ຜູ້ນຳພັກເດໂມແຄຣັດຢູ່ສະພາສູງ, ທ່ານ ຈຊັກ ຊຸມເມີ (Chuck Schumer) ແລະປະທານສະພາຕ່ຳ, ທ່ານນາງ ແນນຊີ ເປໂລຊີ (Nancy Pelosi) ເວົ້າວ່າ ການສະຫລຸບຂອງທ່ານ ວິລລຽມ ບາ, ລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບບົດລາຍງານຂອງໄອຍະການພິເສດ ໂຣເບີດ ມັລເລີ ບໍ່ໄດ້ເວົ້າເຖິງຜົນຂອງການສືບສວນ ຕາມທີ່ເວົ້າຢູ່ໃນບົດລາຍງານ ຢ່າງຖືກຕ້ອງ.
ທ່ານ ຊຸມເມີ ແລະ ທ່ານນາງ ເປໂລຊີ ໄດ້ອອກຖະແຫລງການສະບັບນຶ່ງໃນວັນພະຫັດວານນີ້ ໂດຍເວົ້າວ່າ "ມີຄວາມແຕກຕ່າງກັນຢ່າງຫລວງຫລາຍ ລະຫວ່າງ ສິ່ງທີ່ລັດຖະມົນຕີ ບາ ເວົ້າກ່ຽວກັບການຂັດຂວາງຂະບວນຍຸຕິທຳ ກັບສິ່ງທີ່ໄອຍະການພິເສດມັລເລີເວົ້າກ່ຽວກັບການຂັດຂວາງຂະບວນຍຸຕິທຳ.”
ພວກເພິ່ນກ່າວຕໍ່ໄປວ່າ "ໃນຂະນະທີ່ພວກເຮົາສືບຕໍ່ທົບທວນບົດລາຍງານຢູ່ນີ້ ມີສິ່ງນຶ່ງທີ່ເຫັນໄດ້ຢ່າງຈະແຈ້ງກໍຄື ລັດຖະມົນຕີ ບາ ໄດ້ນຳເອົາການສະຫລຸບວ່າ ປະທານາທິບໍດີບໍ່ໄດ້ຂັດຂວາງຂະບວນຍຸຕິທຳ ມາສະເໜີໃຫ້ຄົນຟັງ ໃນຂະນະທີ່ບົດລາຍງານຂອງທ່ານມັລເລີ ປາກົດວ່າ ບໍ່ກົງກັນກັບຂໍ້ສະຫລຸບທີ່ເຫັນວ່າເປັນເຊັ່ນນັ້ນ."
ໃນຂະນະດຽວກັນ, ທ່ານ ແຈຣີ ແນດເລີ (Jerry Nadler), ປະທານຄະນະກຳມະການຕຸລາການຂອງສະພາຕ່ຳ ໄດ້ປະກາດວ່າ ທ່ານກຳລັງຫາທາງໃຫ້ທ່ານ ມັລເລີໄປໃຫ້ການໂດຍໄວເທົ່າທີ່ຈະໄວໄດ້ ແລະບໍ່ໃຫ້ກາຍວັນທີ 23 ພຶດສະພາ.
ທ່ານແນດເລີ (Nadler) ໄດ້ເປີດເຜີຍພາບຖ່າຍຂອງຈົດໝາຍທີ່ເພິ່ນສົ່ງຫາທ່ານ ມັລເລີ ເພື່ອຂໍໃຫ້ໄອຍະການພິເສດໄປປາກົດໂຕ ລົງໃນທວີດເຕີ.
ທ່ານແນດເລີ ຂຽນໃນທວີດເຕີວ່າ "ເປັນສິ່ງທີ່ຈະແຈ້ງແລ້ວວ່າ ລັດຖະສະພາ ແລະ ປະຊາຊົນອາເມຣິກັນ ຕ້ອງໄດ້ຍິນຈາກປາກຂອງໄອຍະການພິເສດ ໂຣເບີດ ມັລເລີເອງ ຈຶ່ງຈະເຂົ້າໃຈໄດ້ຫລາຍຂຶ້ນ ກ່ຽວກັບສິ່ງທີ່ທ່ານໄດ້ຄົ້ນພົບໃນການສືບສວນ.
ຄຳຮ້ອງຂໍຂອງທ່ານ ແນດເລີ ມີຂຶ້ນບໍ່ພໍເທົ່າໃດອາທິດ ພາຍຫລັງທີ່ມີການຮ້ອງຂໍຂອງສະມາຊິກພັກເດໂມແຄຣັດວ່າ ໃຫ້ເປີດເຜີຍບົດລາຍງານທັງໝົດ ຂອງ ທ່ານມັລເລີ ໂດຍບໍ່ມີການຕັດສ່ວນໃດອອກ. ບົດລາຍງານສະບັບ ທີ່ມີການຕັດບາງສ່ວນອອກ ໄດ້ຖືກເຜີຍແຜ່ອອກມາ ໃນຕອນເຊົ້າຂອງວັນພະຫັດວານນີ້.