ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ສັງກັດພັກເດໂມແຄຣັດບາງທ່ານ ຕ້ອງຕິທ່ານໄບເດັນ ຫຼັງຈາກເອກະສານລັບ ໄດ້ຖືກພົບເຫັນຕື່ມອີກ


ແຟ້ມພາບ - ສະມາຊິກສະພາສູງ ທ່ານດິກ ເດີບິນ ສັງກັດພັກເດໂມແຄຣັດ ຈາກລັດອີລລີນອຍ ກ່າວຢູ່ທີ່ການພິຈາລະນາຮັບຟັງຄຳໃຫ້ການ ໃນການຮັບຮອງເອົາ ຜູ້ທີ່ຖືກສະເໜີຊື່ໃຫ້ເປັນຜູ້ພິພາກສາສານສູງສຸດ ທ່ານນາງ ເຄທານຈີ ບຣາວນ໌ ແຈັກສັນ (Ketanji Brown Jackson), ຢູ່ທີ່ລັດຖະສະພາ ຫຼື Capitol Hill, ວັນທີ 22 ມີນາ 2022.
ແຟ້ມພາບ - ສະມາຊິກສະພາສູງ ທ່ານດິກ ເດີບິນ ສັງກັດພັກເດໂມແຄຣັດ ຈາກລັດອີລລີນອຍ ກ່າວຢູ່ທີ່ການພິຈາລະນາຮັບຟັງຄຳໃຫ້ການ ໃນການຮັບຮອງເອົາ ຜູ້ທີ່ຖືກສະເໜີຊື່ໃຫ້ເປັນຜູ້ພິພາກສາສານສູງສຸດ ທ່ານນາງ ເຄທານຈີ ບຣາວນ໌ ແຈັກສັນ (Ketanji Brown Jackson), ຢູ່ທີ່ລັດຖະສະພາ ຫຼື Capitol Hill, ວັນທີ 22 ມີນາ 2022.

ສະມາຊິກສະພາສັງກັດພັກເດໂມແຄຣັດຈຳນວນນຶ່ງ ໃນວັນອາທິດວານນີ້ ໄດ້ສະແດງຄວາມເຫັນ ຕ້ອງຕິຕໍ່ການກຳກັບນຳເອກະສານທັງຫຼາຍຂອງປະທານາ ທິບໍດີໂຈ ໄບເດັນ ຫຼັງຈາກທີ່ໄດ້ມີການຄົ້ນພົບເອກະສານທີ່ຖືກໝາຍເປັນເອ​ກະ​ສານລັບ ຄັ້ງຫຼ້າສຸດ.

ສະມາຊິກສະພາສູງ ທ່ານດິກ ເດີບິນ ທີ່ໃຫ້ສຳພາດ ກັບອົງການຂ່າວ CNN ໃນລາຍການ “State of the Union” ໄດ້ກ່າວວ່າ ທ່ານໄບເດັນຄວນ “ອັບອາຍໂດຍສະຖານະການດັ່ງກ່າວ.”

ທ່ານເດີບິນ ໄດ້ກ່າວວ່າ ໃນຂະນະທີ່ທັງ ທ່ານໄບເດັນ ຫຼື ອະດີດປະທານາທິ ບໍດີ ດໍໂນລ ທຣຳ ຄວນມີເອກະສານລັບໃນການຄອບຄອງ “ສິ່ງທີ່ໄດ້ເກີດຂຶ້ນ ແລະລຸນຫຼັງຈາກນັ້ນ ມັນເປັນເລື້ອງທີ່ແຕກຕ່າງກັນ ຢ່າງຫຼວງຫຼາຍ.”

ທະນາຍຄວາມຂອງທ່ານໄບເດັນ ໄດ້ກ່າວໃນວັນເສົາຜ່ານມານີ້ ວ່າ ອົງການສັນ ຕິບານກາງ FBI ໄດ້ນຳເອົາເອກະສານຫົກສະບັບ ທີ່ຖືກໝາຍ ເປັນເອ​ກະ​ສານລັບ ຈາກບ້ານພັກຂອງທ່ານໄບເດັນ ພາຍຫຼັງທີ່ກ່ອນໜ້ານີ້ ເອກະສານລັບ ຈຳນວນນຶ່ງທີ່ລົງວັນທີ ໃນສະໄໝທ່ານໄບເດັນ ເປັນຮອງປະທານາທິບໍດີ ໄດ້ຖືກພົບເຫັນຢູ່ທີ່ ສູນກາງ Penn Biden ໃນນະຄອນຫຼວງວໍຊິງຕັນ ຊຶ່ງເປັນຫ້ອງການຂອງທ່ານ ໃນເມື່ອກ່ອນນັ້ນ.

ກະຊວງຍຸຕິທຳ ກ່າວວ່າ ທ່ານທຣຳ ໄດ້ເອົາເອກະສານຫຼາຍຮ້ອຍສະບັບ ທີ່ໄດ້ຖືກໝາຍເປັນເອ​ກະ​ສານລັບ ຫຼັງຈາກທີ່ທ່່ານໄດ້ສິ້ນສຸດສະໄໝ ການດຳລົງຕຳແໜ່ງ ໃນປີ 2021 ແລະຕົນໄດ້ຮັບໝາຍຄົ້ນເພື່ອນຳເອົາເອກະສານເຫຼົ່ານັ້ນ ກັບຄືນມາ ຫຼັງຈາກທີ່ທ່ານທຣຳ ຄັດຂືນຕໍ່ການຮຽກຮ້ອງເພື່ອໃຫ້ສົ່ງເອກະສານເຫຼົ່ານັ້ນ ຄືນໃຫ້ລັດຖະບານ.

ທ່ານເດີບິນ ໄດ້ກ່າວໃນວັນອາທິດວານນີ້ ວ່າ “ມັນເປັນເລື້ອງທີ່ໜ້າອັບອາຍຢ່າງຍິ່ງທີ່ທັງສອງຢ່າງນີ້ໄດ້ເກີດຂຶ້ນ.” ທ່ານກ່າວຕໍ່ໄປວ່າ “ແຕ່ການສະແດງປະຕິກິລິຍາໂດຍອະດີດປະທານາທິບໍດີ ແລະປະທານາທິບໍດີ ຄົນປັດຈຸບັນ ແມ່ນແຕກຕ່າງກັນ ຢ່າງປຽບທຽບບໍ່ໄດ້.”

ທ່ານໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວ ໃນຕົ້ນເດືອນນີ້ວ່າ ທີມງານຂອງທ່ານ “ໄດ້ພົບເຫັນເອກະສານຈຳນວນນຶ່ງ ທີ່ໄດ້ຖືກນຳໄປເກັບໄວ້ຜິດບ່ອນ” ແລະວ່າ ພວກເອກະສານເຫຼົ່ານັ້ນ ໄດ້ຖືກສົ່ງມອບໃຫ້ກະຊວງທີ່ກ່ຽວຂ້ອງໄປແລ້ວ.

ສະມາຊິງສະພາສູງ ທ່ານໂຈ ແມນຊິນ ໄດ້ກ່າວຕໍ່ອົງການຂ່າວ NBC ໃນລາຍການ “Meet the Press” ເມື່ອວັນອາທິດວານນີ້ ວ່າ ມັນບໍ່ໜ້າເຊື່ອເລີຍວ່າ ທັງທ່ານໄບເດັນ ແລະທ່ານທຣຳ ຢູ່ໃນສະຖານນະການເຊັ່ນດຽວກັນນີ້ ແລະວ່າ ການສືບສວນສອບສວນຂອງໄອຍະການພິເສດຄວນໃຫ້ສຳເລັດເສຍກ່ອນ ກ່ອນ ທີ່ຈະຟ້າວຕັດສິນໃຈ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG