ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຍົກຍ້າຍຖິ່ນຖານ ແລະປະຊາທິປະໄຕ ຄື​ຈຸດ​ເພັ່ງ​ເລັງ​ ຂອ​ງທ່ານ​ບ​ລິງ​ເກັນ ​ໃນ​ການ​ ຢ້ຽມ​ຢາມເອ​ກົວ​ດໍ ແລະ​ໂຄ​ລອມ​ເບຍ


ທ່ານ Antony Blinken ກ່າວໃນກອງປະຊຸມຖະ​ແຫລງຂ່າວ ຮ່ວມກັບປະທານາທິບໍດີໂຄລອມເບຍ ທ່ານ​ອີ​ວານ ດຸກ​ຄ໌ (Iván Duque) ຢູ່​ໃນນະ​ຄອນ​ຫລວງໂບ​ໂກ​ຕາ (Bogota) ຂອງໂຄລອມເບຍ, ວັນ​ທີ 20 ຕຸ​ລາ 2021
ທ່ານ Antony Blinken ກ່າວໃນກອງປະຊຸມຖະ​ແຫລງຂ່າວ ຮ່ວມກັບປະທານາທິບໍດີໂຄລອມເບຍ ທ່ານ​ອີ​ວານ ດຸກ​ຄ໌ (Iván Duque) ຢູ່​ໃນນະ​ຄອນ​ຫລວງໂບ​ໂກ​ຕາ (Bogota) ຂອງໂຄລອມເບຍ, ວັນ​ທີ 20 ຕຸ​ລາ 2021

ສະຫະລັດແລະໂຄລອມເບຍກຳລັງຈັດການເຈລະຈາລະດັບສູງ ໃນວັນພະຫັດ ມື້ນີ້ ໃນຂະນະທີ່ລັດຖະມົນຕີການຕ່າງປະເທດຂອງສະຫະລັດ, ທ່ານແອນ​ໂທ​ນີ ບ​ລິງ​ເກັນສະຫຼຸບການເດີນທາງໄປຢ້ຽມຢາມຂົງເຂດດັ່ງກ່າວ ເຊິ່ງລວມມີການສຸມ ໃສ່ນະໂຍບາຍກ່ຽວ​ກັບການຍົກຍ້າຍຖິ່ນຖານ ແລະການຍົກ​ສູງປະຊາທິປະໄຕ.

ທ່ານບ​ລິງ​ເກັນ ກ່າວຕໍ່ບັນດານັກຂ່າວ ໃນວັນພຸດວານນີ້ ຫຼັງຈາກໄດ້ພົບປະກັບປະທານາທິບໍດີໂຄລອມເບຍ, ທ່ານອີ​ວານ ດຸກ​ຄ໌ (Ivan Duque) ວ່າທັງສອງປະເທດມີຫຼາຍຂົງເຂດທີ່​ອາດຮ່ວມມືກັນ​ໄດ້ ລວມມີຂົງເຂດຕ່າງໆ ເຊັ່ນ: ການ​ບໍ​ລິ​ການຄອມພິວເຕີຜ່ານ​ອິນ​ເຕີ​ແນັດ, ເທັກໂນໂລຈີດ້ານສາທາລະນະສຸກແລະກະສິກຳ.

ທ່ານກ່າວວ່າ ການຮ່ວມມືດັ່ງກ່າວຈະເປັນນຶ່ງໃນຫລາຍຫົວຂໍ້ທີ່​ຈະນຳພິຈາລະນາ ຕື່ມອີກໃນລະຫວ່າງການສົນທະນາລະດັບສູງລະຫວ່າງສະຫະລັດ-ໂຄລອມເບຍ ໃນວັນພະຫັດມື້ນີ້.

ສະຫະລັດກໍາລັງຮ້ອງຂໍໃຫ້ບັນດາປະເທດໃນຊີກໂລກຕາເວັນຕົກເລັ່ງການໃຫ້ຄໍາ​ໝັ້ນສັນຍາເພື່ອຮັບມືກັບສິ່ງທ້າທາຍແບບ​ກະ​ທັນ​ຫັນຂອງການຍົກຍ້າຍຖິ່ນຖານ ແບບຜິດ​ປົກ​ກະ​ຕິຍ້ອນ​ວ່າ ສະ​ຫະ​ລັດຂະຫຍາຍການໃຫ້ສິດ ໃນການອົບພະຍົບເຂົ້າມາໃນສະຫະລັດແບບຖືກຕ້ອງຕາມກົດໝາຍ.

ທ່ານບ​ລິງ​ເກັນໄດ້ໂອ້ລົມສົນທະນາກັບເຈົ້າໜ້າທີ່ຫຼາຍກ່ວາສິບຄົນຈາກຂົງ​ເຂດອາເມຣິກາລາຕິນໃນກອງ​ປະ​ຊຸມລັດຖະມົນຕີກ່ຽວກັບການຍົກຍ້າຍຖິ່ນຖານລະດັບຂົງ​ເຂດໃນນະ​ຄອນ​ຫລວງໂບ​ໂກ​ຕາ (Bogota) ຂອງໂຄລອມເບຍ. ລັດຖະມົນຕີຮັກສາຄວາມປອດໄພຂອງປະເທດສະ​ຫະ​ລັດ, ທ່ານອາ​ເລ​ຈານ​ໂດ​ຣ ມາຍ​ຢອກ​ຄັ​ສ (Alejandro Mayorkas) ໄດ້ເຂົ້າຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວທາງ​ອອນ​ລາຍ.

ສະຫະລັດໄດ້ປຶກສາຫາລືກ່ຽວກັບທາງເລືອກຕ່າງໆ ລວມທັງການຊ່ວຍເຫຼືອໃນ ການກັບໄປແບບສະໝັກໃຈສຳລັບພວກຍົກຍ້າຍຖິ່ນຖານທີ່ບໍ່ມີສິດຂໍລີ້ໄພທີ່ຖືກ ຕ້ອງໃຫ້ກັບຄືນປະເທດຂອງເຂົາເຈົ້າ.

“ພວກເຮົາເພີ່ມທະວີການຮ່ວມມື ດ້ານການບັງຄັບໃຊ້ກົດໝາຍຕໍ່ຜູ້ລັກລອບນຳ​ເອົາ​ຄົນ​ເຂົ້າ​ມາແລະພວກຄ້າມະນຸດ. ...ພວກເຮົາປັບປຸງການປົກປ້ອງ, ການ ກວດ​ຄັດເລືອກ, ການນຳສົ່ງຕໍ່ໄປ​ພ້ອມໆກັບການ​ທີ່ພວກເຮົາປັບ​ປຸງຄວາມເຂັ້ມ ແຂງຂອງ​ການດຳເນີນງານ​ດ້ານການຂໍລີ້ໄພ ... ແລະອາດຈະຫຼາຍກວ່າໄລຍະ ປານກາງ, ຂະຫຍາຍວິ​ທີທາງກົດໝາຍໃນການອົບ​ພະ​ຍົບ​, ສຳ​ລັບພວກທີ່ໄດ້​ອົບ​ພະ​ຍົບຢູ່ແລ້ວ ແລະພວກ​ໃໝ່​ອີກ​ດ້ວຍ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານບ​ລິງ​ເກັນ ທີ່ກ່າວໃນກອງປະຊຸມຖະ​ແຫລງຂ່າວ ຮ່ວມກັບປະທານາທິບໍດີໂຄລອມເບຍ ທ່ານ​ອີ​ວານ ດຸກ​ຄ໌ (Iván Duque).

ທ່ານ​ດຸກ​ຄ໌ ຢືນຢັນວ່າ ລັດຖະບານຂອງທ່ານໄດ້ຮັບການ​ຊ່ວຍ​ເຫລືອ​ດ້ານຊັບພະ ຍາກອນຈາກສະຫະລັດ ເພື່ອຮັບມືກັບສິ່ງທີ່ທ່ານເອີ້ນວ່າ “ວິກິດການໃນ​ການຍົກຍ້າຍຖິ່ນຖານທີ່ສັບສົນທີ່ສຸດໃນໂລກ” ຊຶ່ງ​ກໍ​ຄືວິກິດການ ໃນການຍົກຍ້າຍຖິ່ນຖານຂອງເວເນຊູເອລາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG