ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນເຕືອນວ່າ ປະຊາທິປະໄຕ ຕົກຢູ່ໃນໄພອັນຕະລາຍ ຂະນະທີ່ທ່ານ ກ່າວໄວ້ອາໄລ ໃຫ້ຜູ້ເສຍຊີວິດໃນສົງຄາມ


ທ່ານ ໂຈ ໄບເດັນ, ປະທານາທິບໍດີ ສະຫະລັດກ່າວຄໍາປາໄສໃນການສະຫລອງວັນລະລຶກເຖິງທະຫານທີ່ສະຫລະຊີວິດເພື່ອປະເທດຊາດຄັ້ງທີ 153 ຢູ່ທີ່ສຸສານແຫ່ງຊາດອາລິງຕັນ, ລັດເວີຈີເນຍ ໃນວັນທີ 31 ພຶດສະພາ, 2021.
ທ່ານ ໂຈ ໄບເດັນ, ປະທານາທິບໍດີ ສະຫະລັດກ່າວຄໍາປາໄສໃນການສະຫລອງວັນລະລຶກເຖິງທະຫານທີ່ສະຫລະຊີວິດເພື່ອປະເທດຊາດຄັ້ງທີ 153 ຢູ່ທີ່ສຸສານແຫ່ງຊາດອາລິງຕັນ, ລັດເວີຈີເນຍ ໃນວັນທີ 31 ພຶດສະພາ, 2021.

ປະທານາທິບໍດີ ສະຫະລັດ, ທ່ານ ໂຈ ໄບເດັນໄດ້ເຕືອນໃນວັນຈັນວານນີ້ ໃນຂະນະທີ່ກ່າວຄຳປາໄສເພື່ອສະຫລອງວັນບຸນລະລຶກເຖິງທະຫານທີ່ສະຫລະຊີວິດເພື່ອປະເທດຊາດວ່າ “ປະຊາທິປະໄຕໃນຕົວມັນເອງ ແມ່ນຕົກຢູ່ ໃນໄພອັນຕະລາຍ ຢູ່ໃນປະເທດນີ້ໜີ້ ແລະຢູ່ໃນທົ່ວໂລກ.”

ທ່ານ ໄບເດັນ ໄດ້ໃຫ້ຄຳເຫັນດັ່ງກ່າວ ຫລັງຈາກທ່ານພ້ອມດ້ວຍຮອງປະທານາທິບໍດີ ຄາມາລາ ແຮຣີສ ແລະ ບັນດາເຈົ້າໜ້າທີ່ທະຫານຂັ້ນສູງຂອງປະເທດໄດ້ເຂົ້າຮ່ວມພິທີວາງພວງມາລາ ຢູ່ທີ່ສຸສານແຫ່ງຊາດອາລິງຕັນ.

"ສິ່ງທີ່ພວກເຮົາເຮັດໃນເວລານີ້, ວິທີທີ່ພວກເຮົາໃຫ້ກຽດລະນຶກເຖິງຜູ້ທີ່ເສຍຊີວິດໃນສົງຄາມ ຈະເປັນການກໍານົດວ່າ ປະຊາທິປະໄຕຈະຢູ່ຕໍ່ໄປໄດ້ດົນນານ ຫຼືບໍ່," ນັ້ນຄືຄໍາເວົ້າຂອງທ່ານປະທານາທິບໍດີ ທີ່ເວົ້າແບບອ້ອມໆ ເຖິງການປິດລ້ອມຫໍ ລັດຖະສະພາສະຫະລັດໃນວັນທີ 6 ມັງກອນຜ່ານມາໂດຍພວກທີ່ຫາທາງຕ່າວ ປີ້ນຜົນຂອງການເລືອກຕັ້ງໃນເດືອນພະຈິກ ທີ່ທ່ານໄບເດັນ ທີ່ສັງກັດພັກເດໂມ ແຄຣັດໄດ້ເອົາຊະນະ ປະທານາທິບໍດີ ດໍໂນລ ທຣໍາ ທີ່ມາຈາກພັກຣີພັບບລິກັນ ທີ່ກໍາຕໍາແໜ່ງຢູ່ນັ້ນ.

ໃນວັນສຸກຜ່ານມາ ພວກສະມາຊິກສະພາສູງຈາກພັກຣີພັບບລີກັນໄດ້ສະກັດກັ້ນຮ່າງກົດໝາຍ ທີ່ໄດ້ຮັບການອະນຸມັດຈາກສະພາຕໍ່າ ເພື່ອສ້າງຕັ້ງຄະນະກຳມະ ການທີ່ມາຈາກສອງພັກຂຶ້ນ ເພື່ອສືບສວນການກໍ່ຄວາມວຸ້ນວາຍທີ່ວ່ານັ້ນ.

ທ່ານໄບເດັນ ດັ່ງທີ່ທ່ານໄດ້ເຮັດມາໃນຫຼາຍໆຄັ້ງ, ໄດ້ກ່າວເຖິງການຕໍ່ສູ້ເພື່ອ "ຈິດວິນຍານຂອງອາເມຣິກາ" ທີ່ "ເຮັດໃຫ້ມີຊີວິດມາໄດ້ ໂດຍການສູ້ລົບທີ່ ຍືດເຍື້ອຍາວນານລະຫວ່າງສັນຊາດຕະຍານທີ່ຮ້າຍແຮງທີ່ສຸດຂອງພວກເຮົາ - ເຊິ່ງພວກເຮົາໄດ້ເຫັນແລ້ວ - ແລະເທວະດາທີ່ດີກວ່າພວກເຮົາ."

ໃນຂະນະທີ່ປະເທດໄດ້ສະຫລອງວັນບຸນປະຈຳປີເພື່ອໃຫ້ກຽດແກ່ຜູ້ທີ່ເສຍຊີວິດ ໃນສົງຄາມຂອງຕົນຢູ່ນັ້ນ, ທ່ານ ໄບເດັນ ໃນຕອນທີ່ຢູ່ສຸສານຕັ້ງຢູ່ທາງທິດໃຕ້ຂອງນະຄອນຫລວງວໍຊິງຕັນ ຍັງໄດ້ກ່າວເຖິງ “ສິດໃນການປ່ອນບັດ ລົງຄະ ແນນສຽງເລືອກຕັ້ງຢ່າງເສລີ ແລະເປັນທຳ ແລະຢ່າງສະດວກ.”

ບໍ່ເທົ່າໃດຊົ່ວໂມງກ່ອນການກ່າວ ຄຳປາໄສຂອງທ່ານປະທານາທິບໍດີນັ້ນ ພວກ ສັງກັດພັກເດໂມແຄຣັດກໍໄດ້ຍ່າງອອກຈາກຫ້ອງປະຊຸມຂອງສະພາຕໍ່າຂອງລັດ ເທັກຊັສ ເພື່ອປ້ອງກັນບໍ່ໃຫ້ພວກສັງກັດພັກຣີພັບບລິກັນ ສາມາດຜ່ານຮ່າງກົດ ໝາຍທີ່ຈະສ້າງຂໍ້ຈຳກັດໃໝ່ ໃນການປ່ອນບັດລົງຄະແນນສຽງ ຢູ່ໃນລັດທີ່ມີປະ ຊາກອນຫຼາຍທີ່ສຸດ ອັນດັບສອງຂອງສະຫະລັດ.

ທ່ານປະທານາທິບໍດີກ່າວວ່າ "ສິດໃນການປ່ອນບັດລົງຄະແນນສຽງ, ສິດໃນການທີ່ຈະພຸ້ງຂຶ້ນຢູ່ໃນໂລກ ເທົ່າທີ່ຄວາມສາມາດຂອງທ່ານຈະເຮັດໄດ້ໂດຍທີ່ ບໍ່ຖືກຈຳກັດໂດຍສິ່ງກີດຂວາງທີ່ເປັນສິດທິພິເສດແລະອຳນາດຢ່າງບໍ່ເປັນທໍາ-ນັ້ນຫລະເປັນແຫລ່ງທີ່ມາຂອງປະຊາທິປະໄຕ."

ໃນການກ່າວຄຳປາໄສ 22 ນາທີຂອງທ່ານເພື່ອໃຫ້ກຽດແກ່ຜູ້ທີ່ສະຫລະຊີວິດໄປ ນັ້ນ, ທ່ານໄບເດັນ ຍັງໄດ້ຮຽກຮ້ອງໃຫ້ສື່ມວນຊົນດຳເນີນງານໄປຕາມ “ຄວາມ ເປັນຈິງ, ອີງໃສ່ຂໍ້ເທັດຈິງ, ບໍ່ແມ່ນການໂຄສະນາຊວນເຊື່ອ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG