ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ເຄັນເນດີ ກ່າວວ່າ ນະໂຍບາຍຂອງທ່ານ ທຣຳ ຂັດກັບ ຄຳສັນຍາຕໍ່ຊາວ ອາເມຣິກັນ


ສະມາຊິກລັດຖະສະພາ ສັງກັດພັກເດໂມແຄຣັດ ທ່ານ ໂຈ ເຄັນເນດີ ກ່າວຕອບໂຕ້ຕໍ່ການກ່າວຄຳປາໄສປະຈຳປີ ກ່ຽວກັບ ສະພາບໃນປະເທດຂອງປະທານາທິບໍດີ ດໍໂນລ ທຣຳ. 30 ມັງກອນ, 2018.
ສະມາຊິກລັດຖະສະພາ ສັງກັດພັກເດໂມແຄຣັດ ທ່ານ ໂຈ ເຄັນເນດີ ກ່າວຕອບໂຕ້ຕໍ່ການກ່າວຄຳປາໄສປະຈຳປີ ກ່ຽວກັບ ສະພາບໃນປະເທດຂອງປະທານາທິບໍດີ ດໍໂນລ ທຣຳ. 30 ມັງກອນ, 2018.

ສະມາຊິກລັດຖະສະພາ ສັງກັດພັກເດໂມແຄຣັດ ທ່ານ ໂຈ ເຄັນເນດີ ກ່າວວ່າ ລັດຖະ
ບານຂອງປະທານາທິບໍດີ ດໍໂນລ ທຣຳ “ບໍ່ພຽງແຕ່ແນເປົ້າ ໃສ່ກົດໝາຍທີ່ປົກປ້ອງ
ພວກເຮົາ, ເຂົາເຈົ້າກຳລັງແນເປົ້າໃສ່ທຸກໆແນວຄິດ ທີ່ພວກເຮົາທຸກຄົນສົມຄວນທີ່ຈະ
ໄດ້ຮັບການປົກປ້ອງ.”

ໃນການກ່າວຕອບໂຕ້ຕາມທຳນຽມ ຂອງພັກການເມືອງສຽງສ່ວນນ້ອຍ ຕໍ່ການກ່າວ
ຄຳປາໄສປະຈຳປີ ກ່ຽວກັບ ສະພາບການໃນປະເທດຂອງປະທານາທິບໍດີ ໃນຕອນຄໍ່າ
ຂອງວັນອັງຄານວານນີ້, ທ່ານ ເຄັນເນດີ ໄດ້ກ່າວວ່າ ປະຊາຊົນ ອາເມຣິກັນ ຫຼາຍລ້ານ
ຄົນໄດ້ຖືກເຮັດໃຫ້ບໍ່ສະ ບາຍໃຈ, ໂມໂຫ, ແລະ ຢ້ານ” ໃນລະຫວ່າງການປະຕິບັດງານ
ປີທຳອິດ ຂອງລັດຖະບານທ່ານ ທຣຳ. ທ່ານໄດ້ກ່າວວ່າ ທ່ານປະທານາທິ ບໍດີໄດ້ສ້າງ
ກະຊວງຍຸຕິທຳທີ່ “ເຮັດໃຫ້ສິດທິພົນລະເມືອງຕົກຕໍ່າລົງໃນແຕ່ລະມື້” ສຳລັບຄົນຜິວດຳ
ປະຊາຄົມຄົນຮັກຮ່ວມເພດ ແລະ ຄົນປ່ຽນເພດ, ແລະ ໄດ້ເຮັດໃຫ້ຊາວ ເອເມຣິກັນ
ຈາກຝັ່ງນຶ່ງຫາອີກຝັ່ງນຶ່ງຂອງມະຫາສະໝຸດ ເປັນ “ຄູ່ປໍລະປັກທີ່ຂົມຂື່ນ” ຕໍ່ກັນ.

ຜູ້ເຂົ້າຟັງຈາກໂຮງຮຽກເຕັກນິກ ເຂດ ໄດແມນ “Diman Regional Technical
School” ທີ່ເມືອງ ຟອລ ຣີເວີ “Fall River” ລັດ ແມັສຊາຈູເຊັສ ໄດ້ຢືນຕົບມືໃຫ້ທ່ານ
ເມື່ອທ່ານໄດ້ກ່າວວ່າ ລັດຖະບານທ່ານ ທຣຳ ໄດ້ທຳການໂຈມຕີກ່ຽວກັບ “ຄຳສັນຍາ
ຕໍ່ຊາວອາເມຣິກັນ” ເປັນ ຄວາມເຊື່ອທີ່ວ່າພວກເຮົາທຸກຄົນຄວນໄດ້ຮັບຄວາມເຄົາລົບ,
ພວກເຮົາທຸກຄົນມີຄວາມເທົ່າທຽມກັນ ແລະ ພວກເຮົາທຸກຄົນມີຄວາມສຳຄັນ.”

ໃນການກ່າວເນັ້ນຄຳຂວັນໃໝ່ຂອງພັກຂອງທ່ານຊື່ວ່າ “ການປະຕິບັດ ທີ່ດີກວ່າເກົ່າ”
ຫຼື “A Better Deal” ນັ້ນ, ຫຼານຊາຍ ອາຍຸ 37 ປີຂອງມື້ລາງ ສະມາຊິກສະພາສູງ
ທ່ານ ໂຣເບີດ ເອັຟ ເຄັນເນດີ ແລະ ເຫຼນຂອງມື້ລາງປະທານາທິບໍດີ ຈອນ ເອັຟ
ເຄັນເນດີ ໄດ້ກ່າວວ່າ ພັກເດໂມແຄຣັດ ຈະຕໍ່ສູ້ເພື່ອຄ່າຈ້າງທີ່ດີຂຶ້ນສຳລັບບັນດາກຳ
ມະກອນ ເຊັ່ນດຽວກັບເບິ່ງແຍງພວກເດັກນ້ອຍ ແລະ ໂອກາດໃນການສຶກສາທີ່ສາ
ມາດຈ່າຍໄດ້, ພ້ອມກັບລະບົບປະກັນສຸຂະພາບທີ່ມີຄວາມເຫັນໃຈ, ບໍ່ວ່າທ່ານຈະປະ
ສົບກັບໂຣກມະເຮັງ ຫຼື ອາການຊຶມເສົ້າ ຫຼື ການຕິດຢາເສບຕິດ.” ທ່ານຍັງໄດ້ສະໜັບ
ສະໜູນນະໂຍບາຍດຽວ ກັບທີ່ທ່ານ ທຣຳ ໄດ້ກ່າວເນັ້ນໃນຄຳປາໄສຂອງທ່ານ, ລວມ
ມີຂໍ້ຕົກລົງການຄ້າ “ທີ່ມີຄວາມຍຸຕິທຳ” ແລະ ການປັບປຸງພື້ນຖານໂຄງລ່າງ.

ທ່ານໄດ້ຮັບການຢືນຕົບມືອີກຄັ້ງນຶ່ງ ເມື່ອທ່ານໄດ້ໃຫ້ຄຳສັນຍາຕໍ່ພວກຄົນເຂົ້າເມືອງ
1 ລ້ານ 8 ແສນຄົນ ທີ່ຖືກພໍ່ແມ່ຂອງເຂົາເຈົ້າພາມາ ສະຫະລັດ ຕັ້ງແຕ່ຕອນຍັງນ້ອຍ
ເຊິ່ງຮູ້ຈັກກັນໃນຊື່ ພວກ ນັກຝັນ ຫຼື “Dreamers” ວ່າ “ພວກເຈົ້າແມ່ນສ່ວນນຶ່ງໃນ
ຄວາມເປັນມາຂອງພວກເຮົາ, ພວກເຮົາຈະຕໍ່ສູ້ເພື່ອພວກເຈົ້າ. ພວກເຮົາຈະບໍ່ຍ່າງໜີ
ຈາກເຈົ້າ.”

ທ່ານ ເຄັນເນດີ ໄດ້ປິດທ້າຍຄຳປາໄສຂອງທ່ານດ້ວຍການຮຽກຮ້ອງໃຫ້ຊາວ ອາເມຣິ
ກັນ ທຸກຄົນ “ມີຄວາມເຊື່ອໝັ້ນ.. ຄຳປາໄສປະຈຳປີກ່ຽວ ກັບ ສະພາບການຂອງປະ
ເທດແມ່ນເຕັມໄປດ້ວຍຄວາມຫວັງ, ສູ້ທົນ ແລະ ຍືນຍົງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG