ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໄບ​ເດັນ ກ່າວຫຼັງ​ຈາກ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ວ່າ ປະ​ຊາ​ທິ​ປະ​ໄຕແມ່ນ "ຜູ້​ທີ່​ເຮົາ​ເປັນ"


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ​ ໄບ​ເດັນ ກ່າວ​ຄຳ​ປ​າ​ໄສ​ ໃນ​ຫ້ອງ​ຮັບ​ປະ​ທານ​ອາ​ຫານ​ລັດ ຂອງ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 9 ພະ​ຈິກ 2022.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ​ ໄບ​ເດັນ ກ່າວ​ຄຳ​ປ​າ​ໄສ​ ໃນ​ຫ້ອງ​ຮັບ​ປະ​ທານ​ອາ​ຫານ​ລັດ ຂອງ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 9 ພະ​ຈິກ 2022.

ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຂອງ ອາ​ເມ​ຣິ​ກາ, ເຊິ່ງ​ໄດ້​ເຮັດ​ໃຫ້​ການ​ຄວບ​ຄຸມ​ລັດ​ຖະ​ສະ​ພາບໍ່​ມີ​ຄວາມ​ແນ່ນອນ​ເທື່ອ ດ້ວຍຫຼາຍ​ບ່ອນ​ນັ່ງ​ໃນ​ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ​ຍັງ​ບໍ່​ໄດ້​ຖືກ​ຕັດ​ສິນຫຼັງ​ຈາກ​ການ​ນັບ​ບັດ​ຄະ​ແນນ​ສຽງ​ໝົດ​ມື້ນັ້ນ, ແນວ​ໃດ​ກໍ່​ຕາມ​ໄດ້​ເຮັດ​ໃຫ້​ມັນ​ເປັນ​ວັນ​ທີ່​ດີ​ ສຳ​ລັບ​ປະ​ຊາ​ທິ​ປະ​ໄຕ, ອີງ​ຕາມ​ການ​ກ່າວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃນ​ວັນ​ພຸດ​ວານນີ້.

ທ່ານ ໄບ​ເດັນ​ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງກອງ​ປ​ະ​ຊຸມ​ຖະ​ແຫຼງ​ຂ່າວ ກ່ຽວ​ກັບ ຫຼາຍ​ຫົວ​ຂໍ້​ດົນ 53 ນາ​ທີ​ຢູ່​ທຳ​ນຽບ​ຂາວ​ວ່າ “ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ​ໄດ້​ຖືກ​ທົດ​ສອບ​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ, ແຕ່​ດ້ວຍ​ຄະ​ແນນ​ສຽງ​ຂອງ​ເຂົາ​ເຈົ້າ, ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ແມ່ນ​ໄດ້​ອອກ​ມາ​ເວົ້າ ແລະ ພິ​ສູດ​ໃຫ້​ເຫັນ​ອີກ​ຄັ້ງ​ນຶ່ງວ່າ ປະ​ຊາ​ທິ​ປະ​ໄຕ​ແມ່ນ​ຜູ້​ທີ່​ເຮົາ​ເປັນ.”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ອະ​ທິ​ບາຍ​ພັກ​ເດ​ໂມ​ແຄ​ຣັດຂອງ​ທ່ານ​ວ່າ​ ເຮັດ​ໄດ້​ດີກວ່າ​ທີ່​ຄາດ​ໄວ້​ຕໍ່​ພັກ​ຣີ​ພັບ​ບ​ລີ​ກັນ ແລະ ໄດ້​ປະ​ກາດ​ວ່າ​ທ່ານ​ຈະ​ເຊື້ອ​ເຊີນ​ບັນ​ດາ​ຜູ້​ນຳ​ຂອງ​ທັງ​ສອງ​ພັກ​ມາ​ທຳ​ນຽບ​ຂາວ ຫຼັງ​ຈາກ​ທ່ານ​ໄດ້​ເດີນ​ທາງ​ກັບຈາກກອງ​ປະ​ຊຸມ G-20 ໃນ ອິນ​ໂດ​ເນ​ເຊຍ ເພື່ອ​ປຶກ​ສາ​ຫາ​ລື​ວິ​ທີ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ ກ່ຽວ​ກັບ ບູ​ລິ​ມະ​ສິດ​ດ້ານເສດ​ຖະ​ກິດ ແລະ ຄວາມ​ປອດ​ໄພ​ແຫ່ງ​ຊາດ.

ໂຊກ​ຊະ​ຕາ​ທາງ​ດ້ານ​ການ​ເມືອງ​ຂອງ ສະ​ຫະ​ລັດ ແມ່ນ​ຢູ່​ໃນ​ສະ​ຖາ​ນະ​ການທີ່ບໍ່​ໄປ​ບໍ່​ມາ, ດ້ວຍ​ການ​ຄວບ​ຄຸມ​ຂອງ​ທັງ​ສອງ​ສະ​ພາ​ໃນ​ລັດ​ຖະ​ສະ​ພາ​ຍັງ​ບໍ່​ມີ​ຄວາມ​ແນ່ນອນ ເຊິ່ງກາ​ນ​ນັບ​ຄະ​ແນນ​ສຽງ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ເຊິ່ງ​ອາດ​ແກ່​ຍາວ​ໄປ​ອີກ​ຫຼາຍ​ວັນ​ໃນ​ການ​ແຂ່ງ​ຂັນ​ທີ່​ສູ​ສີ​ກັນ​ໂພດ​ທີ່​ຈະ​ຕັດ​ສິນ.

ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ນັກ​ສຳຫຼວດ​ຄວາມ​ຄິດ​ເຫັນ​ສ່ວນຫຼາຍ​ໄດ້​ຄາດ​ວ່າ​ຝ່າຍ​ຄ້ານ​ພັກ​ຣີ​ພັບ​ບ​ລີ​ກັນ ຈະ​ໄດ້​ຮັບ​ການ​ຄວບ​ຄຸມ​ສະ​ພາ​ຕ່ຳ ແລະ ອາດ​ເປັນ​ໄປ​ໄດ້​ໃນສະ​ພາ​ສູງ, ເຮັດ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ໝັ້ນ​ໃຈ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຂັດ​ຂວາງ​ນະ​ໂຍ​ບາຍ​ທີ່​ທະ​ເຍີ​ທະ​ຍານ​ຂອງ​ທ່ານ ໄບ​ເດັນ ສຳ​ລັບ​ໄລ​ຍະ​ທີ​ສອງ​ຂອງ​ການ​ດຳ​ເນີນ​ຕຳ​ແໜ່ງ​ສີ່​ປີ​ຂອງ​ທ່ານ​ໃນ​ທຳ​ນຽບ​ຂາວ.

ສະ​ພາ​ສູງ​ຕອນນີ້​ແມ່ນ​ຖືກ​ແບ່ງ​ເຄິ່ງ​ເປັນ 50-50 ລະ​ຫວ່າງ​ພັກ​ເດ​ໂມ​ແຄ​ຣັດ ແລະ ຣີ​ພັບ​ບ​ລີ​ກັນ. ແຕ່​ການ​ເລືອ​ກ​ຕັ້ງ​ກາງ​ສະ​ໄໝ​ໃນ​ວັນ​ອັງ​ຄານ​ທີ່​ຜ່​ານ, ພັກ​ເດ​ໂມ​ແຄ​ຣັດ ໄດ້​ພິກ​ການ​ຄວບ​ຄຸມ​ບ່ອນ​ນັ່ງ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ລັດ ເພັນ​ຊິ​ລ​ເວ​ເນຍ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ, ໃນ​ຂະ​ນະ​ທີ່​ຜົນ​ຄະ​ແນນ​ແມ່ນ​ຍັງ​ບໍ່​ແນ່ນອນ​ໃນ​ອີກ​ສາມ​ລັດ​ຄື ອາ​ຣິ​ໂຊ​ນາ ແລະ ເນ​ວາ​ດາ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ ສະ​ຫະ​ລັດ ແລະ ລັດ ຈໍ​ເຈຍ ໃນ​ພາກ​ໃຕ້.

35 ຈາກ 100 ບ່ອນ​ນັ່ງ​ໃນ​ສະ​ພາ​ສູງ ແມ່ນ​ໄດ້ມີ​ການແຂ່ງ​ຂັນເອົາ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG