ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກພັກເດໂມແຄຣັດ ຍຸຕິການລັກເຈາະ ສາງຂໍ້ມູນ ຜູ້ລົງຄະແນນສຽງ ຂອງຄະນະ ກໍາມະການ ແຫ່ງຊາດ ຂອງພັກ


ຄົນພາກັນຍ່າງອອກຈາກສໍານັກງານຂອງຄະນະກໍາມະການແຫ່ງຊາດຂອງພັກເດໂມແຄຣັດ ຫລື DNC ຂອງສະຫະລັດ ໃນນະຄອນວໍຊິງຕັນ.
ຄົນພາກັນຍ່າງອອກຈາກສໍານັກງານຂອງຄະນະກໍາມະການແຫ່ງຊາດຂອງພັກເດໂມແຄຣັດ ຫລື DNC ຂອງສະຫະລັດ ໃນນະຄອນວໍຊິງຕັນ.

ຄະນະກໍາມະການແຫ່ງຊາດຂອງພັກເດໂມແຄຣັດ ຫລື DNC ໃນສະຫະລັດ ໄດ້ແຈ້ງ
ໃຫ້ ອົງການສັນຕິບານກາງ ຫລື FBI ຊາບວ່າ ຕົນໄດ້ຍຸຕິຄວາມພະຍາຍາມຂອງພວກ
ແຮັກເກີ້ ທີ່ຈະເຈາະເອົາຂໍ້ມູນ ຈາກສາງເກັບຂໍ້ມູນຂອງຜູ້ມີສິດລົງຄະແນນສຽງຂອງຕົນ.

ຢູ່ໃນກອງປະຊຸມທີ່ຈັດຂຶ້ນໃນນະຄອນຊີຄາໂກ, ລັດອີລີນອຍນັ້ນ ທ່ານ ບອບ ລອດ
(Bob Lord) ຫົວໜ້າເຈົ້າໜ້າທີ່ຮັກສາຄວາມປອດໄພຂອງ DNC ໄດ້ກ່າວ ໃຫ້ພວກ
ຜູ້ນໍາຂອງພັກຢູ່ໃນລັດຊາບ ກ່ຽວກັບການດໍາເນີນຄວາມພະຍາ ຍາມດັ່ງກ່າວ.

"ການດໍາເນີນຄວາມພະຍາຍາມນີ້ ເປັນການພິສູດໃຫ້ເຫັນເພີ້ມອີກວ່າ ມີໄພຂົ່ມຂູ່ຢູ່ຕະ
ຫລອດມາ ໃນຂະນະທີ່ພວກເຮົາກ້າວຍັບເຂົ້າໄປເຖິງການເລືອກຕັ້ງ ກາງສະໄໝ, ແລະ
ພວກເຮົາຕ້ອງໄດ້ລະວັງໄພຢູ່ຕະຫລອດເພື່ອປ້ອງກັນບໍ່ໃຫ້ມີການໂຈມຕີໃນອະນາຄົດ,'' ນັ້ນຄືຄໍາເວົ້າຂອງທ່ານລອດ ຢູ່ໃນຖະແຫລງການສະບັບນຶ່ງ.

ການໂຈມຕີດັ່ງກ່າວທີ່ໄດ້ຖືກຄົ້ນພົບໃນວັນຈັນຜ່ານມາໂດຍພວກສິ້ງຊອມເບິ່ງຊຶ່ງເປັນ
ບໍລິສັດຮັກສາຄວາມປອດໄພທາງອິນເຕີແນັດໃຫ້ແກ່ DNC ນັ້ນ ແມ່ນ ຢູ່ໃນແບບເຮັດ
ໜ້າເວັບໄຊປອມໃຫ້ຄົນລົງທະບຽນເຂົ້າໄປໃຊ້ທີ່ມີຈຸດປະສົງໃຫ້ເປັນຄືກັນກັບເວັບໄຊ
ທີ່ໃຫ້ການບໍລິການໃນການໃຊ້ເປັນສາງຂໍ້ມູນ. ມັນມີເຈດຕະນາທີ່ຈະຫລອກລວງຄົນ ໃຫ້ເປີດເຜີຍຂໍ້ມູນສ່ວນຕົວ ເຊັ່ນ ຊື່ຂອງຜູ້ໃຊ້ ແລະລະຫັດລັບໃນການເຂົ້າໄປຫາບັນ
ຊີໃຊ້ອິນເຕີແນັດ ຊຶ່ງເປັນຂັ້ນຕອນທີ່ເອີ້ນວ່າ ການຫລອກລວງທາງອິນເຕີແນັດ.

ການຮັກສາຄວາມປອດໄພທາງອິນເຕີແນັດຂອງພັກເດໂມແຄຣັດ ໄດ້ເປັນບັນຫາ
ມາຕັ້ງແຕ່ສະໄໝການເລືອກຕັ້ງ ປະທານາທິບໍດີ ປີ 2016 ໃນເວລາທີ່ ພວກລັກເຈາະ
ຂໍ້ມູນທີ່ມີການພົວພັນກັບລັດຖະບານຣັດເຊຍ ໄດ້ເຮັດໃຫ້ໜ່ວຍຮັກສາຂໍ້ມູນ ຫລື
servers ຂອງ DNC ຮົ່ວໄຫລ ແລະມີການເປີດເຜີຍການ ສື່ສານພາຍໃນໃຫ້ຄົນ
ທົ່ວໄປຮູ້ໝົດ ຊຶ່ງໄດ້ໝູນໃຊ້ການແຕກແຍກກັນລະຫວ່າງ ຄະນະໂຄສະນາຫາສຽງ
ຂອງທ່ານ ເບີນີ ແຊນເດີສ໌ ແລະຂອງທ່ານນາງຮີລລາຣີ ຄລິນຕັນ ໃນຂະນະທີ່ພວກ
ສະໝັກເລືອກຕັ້ງກຳລັງແຂ່ງຂັນກັນໃຫ້ໄດ້ຮັບການແຕ່ງຕັ້ງເປັນຜູ້ສະໝັກປະທາ
ນາທິບໍດີຈາກພັກເດໂມແຄຣັດ. ສ່ວນຣັດເຊຍ ໄດ້ປະຕິເສດຄັ້ງແລ້ວຄັ້ງເລົ່າ ວ່າ
ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG