ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກລັດຖະສະພາ ຈາກພັກເດໂມແຄຣັດ ຜັກດັນໃຫ້ປະຕິຮູບ ດ້ານຕໍາຫລວດ ຢ່າງໃຫຍ່ຫລວງ


ປະທານສະພາຕໍ່າ, ທ.ນ. Nancy Pelosi ແລະຜູ້ນໍາສຽງສ່ວນໜ້ອຍ. ທ. Chuck Schumer ຄູ້ເຂົ່າລົງພ້ອມກັບບັນດາສະມາຊິກລັດຖະສະພາ ຈາກພັກເດໂມແຄຣັດ ໃນຂະນະທີ່ຢູ່ໃນຄວາມງຽບສະຫງົບ ເພື່ອເປັນການໃຫ້ກຽດແກ່ທ້າວ George Floyd ແລະຄົນອື່ນໆ ຢູ່ໃນຕຶກຫ້ອງການຂອງລັດຖະສະພາໃນນະຄອນວໍຊິງຕັນ, ວັນທີ 8 ມິຖຸນາ 2020
ປະທານສະພາຕໍ່າ, ທ.ນ. Nancy Pelosi ແລະຜູ້ນໍາສຽງສ່ວນໜ້ອຍ. ທ. Chuck Schumer ຄູ້ເຂົ່າລົງພ້ອມກັບບັນດາສະມາຊິກລັດຖະສະພາ ຈາກພັກເດໂມແຄຣັດ ໃນຂະນະທີ່ຢູ່ໃນຄວາມງຽບສະຫງົບ ເພື່ອເປັນການໃຫ້ກຽດແກ່ທ້າວ George Floyd ແລະຄົນອື່ນໆ ຢູ່ໃນຕຶກຫ້ອງການຂອງລັດຖະສະພາໃນນະຄອນວໍຊິງຕັນ, ວັນທີ 8 ມິຖຸນາ 2020

ບັນດາສະມາຊິກລັດຖະສະພາ ຈາກພັກເດໂມແຄຣັດ ຮຽກຮ້ອງໃຫ້ມີການປັບປຸງ ກົດໝາຍ ກ່ຽວກັບເລື້ອງຕໍາຫລວດຂອງປະເທດ ຢ່າງໃຫຍ່ຫລວງທີ່ສຸດໃນຮອບ
ຫລາຍທົດສະວັດຜ່ານມາ, ຊຶ່ງເປັນການກໍ່ໃຫ້ເກີດມີການປະທະກັນ ຄັ້ງໃໝ່ອີກ ກັບປະທານາທິບໍດີ ດໍໂນລ ທຣໍາ ທີ່ກໍາລັງຮຽກຮ້ອງໃຫ້ມີການປະຕິບັດກົດໝາຍ ທີ່ເຂັ້ມງວດ.

“ໂລກກໍາລັງໄດ້ເຫັນການກໍາເນີດຂອງຂະບວນການໃໝ່ໃນປະເທດຂອງພວກ ເຮົາ,” ນັ້ນຄືຄໍາເວົ້າຂອງສະມາຊິກສະພາຕໍ່າແຄເຣນ ບາສ, ຜູ້ສະໜັບສະໜຸນ ຮ່ວມຄົນນຶ່ງຕໍ່ນິຕິກໍາດັ່ງກ່າວ ໄດ້ເວົ້າຕໍ່ພວກນັກຂ່າວ, “ປະຊາຊົນເດີນຂະບວນ ບໍ່ພຽງແຕ່ເພື່ອຮຽກຮ້ອງໃຫ້ປ່ຽນແປງເທົ່ານັ້ນ ແຕ່ຍັງໃຫ້ປ່ຽນແປງແບບທັງໝົດ ເລີຍ ທີ່ຈະຍຸຕິຄວາມປ່າເຖືອນຂອງຕໍາຫລວດ, ທີ່ຈະຍຸຕິການຈໍາແນກເຊື້ອຊາດ ແລະເຮັດໃຫ້ຂະບວນໃນການປະຕິດເສດບໍ່ໃຫ້ສິດແກ່ຊາວອາເມຣິກັນບໍ່ໃຫ້ມີ ຄວາມສາມາດໃນການຟ້ອງຮ້ອງເມື່ອພວກເຂົາເຈົ້າໄດ້ຮັບບາດເຈັບໂດຍເຈົ້າໜ້າ ທີ່.”

ໃນສະພາບທີ່ເຮັດໃຫ້ຕື່ນ ຍ້ອນການເສຍຊີວິດຂອງທ້າວ ຈອຣຈ໌ຟລອຍດ໌ ຊາຍ ຜິວດໍາອາຍຸ 46 ປີ ໃນສອງອາທິດກ່ອນທີ່ຖືກຄຸມຕົວໂດຍຕໍາຫລວດໃນນະຄອນມິນເນອາໂປລິສ, ລັດເມນິນໂຊຕານັ້ນ ພວກສັງກັດພັກເດໂມແຄຣັດທັງຢູ່ໃນສະ ພາສູງ ແລະສະພາຕໍ່າ ກໍາລັງແນໃສ່ເຮັດໃຫ້ຄວາມຮັບຜິດຊອບ ຕໍ່ການກະທໍາ ຂອງຕົນກວ້າງຂຶ້ນ, ໃຫ້ຕິດຕາມເບິ່ງເຈົ້າໜ້າທີ່ຕໍາຫຼວດ “ທີ່ມີບັນຫາ” ໂດຍຜ່ານ “ການຈົດທະບຽນການປະພຶດຜິດຂອງຕໍາຫລວດໃນຊາດ” ແລະເຮັດໃຫ້ຍຸຕິການ ປະຕິບັດການໂອນອຸປະກອນທະຫານໄປໃຫ້ກົມຕໍາຫລວດຕ່າງໆ ທົ່ວປະເທດ.

ບັນດາພວກສັງກັດພັກເດໂມແຄຣັດ ໄດ້ກໍານົດໃຫ້ຈັດການຮັບຟັງຂຶ້ນ ຢູ່ໃນສະ ພາຕໍ່າໃນວັນພຸດມື້ອື່ນນີ້ ແລະຫວັງວ່າຈະຮັບຜ່ານສິ່ງທີ່ ພວກເພິ່ນເອີ້ນວ່າ “ກົດ ໝາຍວ່າດ້ວຍຄວາມຍຸຕິທໍາ ໃນການປະຕິບັດງານ ຂອງ ຕໍາຫລວດ ປີ 2020” ໃນທ້າຍເດືອນນີ້. ເພື່ອໃຫ້ກາຍເປັນກົດໝາຍໄດ້, ຮ່າງນິຕິກໍານີ້ ຍັງຕ້ອງໄດ້ຖືກ ຮັບຜ່ານຢູ່ໃນສະພາສູງທທີ່ຖືກຄວບຄຸມໂດຍພັກຣີພັບບລິກັນ ທີ່ມີການຈັດໃຫ້ມີ ການຮັບຟັງກ່ຽວກັບເລື້ອງຕໍາຫລວດໃນອາທິດໜ້ານີ້ອີກດ້ວຍ.

ແຕ່ວ່າ ຄວາມພະຍາຍາມຂອງລັດຖະສະພາ ໃນເມື່ອກ່ອນ ໃນການປະຕິຮູບ ວຽກງານຕໍາຫລວດ ແລະນິຕິກໍາການຄວບຄຸມປືນ ແມ່ນປະສົບຄວາມຫລົ້ມ ແຫລວ ແລະຕໍ່ຄໍາຖາມທີ່ວ່າ ບັນດາສະມາຊິກພັກຣີພັບບລິກັນອາດຈະເຂົ້າຮ່ວມ ໃນການດໍາເນີນຄວາມພະຍາຍາມທີ່ຈະອະນຸມັດການປະຕິຮູບຕໍາຫລວດ ຫລາຍ ຊໍ່າໃດນັ້ນ ຍັງບໍ່ເປັນທີ່ຈະແຈ້ງເທື່ອ. ສະມາຊິກສະພາ ເຄັບວິນ ແມກຄາທີ (Kevin McCarthy), ຜູ້ນໍາສຽງສ່ວນໜ້ອຍໃນສະພາຕໍ່າເວົ້າວ່າ ທ່ານເຊື່ອວ່າ ທັງສອງພັກຈະ “ສາມາດຊອກຫາຈຸດທີ່ຈະຕົກລົງກັນ.”

ແຕ່ວ່າ ພວກສັງກັດພັກຣີພັບບລິກັນມັກຈະເອົາສິ່ງທີ່ບອກເປັນໄນໆທີ່ພວກເພິ່ນ ໄດ້ມາຈາກທ່ານ ທຣໍາ ທີ່ເວົ້າຢູ່ໃນທວີດເຕີໃນວັນອາທິດຜ່ານມາວ່າ “ຂ້າພະເຈົ້າ ຢາກໃຫ້ມີພວກປະຕິບັດກົດໝາຍທີ່ເຮັດວຽກດີ ແລະໄດ້ຮັບເງິນເດືອນດີ. ຂ້າພະ ເຈົ້າຢາກໃຫ້ມີກົດໝາຍ ແລະກົດລະບຽບ!”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG