​ປ່ອນ​ບັດ​ພັກ​ເດ​ໂມ​ແຄ​ຣັດ, ແຕ່​ບັນ​ດາ​ຄູ່​ແຂ່ງ​ຂອ​ງ​ທ່ານ​ສຳ​ລັບ​ກາ​ນ​ຖືກ​ສະ​ເໜີ​ຊື່​ຕາງ​ໜ້າ​ໃຫ້​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າ​ວ​ວ່າ ທ່ານກ້າວບໍ່​ທັນ​ກັບ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ ອາ​ເມ​ຣິ​ກັນ, ແລະ ຈະ​ທຳ​ລາຍ​ຄວາມ​ຄາດ​ຫວັງ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ໃນ​ການ​ໄດ້​ຊະ​ນະ​ບ່ອນ​ນັ່ງ​ຕ່າງໆ ​ໃນ​ລັດ​ຖະ​ສະ​ພາ​ ໃນ​ເດືອນ​ພະ​ຈິກນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG