ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງຊິເນມາ ສັງ​ກັດພັກເດໂມແຄຣັດ ຈາກລັດອາຣີໂຊນາ ໄດ້ຊະ​ນະ​ບ່ອນ​ນັ່ງ​ໃນ​ສະ​ພາ​ສູງ​ສະ​ຫະ​ລັດ


ຜູ້ແທນສະມາຊິກສະພາຕໍ່າສະຫະລັດ ທ່ານນາງເຄຣ໌ຍສຕັນ ຊິເນມາ (Kyrsten Sinema) ພັກເດໂມແຄຣັດ ຈາກລັດອາຣີ
ໂຊນາ, 15 ຕຸລາ 2018, ໃນຟີນິກສ໌.
ຜູ້ແທນສະມາຊິກສະພາຕໍ່າສະຫະລັດ ທ່ານນາງເຄຣ໌ຍສຕັນ ຊິເນມາ (Kyrsten Sinema) ພັກເດໂມແຄຣັດ ຈາກລັດອາຣີ ໂຊນາ, 15 ຕຸລາ 2018, ໃນຟີນິກສ໌.

ພັກ​ເດ​ໂມ​ແຄ​ຣັດ​ຂອງ​ສະ​ຫະ​ລັດ ​ຍາດໄດ້ບ່ອນນັ່ງໃນ​ສະ​ພາ​ສູງບ່ອນ​ນຶ່ງ ໃນ​ວັນ​ຈັນ​
ວານ​ນີ້ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ນັບ​ຄະ​ແນນ​ສຽງ ຢູ່ໃນ​ລັດ​ອາ​ຣີ​ໂຊນາ ທາງ​ພາກ​ຕາ​ເວັນ​ຕົກ
​ຂອງ​ສະ​ຫະ​ລັດ ທີ່​ໄດ້​ຍືດ​ຍາວ​ມາ​ເກືອບ​ອາ​ທິດ​ນຶ່ງ ຫຼັງ​ຈາກທີ່​ພວກ​ລົງ​ຄະ​ແນນ​ສຽງ​
ໄດ້​ໄປ​ປ່ອນ​ບັດ​ໃນ​ວັນ​ທີ 6 ພະ​ຈິກ​ຜ່ານ​ມາ​ນີ້.

​ທ່ານ​ນາງເ​ຄຣຍ​ສ​ຕັນ ຊິ​ເນມາ ໄດ້​ຖືກ​ປະ​ກາດ​ວ່າ​ເປັນ​ຜູ້​ຊະ​ນະ ບ່ອນ​ນັ່ງ​ທີ່​ຫວ່າງ​ເປົ່າ
​ຂອງລັດ​ອາ​ຣີ​ໂຊນາ ໃນ​ແລງວັນ​ຈັນ​ວານ​ນີ້, ໄດ້​ຊະ​ນະ​ຜູ້​ລົງ​ແຂ່ງ​ຂັນ​ສັງ​ກັດ​ພັກ​ຣີ​ພ​ລັບ
​ບີ​ລ​ກັນ ທ່ານ​ນາງ​ມາ​ຕາ ແມັກ​ຊາ​ລີ ເກືອບ 2 ເປີ​ເຊັນ ຂອງ​ຄະ​ແນນ​ສຽງທັງໝົດ.

ທ່ານ​ນາງແມັກ​ຊາ​ລີ ໄດ້​ຂຽນ​ລົງ​ທວິດ​ເຕີ​ຣ໌ ສະ​ແດງ​ຄວາມ​ຍິນ​ດີ ຕໍ່​ທ່ານ​ນາງຊິ​ເນມາ
ແລະ​ໄດ້​ກ່າວ​ອວຍ​ພອນ​ ໃຫ້ອະ​ດີດ​ຄູ່​ແຂ່ງທາງ​ການ​ເມືອງຂອງ​ທ່ານ​ນາງ ໃຫ້​ປະ​ສົບ
​ຜົນ​ສຳ​ເລັດ.

​ທ່ານ​ນາງຊິ​ເນມາ ຈະ​ເປັນສະ​ມາ​ຊິກ​ສະ​ພາ​ສູງແມ່​ຍິງ​ຜູ້​ທຳ​ອິດ ຂອງ​ລັດ​ອາ​ຣີ​ໂຊ​ນາ
ຕອນ​ທີ່​ທ່ານ​ນາງ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ ຈາກການ​ລາ​ອອກ​ຂອງສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ
​ພັກ​ຣີ​ພັບບ​ລີ​ກັນ ທ່ານແຈັ​ຟ ເຟັລກ.

ທ່ານນາງມາຕາ ແມັກຊາລີ (Martha McSally) ແທນສະມາຊິກສະພາຕໍ່າສະຫະລັດ ສັງກັດ​ພັກຣີພລັບບີລກັນ ຈາກລັດອາຣີໂຊນາ, ກ່ຽວ​ກັບ​ກົດ​ລະ​ບຽບ​ການ​ຕ່າງໆ ໃນຫ້ອງຖ່າຍ​ທຳໂຕ້​ວາ​ທີ ກັບ ກັບ​ຕົວ​ແທນ ທ່ານນາງເຄຣ໌ຍສຕັນ ຊິເນມາ, ພັກເດໂມແຄຣັດຂອງລັດອາຣີໂຊນາ , 15 ຕຸ​ລາ 2018, ໃນ​ຟີ​ນິກ​ສ໌.
ທ່ານນາງມາຕາ ແມັກຊາລີ (Martha McSally) ແທນສະມາຊິກສະພາຕໍ່າສະຫະລັດ ສັງກັດ​ພັກຣີພລັບບີລກັນ ຈາກລັດອາຣີໂຊນາ, ກ່ຽວ​ກັບ​ກົດ​ລະ​ບຽບ​ການ​ຕ່າງໆ ໃນຫ້ອງຖ່າຍ​ທຳໂຕ້​ວາ​ທີ ກັບ ກັບ​ຕົວ​ແທນ ທ່ານນາງເຄຣ໌ຍສຕັນ ຊິເນມາ, ພັກເດໂມແຄຣັດຂອງລັດອາຣີໂຊນາ , 15 ຕຸ​ລາ 2018, ໃນ​ຟີ​ນິກ​ສ໌.

​ການ​ແຂ່ງ​ຂັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ສູງ​ລັດ​ອາ​ຣີ​ໂຊ​ນາ ແມ່ນ 1 ໃນ 3 ຂອງ​ການ​ແຂ່ງ​ຂັນ
ສະ​ມາ​ຊິກ​ສະ​ພາ​ສູງ ທີ່​ຜົນ​ອອກ​ມາ​ແມ່ນຍັງທັນ​ບໍ່​ຮູ້ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​
ໃນແລງວັນ​ອັງ​ຄານ​ສັບ​ປະ​ດາ​ແລ້ວ​ນີ້. ຜົນ​ສະ​ຫຼຸບການ​ແຂ່ງ​ຂັນສະ​ມາ​ຊິກ​ສະ​ພາ​ສູງຂອງ
ລັດ ມິດຊີຊິບປີ ແມ່ນກຳນົດໃສ່​ວັນ​ທີ 27 ພະ​ຈິກນີ້.

ຈຸດ​ສົນ​ໃ​ຈ​ສ່ວນ​ໃຫຍ່ ໃນ​ຂະ​ນະ​ນີ້ ແມ່ນ​ຢູ່​ໃນ​ລັດ​ຟ​ລໍ​ຣີ​ດາ ບ່ອນ​ທີ່ ການ​ນັບ​ຄະ​ແນນ
​ສຽງຄືນໃໝ່ ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່ ການ​ແຂ່ງ​ຂັນ​ລະ​ຫວ່າງສະ​ມາ​ຊິກ​ສະ​ພາ​ສູງທີ່​ຢູ່​ໃນ
​ຕຳ​ແໜ່ງພັກ​ເດ​ໂມ​ແຄ​ຣັດ ທ່ານ ບິ​ລ ແນລສັນ ກັບຜູ້​ທ້າ​ທາຍສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ
ຄືຜູ້​ປົກ​ຄອງ​ລັດທ່ານ​ຣິກ ສກ໊ອ​ຕ.

ມາ​ຮອດ​ວັນ​ຈັນ​ວານ​ນີ້ ທ່ານສກ໊ອ​ຕ ແມ່ນ​ໄດ້ຮັບ 12,500 ຄະ​ແນນ​ສຽງ ນຳ​ໜ້າ.
ການ​ນັບ​ຄະ​ແນນ​ຄືນ ແມ່ນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ໃນ​ການ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງຜູ້​ປົກ
​ຄອງ​ລັດຂອງ​ລັດ​ຟ​ລໍ​ຣີ​ດາ ເພື່ອ​ມາ​ແທນ​ທ່ານສກ໊ອ​ຕ. ສະ​ມາ​ຊິກ​ສະ​ພາ​ພັກຣີ​ພັບ
​ບ​ລີ​ກັນທ່ານ​ຣອນ ດີ​ແຊນ​ຕິ​ສ ແມ່ນ​ເປັນ​ຜູ້​ນຳ​ໜ້າ​ເຈົ້າ​ຄອງ​ກຳ​ແພງ​ນະຄອນ
ແທ​ລ​ລາ​ຮາດ​ຊີ ຈາກພັກເດໂມແຄຣັດ ທ່ານ ແອນດ​ຮູ ກິ​ລ​ລຳ ເກືອບ 34,000
ຄະ​ແນນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG