ໃນຮອບ 84 ປີຜ່ານມາ ການຍົກເວັ້ນຢູ່ໃນກົດໝາຍສະຫະລັດ
ໄດ້ອະນຸຍາດໃຫ້ມີການນຳເຂົ້າສິນຄ້າທັງຫຼາຍທີ່ເຮັດໂດຍພວກ
ຂ້າທາດ ແລະພວກທີ່ຖືບັງຄັບໃຊ້ງານອື່ນໆ ທີ່ຮວມມີ ພວກເດັກ
ນ້ອຍ ຕາບໃດທີ່ການຮຽກຮ້ອງຕ້ອງການແມ່ນຫຼາຍກວ່າສິນຄ້າ
ເຫລົ່ານັ້ນ. ຍັງອີກພຽງແຕ່ສອງສັບປະດາເທົ່ານັ້ນ ການກະທຳ
ດັ່ງກ່າວນີ້ ກໍຈະກາຍມາເປັນເລື້ອງຜິດກົດໝາຍ.
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ລົງນາມໃນຂໍ້ຕົກລົງການຄ້າ ໃນວັນພຸດວານນີ້ ທີ່ຮວມຢູ່ໃນນັ້ນແມ່ນຮວມທັງຂໍ້ກຳນົດ ທີ່ຈະອັດຊ່ອງຫວ່າງທາງກົດໝາຍ ທີ່ໄດ້ມີຜົນບັງຄັບໃຊ້ໃນປີ 1932 ນັ້ນ.
ມາດຕະການ ທີ່ເອີ້ນວ່າ Tariff Act ຊຸມປີ 1930 ໄດ້ຫ້າມການນຳເຂົ້າສິນຄ້າຕ່າງໆ ທີ່ເຮັດໂດຍແຮງງານພວກຂ້າທາດ ແຕ່ວ່າ ການເກືອດຫ້າມ ດັ່ງກ່າວນີ້ ບໍ່ໄດ້ນຳມາໃຊ້ກັບສິນຄ້າໃດໆ ທີ່ບໍ່ແມ່ນການຜະລິດທີ່ຫຼວງຫຼາຍນັ້ນ ຈຶ່ງຖືກຍົກເວັ້ນ ເພື່ອ “ສະໜອງຄວາມຮຽກ ຮ້ອງຕ້ອງການຂອງຜູ້ບໍລິໂພກໃນສະຫະລັດ.”
ຮ່າງກົດໝາຍໃໝ່ໄດ້ຖືກນຳຂຶ້ນມາໃນປີກາຍນີ້ ໃນຂະນະທີ່ບັນດາກຸ່ມປົກປ້ອງສິດທິມະ
ນຸດຮຽກຮ້ອງໃຫ້ມີເອົາໃຈໃສ່ກ່ຽວກັບການລະເມີດດ້ານແຮງງານໂດຍສະເພາະໃນອຸດສາ
ຫະກຳ ປະມົງໃນເຂດເອເຊຍອາຄະເນ.
ອົງການແຮງງານຂອງສະຫະປະຊາຊາດ ກະປະມານວ່າ ມີ 21 ລ້ານຄົນ ແມ່ນໄດ້ຕົກເປັນພວກຮັບເຄາະໃນການຖືກບັງຄັບໃຊ້ແຮງງານໃນທົ່ວໂລກ ຫຼາຍກວ່າເຄິ່ງນຶ່ງແມ່ນໃນຂົງເຂດເອເຊຍປາຊິຟິກ ຊຶ່ງແຮງງານເຫຼົ່ານີ້ສ້າງກຳໄລຢ່າງຜິດກົດໝາຍຫຼາຍກວ່າ 150 ພັນລ້ານໂດລ່າ ອີງຕາມອົງການສະຫະປະຊາຊາດ.