ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້ປົກຄອງລັດ ທີ່ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຮຽກຮ້ອງໃຫ້ມີການດຳເນີນການປະຕິຮູບຄົນເຂົ້າເມືອງ


ແຟ້ມພາບ - ບັນດາຄົນເຂົ້າເມືອງຍ່າງຜ່ານ Villa Comaltitlan, ລັດ Chiapas, ທາງພາກໃຕ້ຂອງແມັກຊີໂກ, ວັນທີ 27 ທັນວາ 2023, ມຸ່ງໜ້າໄປທີ່ຊາຍແດນສະຫະລັດ. ໃນຈົດໝາຍເຖິງປະທານາທິບໍດີ ໂຈ ໄບເດັນ ແລະ ຜູ້ນຳລັດຖະສະພາ, ຜູ້ນຳຂອງລັດບາງລັດ ກ່າວວ່າ ພວກເຂົາບໍ່ສາມາດຮັບມືກັບຈຳນວນຄົນເຂົ້າເມືອງໄດ້.
ແຟ້ມພາບ - ບັນດາຄົນເຂົ້າເມືອງຍ່າງຜ່ານ Villa Comaltitlan, ລັດ Chiapas, ທາງພາກໃຕ້ຂອງແມັກຊີໂກ, ວັນທີ 27 ທັນວາ 2023, ມຸ່ງໜ້າໄປທີ່ຊາຍແດນສະຫະລັດ. ໃນຈົດໝາຍເຖິງປະທານາທິບໍດີ ໂຈ ໄບເດັນ ແລະ ຜູ້ນຳລັດຖະສະພາ, ຜູ້ນຳຂອງລັດບາງລັດ ກ່າວວ່າ ພວກເຂົາບໍ່ສາມາດຮັບມືກັບຈຳນວນຄົນເຂົ້າເມືອງໄດ້.

ໃນຂະນະ​ທີ່​ລັດຖະສະພາ​ສະຫະລັດ​ ພະຍາຍາມ​ຕົກລົງ​ກັນ​ກ່ຽວ​ກັບ​ມາດ​ຕະການ​ການປະຕິ​ຮູບ​ຄົນ​ເຂົ້າ​ເມືອງ, ຜູ້ປົກຄອງລັດ ສັງກັດ​ພັກ​ເດ​ໂມ​ແຄຣັດ​ ໃນ 9 ລັດ​ ໄດ້​ເພີ່ມ​ສຽງ​ຕໍ່​ການ​ຮຽກຮ້ອງ ​ໃຫ້​ມີ​ການ​ດຳເນີນການ.

ໃນຈົດໝາຍທີ່ສົ່ງເຖິງປະທານາທິບໍດີ ໂຈ ໄບເດັນ ແລະ ຜູ້ນຳລັດຖະສະພາຈາກທັງພັກຣີພັບບລີກັນ ແລະພັກເດໂມແຄຣັດ, ບັນດາຜູ້ປົກຄອງລັດດັ່ງກ່າວ ກ່າວວ່າ ຈຳເປັນຕ້ອງມີການດຳເນີນການທີ່ເດັດຂາດ ເພື່ອສະໜັບສະໜູນລັດຕ່າງໆ ທີ່ບໍ່ສາມາດຮັບມືກັບປະລິມານຄົນເຂົ້າເມືອງທີ່ພວກເຂົາເຈົ້າໄດ້ຮັບໃນເດືອນທີ່ຜ່ານມາ.

ຈົດໝາຍດັ່ງກ່າວ ຮຽກຮ້ອງໃຫ້ບັນດາຜູ້ນຳ “ໃຫ້ຄຳໝັ້ນສັນຍາຢ່າງຈິງຈັງ” ທີ່ຈະປັບປຸງລະບົບຄົນເຂົ້າເມືອງແຫ່ງຊາດ ທີ່ “ລ້າສະໄໝ ແລະບໍ່ໄດ້ກະກຽມ ສຳລັບການຮັບ​ມື” ຈຳນວນຄົນເຂົ້າເມືອງ ຕາມຊາຍແດນພາກໃຕ້ ທີ່ເພີ້ມຂື້ນຢ່າງວ່ອງໄວ ໃນມໍ່ໆມານີ້.

​ລາຍ​ຊື່​ຂອງບັນດາ​ຜູ້ປົກຄອງລັດ ​ທີ່​ຮຽກ​ຮ້ອງ​ໃຫ້​ມີ​ການ​ຊ່ວຍ​ເຫຼືອ​ ປະ​ກອບ​ມີ​ຜູ້​ນໍາ​ຂອງລັດ ອາຣີໂຊນາ (Arizona)​, ຄາ​ລີ​ຟໍ​ເນຍ ​ແລະ​ນິວ​ເມັກ​ຊິ​ໂກ ຊຶ່ງເປັນສາມ​ລັດທີ່ຢູ່ບໍລິເວນຊາຍແດນທາງໃຕ້ໂດຍກົງ​. ຈົດໝາຍຂອງພວກທ່ານ ໄດ້ສະທ້ອນເຖິງການຮ້ອງຮຽນຂອງບັນດາຜູ້ນຳໃນລັດເທັກຊັສ (Texas) ທີ່ນຳພາໂດຍພັກຣີພັບບລີກັນ, ຊຶ່ງມີຊາຍແດນຕິດຈອດກັບເມັກຊິໂກ ຫຼາຍກວ່າບັນດາລັດອື່ນໆ ຕາມແນວຊາຍ ຮວມກັນ ແລະ ໄດ້ຮຽກຮ້ອງໃຫ້ມີການຊ່ວຍເຫຼືອຈາກລັດຖະບານກາງເພີ້ມຂຶ້ນ ມາຫຼາຍປີແລ້ວ.

ອ່ານຂ່າວນີ້ເປັພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG