ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າສູນຄວບຄຸມ ແລະປ້ອງກັນພະຍາດ ສຫລ ເວົ້າວ່າ ສາຍພັນແດລຕາ ເປັນໄວຣັສຕິດເຊື້ອຜ່ານການຫາຍໃຈ ທີ່ຕິດແປດໄດ້ໄວທີ່ສຸດ


ຮ້ານຂາຍຢາແຫ່ງນຶ່ງຢູ່ໃນຄຸ້ມໃກ້ກັບແຄມຫາດຊາຍ Brighton ຊຶ່ງເປັນຄຸ້ມຢູ່ອາໄສຂອງຄົນເຊື້ອສາຍຣັດເຊຍໃນນະຄອນນິວຢອກທີ່ມີຈໍານວນຄົນຕິດພະຍາດໂຄວິດ-19 ເພີ້ມຂຶ້ນນັ້ນຕິດປ້າຍໂຄສະນາໃຫ້ຄົນໄປສັກຢາວັກຊິນກັນ Covid-19, ວັນທີ 22 ກໍລະກົດ, 2021
ຮ້ານຂາຍຢາແຫ່ງນຶ່ງຢູ່ໃນຄຸ້ມໃກ້ກັບແຄມຫາດຊາຍ Brighton ຊຶ່ງເປັນຄຸ້ມຢູ່ອາໄສຂອງຄົນເຊື້ອສາຍຣັດເຊຍໃນນະຄອນນິວຢອກທີ່ມີຈໍານວນຄົນຕິດພະຍາດໂຄວິດ-19 ເພີ້ມຂຶ້ນນັ້ນຕິດປ້າຍໂຄສະນາໃຫ້ຄົນໄປສັກຢາວັກຊິນກັນ Covid-19, ວັນທີ 22 ກໍລະກົດ, 2021

ຜູ້ອຳນວຍການສູນຄວບຄຸມ ແລະປ້ອງກັນພະຍາດສະຫະລັດ, ທ່ານນາງໂຣແຊລ ວາເລນສກີ (Rochelle Walensky) ກ່າວໃນວັນພະຫັດວານນີ້ວ່າ ເຊື້ອໄວຣັສໂຄໂຣນາສາຍພັນແດລຕາ ທີ່ພາໃຫ້ເກີດພະຍາດໂຄວິດ-19 ນັ້ນ “ພວກເຮົາຮູ້ວ່າເປັນໄວຣັສຕິດເຊື້ອຜ່ານທາງການຫາຍໃຈ ທີ່ຕິດແປດໄດ້ໄວທີ່ສຸດ ທີ່ຂ້າພະເຈົ້າເຄີຍໄດ້ເຫັນມາ ຢູ່ໃນການເຮັດວຽກງານນີ້ໄດ້ 20 ປີ."

ບັນດາເຈົ້າໜ້າທີ່ໃນນະຄອນຫລວງວໍຊິງຕັນ ໃນວັນພະຫັດວານນີ້ໄດ້ຮຽກຮ້ອງໃຫ້ປະຊາຊົນໄປຮັບການສັກຢາກັນພະຍາດໂຄວິດເພື່ອປົກປ້ອງຕົນເອງ ບໍ່ໃຫ້ຕິດພະຍາດສາຍພັນດັ່ງກ່າວ ແລະເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັສໂຄໂຣນາ.

ຈີນບໍ່ພໍໃຈທີ່ອົງການອະນາໄມໂລກຢາກສືບຕໍ່ທໍາການສືບສວນສອບສວນເບິ່ງວ່າໄວຣັສໂຄໂຣນາ ໄດ້ເລັດລອດ ອອກຈາກຫ້ອງທົດລອງທີ່ເມືອງວູຫານທີ່ພາ ໃຫ້ມີການລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວໂລກນັ້ນ ຫລືບໍ່.

ຮອງລັດຖະມົນຕີຂອງຄະນະກຳມາທິການດ້ານສາທາລະນະສຸກແຫ່ງຊາດຈີນ,ທ່ານເຊງ ຢິນຊີ (Zeng Yixin) ກ່າວໃນວັນພະຫັດວານນີ້ວ່າ ການສະເໜີຂອງອົງການອະນາໄມໂລກ ໃຫ້ເປີດການສືບສວນຄືນອີກຕໍ່ການຮົ່ວໄຫລຂອງຫ້ອງທົດລອງຈີນ ວ່າເປັນແຫຼ່ງທີ່ມາຂອງການລະບາດພະຍາດຢູ່ທົ່ວໂລກນັ້ນແມ່ນບໍ່ເຄົາລົບ” ຕໍ່ສາມັນສໍານຶກ ແລະເປັນທັດສະນະທີ່ອວດເກັ່ງຕໍ່ວິທະຍາສາດ. ທ່ານກ່າວວ່າ ຈີນ "ບໍ່ສາມາດຍອມຮັບເອົາແຜນການດັ່ງກ່າວໄດ້."

ການສືບສວນຂອງຈີນ ແລະອົງການອະນາໄມໂລກ ທີ່ດຳເນີນໄປໃນຕົ້ນປີນີ້ໄດ້ສະຫຼຸບວ່າ “ມັນເປັນໄປບໍ່ໄດ້ທີ່ສຸດ” ວ່າການຮົ່ວໄຫລອອກມາຈາກຫ້ອງທົດລອງໃນວູຫານ ເປັນແຫລ່ງທີ່ມາຂອງໄວຣັສນີ້. ຢ່າງໃດກໍ່ຕາມບັນດານັກຊ່ຽວຊານສາກົນກ່າວວ່ານັກວິທະຍາສາດຈີນໃຊ້ອິດທິພົນຫຼາຍເກີນໄປໃນການກຳນົດຜົນຂອງການສືບສວນນັ້ນ.

ຫລັງຈາກມີການຊັກຊ້າ ຍ້ອນການລະບາດຢ່າງໜັກຂອງພະຍາດມາໄດ້ 1 ປີ, ການແຂ່ງຂັນກິລາໂອລິມປິກໂຕກຽວ ກໍໄດ້ເປີດຂຶ້ນຢ່າງເປັນທາງການໃນວັນສຸກມື້ນີ້.

ການແຂ່ງຂັນດັ່ງກ່າວ ຈັດຂຶ້ນທ່າມກາງຄວາມເປົ່າຫວ່າງຂອງບ່ອນນັ່ງສໍາລັບຫລາຍພັນຄົນ ຢູ່ໃນສະໜາມກິລາໂອລິມປິກໂຕກຽວ, ໂດຍມີພຽງແຕ່ແຂກຜູ້ມີກຽດປະມານ 900 ຄົນ ແລະເຈົ້າໜ້າທີ່ຄົນອື່ນໆເຂົ້າຮ່ວມເພາະມີການລະມັດ ລະວັງຢ້ານການລະບາດຂອງໂຄວິດ-19.

ປະຊາຊົນຍີ່ປຸ່ນຄັດຄ້ານຢ່າງກວ້າງຂວາງຕໍ່ການຈັດງານມະຫະກຳກິລານີ້ ເພາະຢ້ານວ່າ ມັນຈະເຮັດໃຫ້ສະພາບການລະບາດຂອງພະຍາດ ທີ່ເຮັດໃຫ້ປະເທດຍີປຸ່ນຊຸດໂຊມລົງຢູ່ແລ້ວນັ້ນ ຮ້າຍແຮງຂຶ້ນໄປອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້:

The director of the U.S. Centers for Disease Control and Prevention, Rochelle Walensky, said Thursday the delta variant of the coronavirus that results in COVID-19 “is one of the most infectious respiratory viruses we know of and that I have seen in my 20-year career.”

Officials in Washington on Thursday urged people to get COVID vaccinations to protect themselves from the variant and to curb the spread of the coronavirus.

China is not happy that the World Health Organization wants to continue to investigate whether the coronavirus escaped from a lab in Wuhan, resulting in the worldwide COVID-19 pandemic.

The vice minister of the Chinese National Health Commission, Zeng Yixin, said Thursday WHO’s proposal to reopen its investigation into a Chinese lab leak as the source of the global outbreak lacked “respect for common sense and an arrogant attitude toward science.” He said China “can’t possibly accept such a plan.”

An investigation China and WHO conducted earlier this year concluded that it was “extremely unlikely” that a Wuhan lab leak was the source of the virus. International experts say, however, that Chinese scientists wielded too much influence in determining the results of the investigation.

After a one-year pandemic delay, the Tokyo Olympics formally opens Friday.

The event will be held amid tens of thousands of empty seats in Tokyo’s Olympic Stadium, with only about 900 dignitaries and other officials attending because of COVID-19 precautions.

The Japanese public is broadly opposed to holding the Games, fearing they will worsen Japan’s already deteriorating pandemic situation.

Tokyo on Thursday reported nearly 2,000 new COVID-19 infections – a six-month high for a city that is already under a state of emergency due to COVID pandemic.

India’s health ministry said Friday it had recorded more than 35,000 new COVID cases and 483 deaths in the previous 24-hour period.

Johns Hopkins Coronavirus Resource Center reported a total of 192.5 million global COVID cases Friday.

XS
SM
MD
LG