ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນ​ຂະ​ນະ​ທີ່ ​ຜູ້​ສະ​ໝັກ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຂອງ ​ພັກ​ເດ​ໂມ​ແຄ​ຣັດ ເພີ້​ມ​ຂຶ້ນ ບັນ​ດາ​ນັກ​ເຄື່ອນ​ໄຫວ ຂອງ​ພັກຖາມ​ວ່າ ທ່ານ​ໂຈ ຢູ່​ໃສ?


ອະ​ດ​ີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານໂຈ ບາຍ​ເດັນ ກ່າວ​ຢູ່ ກອງ​ປະ​ຊຸມ​ບັນ​ດາເຈົ້າ​ເມືອງ​ ປະ​ຈຳ​ປີ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 24 ມັງ​ກອນ 2019.
ອະ​ດ​ີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານໂຈ ບາຍ​ເດັນ ກ່າວ​ຢູ່ ກອງ​ປະ​ຊຸມ​ບັນ​ດາເຈົ້າ​ເມືອງ​ ປະ​ຈຳ​ປີ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 24 ມັງ​ກອນ 2019.

ອະ​ດີດ​ຜູ້​ປົກ​ຄອງ​ລັດ​ໂຄ​ໂຣ​ຣາ​ໂດ ທ່ານ​ຈອນ ຮິກ​ກັນ​ລຸບ​ເປີ​ ແລະ​ຜູ້​ປົກ​ຄອງ​ລັດ​ວໍຊິງ​
ຕັນ ທ່ານ​ເຈ ອິ​ນ​ສ​ລີ ເປັນສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ຫລ້າ​ສຸດ ​ທີ່​ໄດ້​ໂດດ​ເຂົ້າ​ໄປໃນ​
ກຸ່ມ ຜູ້​ສະ​ໝັ​ກເປັນ​ຈຳ​ນວນ​ຫຼວງ​ຫຼາຍ ໃນ​ເວ​ທີ ເພື່ອ​ເປັນ​ປະ​ທາ​ນາ​ທິ​ບໍ ໃນປີ 2020.
ແຕ່​ພັກ​ເດ​ໂມ​ແຄ​ຣັດ​ຫຼາຍ​ຄົນຍັງ​ຮູ້​ສຶກ​ປະ​ຫຼາດ​ໃຈ​ຢູ່​ວ່າ ຜູ້​ຊາຍ​ຄົນ​ນຶ່ງ ທີ່​ຍັງ​ບໍ່​ຢູ່​ທີ່​ນັ້ນ
ຄືອະ​ດີດ​ຮອງປະ​ທາ​ນາ​ທິ​ບໍ​ດີ ໂຈ ບາຍ​ເ​ດັນ.

ເວ​ທີ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ບັດ​ນີ້​ ມີ​ຜູ້​ສະ​ໝັກ​ຢູ່ 12 ຄົນ ພ້ອມ​ດ້ວຍ
ທ່ານ​ບາຍ​ເດີນ ແລະ​ອີກ​ຫຼາຍ​ຄົນ​ອື່ນໆ​ກຳ​ລັງ​ພິ​ຈາ​ລະ​ນາ​ວ່າ​ຈະ​ເຂົ້າ​ແຂ່ງ​ຂັນ ​ໃນ​ບໍ່​
ເທົ່​າໃດ​ອາ​ທິດ​ຈະ​ມາ​ເຖິງ​ນີ້ ຫຼື​ບາງ​ທີ​ຍັງ​ອີກ​ຫຼາຍ​ເດືອນ.

ສະ​ມາ​ຊິກ​ສ​ະ​ພາ​ສູງ​ທ່ານ​ເຊີຣັອດ ບ​ຣາວນ໌ ຈາກ​ລັດ​ໂອ​ຮາຍ​ໂອ ແລະ​ອະ​ດີດ​ສະ​ມາ
​ຊິກ​ສະ​ພາ​ຕ່ຳ ບີ​ໂຕ ໂອ​ຣຸກຈາກ​ລັດ​ເທັກ​ຊັ​ສ ທີ່ຮວມ​ຢູ່​ໃນບັນ​ດາ​ຜູ້​ທີ່​ຢາກ​ຈະ ​ເຂົ້າ​ແຂ່ງ
​ຂັນເປັນ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2020 ນອກ​ຈາກ​ທ່ານ​ບາຍ​ເດັນ​ແລ້ວ.

​ໂອ​ກາດ​ສຳ​ລັບບັນ​ດາ​ຜູ້​ເຂົ້າ​ແຂ່ງ​ຂັນ​ຄົນ​ອື່ນໆ ໄດ້​ຕັດ​ສິນ​ໃຈ​ບໍ່​ເຂົ້າ​ຮ່ວມ ທີ່​ຮວມ​ທັງ​ອະ
​ດີດ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ທ່ານ​ເ​ອ​ຣິກ ໂຮ​ລ​ເດີ​ ອະ​ດີດ​ເຈົ້າ​ຄອງນະຄອນ​ນິວຢອ​ກ ທ່ານ
​ໄມ​ເກີ​ລ ບ​ລຸ​ມ​ເບີກ​ ສະ​ມາ​ຊິກ​ສະ​ພາ​ສູງ​ທ່ານ​ແຈັ​ຟ ເມິກ​ເລ ຈາກ​ລັດ​ອໍເຣ​ກັນ ແລະ​ຜູ້​ທີ່​
ຖືກ​ແຕ່ງ​ຕັ້ງຈາກ​ພັກ​ປີ 2016 ທ່ານ​ນາງ ຮິ​ລ​ລາ​ຣີ ຄ​ລິນ ຕັນ. ທ່ານ​ນາ​ງ​ຄ​ລິນ​ຕັນ ກ່າວ​
ຕໍ່​ສະ​ຖາ​ນີ​ໂທ​ລະ​ພາບ​ນິວຢອກ ຊ່ອງ 12 ວ່າ ເຖິງ​ແມ່ນ​ທ່ານ​ນາງ​ບໍ່​ເປັນ​ຜູ້​ສະ​ໝັກໃນ​ປີ
​ໜ້າ​ນີ້ ທ່ານ​ນາງ​ຕັ້ງ​ໃຈ ​ທີ່​ຈະ​ມີ​ປາກ​ສຽງກ່ຽວ​ກັບ “ສິ່ງ​ຕ່າງໆ​ທີ່ກຳ​ລັງເກີດ​ຂຶ້ນໃນ​ປັດ​ຈຸ​
ບັນ​ນີ້ ທີ່​ເປັນ​ການ​ລົບ​ກວນ​ແກ່​ຂ້າ​ພະ​ເຈົ້າ​ທີ່​ສຸດ.”

ທ່ານ​ບາຍ​ເດັນ ​ກ່າວ​ໃນອາ​ທິດ​ແລ້ວ​ນີ້ ທ່ານ​ “ໃກ້​ແລ້ວ” ທີ່​ຈະ​ຕັດ​ສິນ​ໃຈ​ຕໍ່​ການລົງ​ສະ
​ໝັກແຂ່ງ​ຂັນ ເອົາ​ຕຳ​ແໜ່ງ​ໃນທຳ​ນຽບ​ຂາ​ວ ແລະ​ກ່າວ​ວ່າ ​ໄດ້​ມີ “ຄວາມ​ສອດ​ຄ່ອງ​ກັນ”
ພາຍ​ໃນ​ຄອບຄົວ​ຂອງ​ທ່ານ ທີ່​ເຂົາ​ເຈົ້າ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທ່ານ​ສະ​ໝັກ​ເປັນ​ປະ​
ທາ​ນາ​ທິ​ບໍ​ດີ​ເທື່ອ​ທີ​ສາມ. ທ່ານ​ໄດ້​ຕັດ​ສິນ​ໃຈ​ບໍ່​ທ້າ​ທາຍ​ທ່າ​ນ​ນາງ​ຄ​ລິນ​ຕັນ ຕໍ່​ການ​ສະ
​ເໜີ​ຢູ່​ໃນ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ປີ 2016 ຫຼັງ​ຈາກ​ລູກ​ຊາຍ​ຂອງ​ທ່ານຄື ທ່ານ​ໂບ ອາ​ຍຸ
46 ປີ ໄດ້​ເສຍ​ຊີ​ວິດ ຍ້ອນ​ມະ​ເຮັງ​ໃນ​ສະ​ໝອງ.

ທ່ານ​ບາຍ​ເ​ດັນ​ໄດ້​ລົງສະ​ໝັກ​ໃນ​ປີ 1988 ແຕ່​ໄດ້​ຖອນ​ຕົວໃນ​ຂະ​ນະ​ທີ່ໂຄ​ສະ​ນາ​ຫາ​ສຽງ
ຫຼັງ​ຈາກ​ການ​ກ່າວ​ຫາ​ວ່າ​ ທ່ານໄດ້ກ່າຍ​ແກະ​ຄຳ​ເວົ້າ​ຈາກ​ນັກ​ການ​ເມືອງ​ອັງ​ກິດ. ທ່ານ​ຍັງ
​ໄດ້​ລົງ​ສະ​ໝັກ​ໃນ​ປີ 2008 ແລະ​ໄດ້ຖອນ​ຕົວຢ່າ​ງໄວ ຫຼັງ​ຈາກ​ໄດ້​ມີ​ຄວາມ​ຄືບ​ໜ້າ​ເລັກ
​ນ້ອຍ ​ໃນ​ປີ​ນັ້ນ ຊຶ່ງ​ທ່ານ​ບາ​ຣັກ ໂອ​ບາ​ມາ ໄດ້​ປາ​ກົດ​ໂຕ​ເຂົ້າ​ສູ່​ເຫດ​ການ​ຂອງ​ປະ​ເທດ.

ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ບາ​ຣັກ ໂອ​ບາ​ມາ (ຂວາ) ຢື​ນ​ຢູ່​ຂ້າງ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ໂຈ ບາ​ເດັນ ທີີ່​ທຳ​ນຽບ​ຂາວ ວັນ​ທີ 1 ກໍ​ລະ​ກົດ 2015.
ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ບາ​ຣັກ ໂອ​ບາ​ມາ (ຂວາ) ຢື​ນ​ຢູ່​ຂ້າງ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ໂຈ ບາ​ເດັນ ທີີ່​ທຳ​ນຽບ​ຂາວ ວັນ​ທີ 1 ກໍ​ລະ​ກົດ 2015.

ແຕ່​ທ່ານ​ໂອ​ບາ​ມາ​ ໄດ້​ເລືອກ​ເອົາ​ທ່ານ​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແລະດຳ​ລົງ​ຕຳ​ແໜ່ງ
​ແປດ​ປີ ທີ່​ປາ​ກົດ​ວ່ າ​ຄວບ​ຄຸມ​ໜ້າ​ທີ່​ການ​ເມືອງ​ເປັນ​ເວ​ລາ​ນານ ທີ່​ໄດ້​ເລີ້ມ​ຈາກ​ທ່ານໄດ້​
ຊະ​ນະ​ບ່ອນ​ນັ່ງ​ສະ​ມາ​ຊິກ​ສ​ະ​ພາ​ສູງ​ຢູ່​ໃນ​ລັດ​ເດ​ລາ​ແວ​ໃນ​ປີ 1972. ໃນ​ເວ​ລ​າ​ນັ້ນ ທ່ານ
​ບາ​ຍ​ເດີນ ໄດ້​ເປັນ​ສະ​ມາ​ຊິກ​ຄົນ​ທີຫົກ​ທີ່​ໜຸ່ມ​ສຸດ ໃນ​ປະ​ຫວັດ​ສາດ​ອາ​ເມ​ຣິ​ກັນ ພຽງ​ແຕ່
ອາ​ຍຸ 30 ປີ.

ທ່ານ​ບາຍ​ເດັນ ຈະ​ມີ​ບັນ​ຫາ​ຈາກ​ຝ່າຍ​ກົງ​ກັນ​ຂ້າມ ຖ້າ​ຫາກ​ທ່ານ​ລົງ​ສະ​ໝັກ​ເປັນ​ປະ​ທາ
​ນາ​ທິ​ບໍ​ດີ ປີ 2020. ປັດ​ຈຸ​ບັນ​ນີ້ ມີອາ​ຍຸ 76 ປີ ທ່ານ​ບາຍ​ເດັນອາດກາຍ ​ມາ​ເປັນ ຜູ້ທີ່​ມີ
​ອາ​ຍຸ​ແກ່​ສຸດທີ່​ບໍ່​ເຄີຍມີ​ມາ​ກ່ອນ ຖ້​າ​ຫາກ​ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ​ຊຶ່ງ​ອາດ​ເຮັດ​
ໃຫ້​ທ່ານ​ລື່ນ ​ປະ​ທາ​ນາ​ທິ​ບໍ​ດີ​ຣາ​ໂນ​ລ ເຣ​ກັນ ທີ່​ໄດ້​ເຮັດ​ສ​ະ​ຖິ​ຕິໄວ້​ຢ່າງ​ງ່າຍ​ດາຍ. ປະ​ທາ​
ນາທິ​ບໍ​ດີ​ເຣ​ກັນ ໄດ້​ຊະ​ນະ​ສະ​ໄໝ​ທີສອງຂອງ​ການ​ດຳ​ລົງ​ຕຳ​ແໜ່ງ ໃນ​ປີ 1984 ຊຶ່ງໃນ
ເວ​ລານັ້ນ​ມີອາ​ຍຸ​ໄດ້ 73 ປີ.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG