ສະພາຕ່ຳທີ່ພັກເດໂມແຄຣັດມີສຽງສ່ວນຫຼາຍ ໄດ້ນຳເອົາຄວາມຮຸນແຮງຂອງປືນຂຶ້ນ
ມາອະພິປາຍກັນ ເປັນເທື່ອທຳອິດໃນຮອບແປດປີທີ່ຜ່ານມາ ເພື່ອຟັງຄຳໃຫ້ການໃນ
ວັນພຸດວານນີ້ຢູ່ລັດຖະສະພາ ຈາກບັນດາຜູ້ເຄາະຮ້າຍ ແລະບັນດານັກເຄື່ອນໄຫວ
ດ້ານຄວາມປອດໄພຂອງປືນ.ທ່ານເຈີຣໂຣຣດ໌ ແນດເລີຮ ສະມາຊິກສະພາຕ່ຳຈາກ
ລັດນິວຢອກ ປະທານຄະນະກຳມາທິການຍຸຕິທຳ ກ່າວວ່າ “ເຖິງແມ່ນຈະເຫັນວ່າມີ
ຄວາມຕ້ອງການໃຫ້ມີການຖະແຫຼງເຖິງຄວາມຮີບຮ້ອນຮຸນແຮງຂອງປືນ ເປັນເວລາ
ດົນນານເກີນໄປແຕ່ລັດຖະສະພາ ກໍບໍ່ໄດ້ເຮັດຫຍັງໝົດ.”
ການໂຕ້ວາທີເລື້ອງຄວາມປອດໄພຂອງປືນ ໄດ້ເພີ້ມຂຶ້ນຫຼັງຈາກຜູ້ຍິງປືນໄດ້ສັງຫານ
17 ຄົນ ດ້ວຍອາວຸດປືນຍາວ ທີ່ມີຄວາມແຮງສູງໃນວັນທີ 14 ກຸມພາ ປີກາຍນີ້ ຢູ່
ເມືອງພາກແລນ ລັດຟລໍລິດາ. ບັນດາຜູ້ລອດຊີວິດຈາກການຍິງກັນຢູ່ ມັດທະຍົມ
ມາຈໍຣີ ສະໂຕນແມນ ດັກລັສ ໄດ້ຈັດໃຫ້ມີການ “ເດີນຂະບວນເພື່ອຊີວິດພວກເຮົາ” ປະທ້ວງຢູ່ນະຄອນຫຼວງວໍຊິງຕັນດີ.ຊີ ເພື່ອຮຽກຮ້ອງເອົາຄວາມປອດໄພຂອງປືນ
ທີ່ປະກອບດ້ວຍຫຼາຍຮ້ອຍພັນຄົນມາຈາກທົ່ວປະເທດ.ແຕ່ຫຼັງຈາກຫຼາຍເດືອນຕໍ່
ມາຫຼັງການຍິງກັນແລ້ວ ບັນດານັກເຄື່ອນ
ໄຫວເດີນຂະບວນເພື່ອຊີວິດພວກເຮົາ ກໍໄດ້ເຮັດວຽກກັບບັນດາອົງການຄວາມປອດ
ໄພປືນ ຢູ່ໃນປະຊາຄົມຕ່າງໆ ທີ່ລະບາດໂດຍຄວາມຮຸນແຮງຂອງປືນ ແຕ່ບໍ່ໄດ້ຖືກ
ເອົາຫົວຊາຢູ່ໃນລະດັບແຫ່ງຊາດ.
ນາງອາລາຢາຮ ອິສມັນ ອະດີດນັກຮຽນໂຮງຮຽນສະໂຕນແມນ ດັກລັສ ກ່າວຕໍ່ຄະ
ນະກຳມາທິການວ່າ “ຂ້າພະເຈົ້າຫາກໍໄດ້ເຮັດວຽກຢ່າງບໍ່ມີຄວາມອິດເມື່ອຍ ເພື່ອ
ແບ່ງປັນເວທີຂອງຂ້າພະເຈົ້າ ພ້ອມດ້ວຍບັນດາປະຊາຄົມທີ່ເຫັນຄວາມສຳຄັນ
ເພາະວ່າສຽງເຂົາເຈົ້າມີຄວາມສຳຄັນເທົ່າກັບຂ້າພະເຈົ້າ ແລະເພື່ອນຮ່ວມງານຂ້າ
ພະເຈົ້າຈາກພາກແລນ.”
ນາງດາຍແອນ ລາຕີເກີຣ ຜູ້ລິເລີ້ມ ໂຄງການພວກເດັກນ້ອຍອອກຈາກຄຸ້ມ ເພື່ອ
ຊ່ວຍພວກຊາວໜຸ່ມທີ່ຕົກຢູ່ໃນອັນຕະລາຍ ໃນນະຄອນຊີຄາໂກ ໃຫ້ໜີອອກ ຈາກ
ຄວາມຮຸນແຮງຂອງປືນ ກ່າວຕໍ່ ວີໂອເອ ວ່າ “ດ້ວຍຄວາມແຕກຕ່າງຈາກການຍິງກັນ ແລະພວກຊາວໜຸ່ມພາກແລນ ຄວາມເນັ້ນໜັກໄດ້ແນໃສ່ຄວາມຮຸນແຮງຂອງປືນ. ແລະຂ້າພະເຈົ້າດີໃຈແທ້ໆກ່ຽວກັບເລື້ອງນີ້.”