ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກພັກເດໂມແຄຣັດ ລະດັບສູງ ເອີ້ນບັນທຶກ ນູເນສ ວ່າ "ຫຼອກລວງ"


ປະທານາທິບໍດີ ດໍໂນລ ທຣຳ ນັ່ງຟັງໃນລະຫວ່າງກອງປະຊຸມ
ກັບຜູ້ຫຼົບໜີອອກຈາກປະເທດ ເກົາຫຼີເໜືອ ບ່ອນທີ່ທ່ານໄດ້ລົມ
ກັບບັນດານັກຂ່າວ ກ່ຽວກັບ ການອະນຸຍາດໃຫ້ເປີດເຜີຍບັນ
ທຶກລັບ ກ່ຽວກັບ ບົດບາດຂອງອົງການ FBI ໃນເລື່ອງການ
ສອບສວນ ຣັດເຊຍ ທີ່ຫ້ອງການໂຕະມົນໃນທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 2 ກຸມພາ, 2018,
ປະທານາທິບໍດີ ດໍໂນລ ທຣຳ ນັ່ງຟັງໃນລະຫວ່າງກອງປະຊຸມ ກັບຜູ້ຫຼົບໜີອອກຈາກປະເທດ ເກົາຫຼີເໜືອ ບ່ອນທີ່ທ່ານໄດ້ລົມ ກັບບັນດານັກຂ່າວ ກ່ຽວກັບ ການອະນຸຍາດໃຫ້ເປີດເຜີຍບັນ ທຶກລັບ ກ່ຽວກັບ ບົດບາດຂອງອົງການ FBI ໃນເລື່ອງການ ສອບສວນ ຣັດເຊຍ ທີ່ຫ້ອງການໂຕະມົນໃນທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 2 ກຸມພາ, 2018,

ບັນທຶກທີ່ເປັນບັນຫາ ເຊິ່ງໄດ້ກ່າວຫາ ບັນດານັກສືບສວນສອບສວນອົງການ FBI ວ່າ
ໄດ້ລະເມີດອຳນາດຂອງເຂົາເຈົ້າ ໃນການກວດສອບການແຊກແຊງ ຂອງ ຣັດເຊຍ
ໃນການເລືອກຕັ້ງປະທານາທິບໍດີປີ 2016 ນັ້ນແມ່ນ “ມີຄວາມຂາດຕົກບົກຜ່ອງຢ່າງ
ໜ້າອັບອາຍຂາຍໜ້າ,” ອີງຕາມການກ່າວ ຂອງເຈົ້າໜ້າທີ່ສູງສຸດຂອງພັກເດໂມແຄຣັດ
ໃນຄະນະກຳມະການຕຸລາການສະພາຕໍ່າ ເມື່ອວັນເສົາວານນີ້.

ສະມາຊິກສະພາຕໍ່າ ພັກເດໂມແຄຣັດ ທ່ານ ເຈີໂຣລ ແນດເລີ "Jerrold Nadler" ໄດ້
ກ່າວຕອບໂຕ້ ຕໍ່ເອກະສານ ທີ່ໄດ້ຄອບງຳວົງການເມືອງ ສະຫະລັດ ໃນສັບປະດານີ້ວ່າ
ບັນທຶກທີ່ຖືກເປີດເຜີຍ ໂດຍຄະນະກຳມະການສືບລັບສະພາຕໍ່າ“ແມ່ນຄວາມເສື່ອມ
ເສຍ”, “ສະມາຊິກສະພາຕໍ່າພັກຣີພັບບລີກັນ ຄວນລະອາຍໃຈຕົນເອງ.”

ບັນທຶກ 6 ໜ້າ ຂອງທ່ານ ແນດເລີ ທີ່ໄດ້ເວົ້າຕໍ່ເພື່ອນຮ່ວມພັກເດໂມແຄຣັດ ຂອງທ່ານ
ເອງ ແລະ ໄດ້ຮັບມາໂດຍເຄືອຂ່າຍ ໂທລະພາບຂ່າວຕ່າງໆນັ້ນ, ໄດ້ກ່າວວ່າ ເອກະ
ສານທີ່ວ່ານີ້ ເຊິ່ງຮູ້ຈັກກັນວ່າ “ບັນທຶກ ນູເນສ "Nunes," ”ຖືກເຮັດຂຶ້ນມາ ໂດຍສະມາ
ຊິກສະພາຕໍ່າພັກຣີພັບບລີກັນ ທ່ານ ເດວິນ ນູເນສ "Devin Nunes," ເຊິ່ງແມ່ນປະ
ທານຂອງຄະນະກຳມະການສືບລັບນັ້ນ” ແມ່ນມີເຈຕະນາຫຼອກລວງ ແລະ ຜິດກົດ
ໝາຍຢ່າງຮ້າຍແຮງ.”

ບັນທຶກດັ່ງກ່າວ, ທີ່ຖືກເປີດເຜີຍ ຕໍ່ສາທາລະນະໃນວັນສຸກທີ່ຜ່ານມາ, ໄດ້ກ່າວຫາວ່າ
ອົງການ FBI ວ່າລໍ້າເສັ້ນອຳນາດຂອງເຂົາເຈົ້າໃນການໄດ້ຮັບຄຳສັ່ງໃຫ້ກວດສອບ
ສຳລັບຜູ້ຊ່ວຍເຫຼືອ ການໂຄສະນາຫາສຽງປະທານາທິບໍດີຂອງທ່ານ ດໍໂນລ ທຣຳ.
ບັນທຶກ ນູເນສ ກ່າວວ່າ ອົງການ FBI ອາໄສເອກະສານຂໍ້ມູນນີ້ ຢ່າງໃຫຍ່ ທີ່ຖືກເກັບ
ກຳໂດຍທ່ານ ຄຣິສໂຕເຟີ ສຕີລ "Christopher Steele" ເຊິ່ງແມ່ນຜູ້ຊ່ຽວຊານ ຣັດ
ເຊຍ ແລະ ອະດີດສາຍລັບອັງກິດ, ສຳລັບຄູ່ແຂ່ງໂຄສະນາຫາສຽງຂອງທ່ານ ທຣຳ,
ທ່ານນາງ ຮິລແລຣີ ຄລິນຕັນ "Hillary Clinton," ຜ່ານບໍລິສັດກົດໝາຍ ເພີກິນສ໌
ໂຄລ "Perkins Cole" ແລະ ບໍລິສັດຄົ້ນຄວ້າ ຟິວເຊິນ ຈີພີເອັສ "Fusion GPS."

ການເປີດເຜີຍບັນທຶກດັ່ງກ່າວ ໄດ້ເຮັດໃຫ້ການຕໍ່ສູ້ລະຫວ່າງພັນທະມິດພັກຣີພັບບລີ
ກັນໃນສະພາຕໍ່າອີກຟາກນຶ່ງ, ພັກເດໂມແຄຣັດ ແລະ ບັນດາເຈົ້າໜ້າທີ່ລະດັບສູງອົງ
ການ FBI ໃນອີກຟາກນຶ່ງ ມີຄວາມເຄັ່ງຕຶງຂຶ້ນ ກ່ຽວກັບວ່າ ການກວດສອບເລື່ອງການ
ແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງປະທານາທິບໍດີນັ້ນ ໄດ້ຮັບຜົນກະທົບໂດຍ
ການລຳອຽງທາງການເມືອງ ໃນພາກສ່ວນຂອງບັນດານັກສືບສວນສອບສວນຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG