ສະມາຊິກລັດຖະສະພາຈາກພັກເດໂມແຄຣັດກ່າວ ໃນວັນພຸດແລ້ວນີ້ວ່າ ການໂຈະການຊ່ວຍເຫຼືອຕ່າງປະເທດຂອງລັດຖະບານ ທ່ານ ທຣຳ ອາດສົ່ງຜົນເສຍດ້ານຄວາມໝັ້ນຄົງ ແລະສະຖານະດ້ານການຕ່າງປະເທດຂອງ ສະຫະລັດ ຢ່າງຖາວອນ. ພັກຣີພັບບລີກັນ ຕອບໂຕ້ວ່າ ການກວດສອບຄືນໂຄງການຕ່າງໆ ເພື່ອການທະນາລະຫວ່າງປະເທດ ຂອງສະຫະລັດ ແມ່ນສິ່ງຈຳເປັນ ເພື່ອຕ້ານຄວາມສິ້ນເປືອງ ແລະການສໍ້ໂກງ.
ມີຄວາມບໍ່ແນ່ນອນໃນທົ່ວໂລກ… ເນື່ອງຈາກຊະຕາກໍາຂອງໂຄງການການຊ່ວຍເຫຼືອຕ່າງປະເທດຂອງສະຫະລັດ ຫຼື USAID ແມ່ນຢູ່ໃນລະຫວ່າງການທົບທວນຄືນ.
ທ່ານ ຄຣິສ ຄູນສ໌ (Chris Coons), ສະມາຊິກສະພາສູງຈາກພັກເດໂມແຄຣັດ ກ່າວວ່າ:
“ພວກເຮົາກໍາລັງສູນເສຍປະສົບການ ແລະຄວາມເຂົ້າໃຈອັນແທ້ຈິງ, ສາຍພົວພັນທີ່ເລິກເຊິ່ງ ມາຫຼາຍທົດສະວັດ, ການແຊກແຊງທີ່ມີປະສິດທິພາບ ໃນບາງສະຖານທີ່ອັນຕະລາຍທີ່ສຸດ ແລະຫ່າງໄກທີ່ສຸດໃນໂລກ, ແລະພວກເຮົາກໍາລັງທໍລະຍົດຕໍ່ບັນດາຄູ່ພາຄີຜູ້ທີ່ມີຄວາມສ່ຽງຕໍ່ຊຸມຊົນ ແລະປະເທດຂອງພວກເຂົາ ດ້ວຍການເຮັດວຽກຮ່ວມມືກັບພວກເຮົາແບບເປີດເຜີຍ.”
ຜູ້ຊ່ຽວຊານກ່າວຕໍ່ບັນດາສະມາຊິກລັດຖະສະພາ ລະຫວ່າງການສົນທະນາກັນໃນວັນພຸດແລ້ວນີ້ວ່າ ການຊ່ວຍເຫຼືອຕ່າງປະເທດ ເປັນພຽງຈໍານວນໜ້ອຍກວ່ານຶ່ງເປີເຊັນ ຂອງງົບປະມານໂດຍລວມຂອງ ສະຫະລັດ, ແລະໄດ້ປະຕິເສດຕໍ່ການກ່າວອ້າງວ່າ ເປັນການໃຊ້ຈ່າຍທີ່ຊະຊາຍ.
ທ່ານ ເຈຣາມີ ໂຄນິນດິກ (Jeremy Konyndyk), ປະທານອົງການຜູ້ອົບພະຍົບສາກົນ ແລະເປັນອະດີດເຈົ້າໜ້າທີ່ອົງການ USAID ກ່າວວ່າ:
“ອົງການ USAID ຕົກເປັນເປົ້າໝາຍຂອງການໂຄສະນາເຜີຍແຜ່ ທີ່ບິດເບືອນ, ທີ່ນຳພາໂດຍ ທ່ານ ອີລອນ ມັສຄ໌, ແລະຂະຫຍາຍຜົນໂດຍປະທານາທິບໍດີສະຫະລັດ. ພວກເຂົາເຈົ້ານໍາໃຊ້ກະແສຂ່າວທີ່ບໍ່ມີມູນຄວາມຈິງ ເພື່ອໃສ່ຮ້າຍອົງການທີ່ມີພາລະກິດສໍາຄັນ ທີ່ເປັນພື້ນຖານໃນການຜັກດັນຜົນປະໂຫຍດຂອງ ສະຫະລັດ ຢູ່ໃນທົ່ວໂລກ.”
ພັກຣີພັບບລີກັນ, ໄດ້ທໍາການປົກປ້ອງວຽກງານຂອງ ກະຊວງປະສິດທິພາບຂອງລັດຖະບານ ຫຼື ໂດຈ໌ (DOGE) ທີ່ນໍາພາໂດຍມະຫາເສດຖີພັນລ້ານ ທ່ານ ອີລອນ ມັສຄ໌, ໂດຍກ່າວວ່າ ຄວາມພະຍາຍາມທີ່ຈະຢຸດຢັ້ງການສໍ້ໂກງ ແລະຢຸດສິ່ງທີ່ສິ້ນເປືອງນັ້ນ ແມ່ນການລໍຖ້າມາເປັນເວລາດົນນານແລ້ວ.
ທ່ານ ລິນຊີ ແກຣມ, ສະມາຊິກສະພາສູງຂອງພັກຣີພັບບລີກັນ ກ່າວວ່າ:
“ອົງການ USAID, ເປັນອົງການທີ່ເຮັດໃຫ້ພວກເຮົາໝົດທຸກຄົນສິ້ນຫວັງ. ຂ້າພະເຈົ້າໄດ້ທໍາການສະຫນັບສະຫນູນສໍາລັບອໍານາດທີ່ນິ້ມນວນຕະຫຼອດເວລາທີ່ຂ້າພະເຈົ້າຢູ່ນະທີ່ນີ້, ແລະສິ່ງທີ່ຂ້າພະເຈົ້າໄດ້ເຫັນ ມັນເຮັດໃຫ້ຂ້າພະເຈົ້າເສຍຄວາມຮູ້ສຶກ.”
ລັດຖະບານຂອງ ທ່ານ ທຣໍາ ໄດ້ທໍາການຍົກເວັ້ນການອະນຸມັດໂຄງການຊ່ວຍເຫຼືອບາງສ່ວນ ໃຫ້ສາມາດກັບມາດໍາເນີນການໄດ້, ເຖິງແມ່ນສະມາຊິກສະພາສູງຈາກພັກເດໂມແຄຣັດ ໄດ້ຕັ້ງຄໍາຖາມ ໃນວັນພຸດແລ້ວນີ້ວ່າ ເຫດການດັ່ງກ່າວມານີ້ ຈະເກີດຂຶ້ນ ແທ້ ຫຼື ບໍ່.
ທ່ານ ອີລອນ ມັສຄ໌ ກ່າວຢູ່ໃນຫ້ອງການຮູບຊົງໄຂ່ຂອງທຳນຽບຂາວ ໃນວັນອັງຄານທີ່ຜ່ານມາ ວ່າ ວຽກງານຂອງລາວ ແມ່ນປະຕິບັດຕາມຂັ້ນຕອນທີ່ຈະແຈ້ງ.
ທ່ານ ອີລອນ ມັສຄ໌ (Elon Musk), ຈາກກະຊວງປະສິດທິພາບຂອງລັດຖະບານ ກ່າວວ່າ:
“ມັນບໍ່ແມ່ນວ່າ ພວກເຮົາເຂົ້າໄປດໍາເນີນການແບບບໍ່ມີຈຸດໝາຍເທົ່ານັ້ນ, ບໍ່ແມ່ນເລີຍ, ມັນແມ່ນການຮ່ວມມືກັບຫົວໜ້າອົງການ ແລະຂ້າພະເຈົ້າ ກໍໄດ້ກວດກັບທ່ານປະທານາທິບໍດີ ເປັນປະຈຳ ເພື່ອໃຫ້ແນ່ໃຈວ່າ ນີ້ແມ່ນສິ່ງທີ່ທ່ານປະທານາທິບໍດີ ຕ້ອງການໃຫ້ເກີດຂຶ້ນ.”
ການຊ່ວຍເຫຼືອດ້ານການພັດທະນາ, ສະໜັບສະໜູນໃຫ້ມີວຽກເຮັດງານທໍາຫຼາຍກວ່າ 100,000 ໜ້າວຽກຢູ່ໃນ ສະຫະລັດ.
ນຶ່ງໃນຈໍານວນພະນັກງານຂອງອົງການ USAID ຫຼາຍກ່ວາ 1,000 ຄົນ ຕ້ອງກາຍມາເປັນຄົນຫວ່າງງານໃນທັນທີທັນໃດ ພວກເຂົາໄດ້ກ່າວວ່າ ເຖິງແມ່ນຈະເປັນການຢຸດໃຫ້ການຊ່ວຍເຫຼືອບາງຢ່າງຊົ່ວຄາວຂອງສະຫະລັດ ແຕ່ຜົນທີ່ຕາມມາ ໄລຍະຍາວເຊັ່ນກັນ.
ທ່ານ ມີກ້າ (Mieka), ພະນັກງານອົງການ USAID ທີ່ຖືກພັກວຽກກ່າວວ່າ:
“ພວກເຮົາເຮັດວຽກດ້ວຍ....ໂດຍບໍ່ແມ່ນບັງຄັບໃຫ້ປະຊາຊົນ ສະແດງຄວາມເຄົາລົບຕໍ່ອາເມຣິກາ ຫຼື ໂດຍການບອກປະຊາຊົນໃຫ້ມີຄຸນຄ່າບາງຢ່າງ, ແຕ່ເປັນການສະໜັບສະໜູນພວກເຂົາເຈົ້າ ໃນຮູບແບບທີ່ພວກເຂົາເຈົ້າຮູ້ສຶກວ່າ ພວກເຂົາມີຄວາມຕ້ອງການ.”
ບັນດາບໍລິສັດສັນຍາຈ້າງຂອງສະຫະລັດ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານ, ກໍາລັງທໍາການຟ້ອງລັດຖະບານຂອງ ທ່ານ ທຣໍາ ກ່ຽວກັບການໂຈະກອງທຶນຂອງອົງການ USAID, ໂດຍກ່າວວ່າ ເປັນການໃຊ້ອຳນາດຂອງປະທານາທິບໍດີທີ່ຜິດຕໍ່ລັດຖະທໍາມະນູນ, ເຊິ່ງບັນດາພັກຣີພັບບລີກັນ ກ່າວວ່າ ທ່ານ ທຣໍາ ພຽງແຕ່ໃຊ້ສິດອຳນາດຂອງທ່ານເອງເທົ່ານັ້ນ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
U.S. Democratic lawmakers said Wednesday the Trump administration’s freeze of U.S. foreign assistance might permanently damage America’s security and standing abroad. Republicans counter that the review of U.S. Agency for International Development programs is necessary to combat waste and fraud. VOA’s Congressional Correspondent Katherine Gypson has more.
Uncertainty around the world … as the fate of U.S. foreign assistance programs is under review.
Chris Coons is a Democratic senator.
Sen. Chris Coons, Democrat
“We are losing decades of experience and insight, deep relationships, effective interventions in some of the most dangerous and distant places on Earth, and we are betraying partners who have risked their place in their communities and countries by publicly aligning with us.”
Experts told lawmakers during a panel discussion Wednesday that foreign aid represents less than one percent of the total U.S. budget and pushed back against claims of wasteful spending.
Jeremy Konyndyk is the president of Refugees International and a former USAID official.
Jeremy Konyndyk, Refugees International.
“USAID has been the target of a concerted campaign of disinformation, led by Elon Musk and amplified by the president of the United States. They have deployed a firehose of falsehoods to slander an agency whose mission is fundamental to advancing America’s interests in the world.”
Republicans have defended the work of the Department of Government Efficiency, or DOGE, led by billionaire Elon Musk, saying attempts to stop fraud and waste are long overdue.
Republican Senator Lindsey Graham.
Sen. Lindsey Graham, Republican.
“USAID is an agency that let us all down. I've been advocating for soft power for my entire time up here, and what I have seen makes me sick to my stomach.”
The Trump administration has granted waivers allowing some aid programs to resume, although Democratic senators questioned on Wednesday if this was happening on the ground.
Radio version: In the Oval Office Tuesday, Musk said his work is following a clear process.
Elon Musk, Department of Government Efficiency.
“It's not just us going in and doing things willy nilly, No, it's in partnership with the agency heads and, and I checked regularly with the president to make sure that this is what the president wants to have happen.”
Development assistance supports more than 100,000 jobs in the United States.
One of the thousands of USAID employees suddenly without work said the consequences of even a temporary stop to some U.S. assistance will be long ranging.
Mieka, Furloughed USAID Worker.
“We work by ... not by forcing people to have respect for America or by telling people to have certain values, but by supporting them in the ways that they feel that they need.”
U.S. contractors and non-governmental organizations are suing the Trump administration over the freezing of USAID funds, saying it is an unconstitutional use of presidential power. Republicans say Trump is simply exerting his authority.
ຟໍຣັມສະແດງຄວາມຄິດເຫັນ