ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການ ສປຊ ຮຽກຮ້ອງ ໃຫ້ຍຸຕິແນເປົ້າ ໂຈມຕີໃສ່ ພົນລະເຮືອນ ແລະ ພະນັກງານ ຊ່ວຍເຫຼືອ ໃນທົ່ວໂລກ


ສະມາຊິກເຮືອບິນກອງທັບ ບຣາຊິລ ຢືນກົງ ໃນຂະນະທີ່
ໂລງສົບ ຂອງທູດພິເສດອົງການສະຫະປະຊາຊາດປະຈຳ
ອີຣັກ ທ່ານ Sergio Vieira de Mello ຖືກນຳຂຶ້ນສູ່ເຮືອບິນ
ທີ່ສະໜາມບິນ ແບກແດັດ, ອີຣັກ. 22 ສິງຫາ, 2003.
ສະມາຊິກເຮືອບິນກອງທັບ ບຣາຊິລ ຢືນກົງ ໃນຂະນະທີ່ ໂລງສົບ ຂອງທູດພິເສດອົງການສະຫະປະຊາຊາດປະຈຳ ອີຣັກ ທ່ານ Sergio Vieira de Mello ຖືກນຳຂຶ້ນສູ່ເຮືອບິນ ທີ່ສະໜາມບິນ ແບກແດັດ, ອີຣັກ. 22 ສິງຫາ, 2003.

ໃນວັນມະນຸດສະທຳໂລກ ເມື່ອວັນເສົາວານນີ້, ອົງການສະຫະປະຊາຊາດໄດ້ຮຽກຮ້ອງ
ໃຫ້ມີການຍຸຕິ ເຈຕະນາແນເປົ້າໃສ່ບັນດາພົນລະເມືອງ ແລະ ຜູ້ມີເມດຕາທັງຫຼາຍ ທີ່
ສ່ຽງຊີວິດຂອງເຂົາເຈົ້າ ເພື່ອຊ່ວຍເຫຼືອບັນດາຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍທີ່ໝົດ
ຫວັງທີ່ຕິດຄ້າງໃນສົງຄາມ.

ເພື່ອລະນຶກເຖິງພິທີຂອງປີນີ້, ອົງການສະຫະປະຊາຊາດ ໄດ້ຕັ້ງຈຸດເພັ່ງເລັງໃສ່ບັນຫາ
ຄວາມຮຸນແຮງ ຕໍ່ພະນັກງານຮັກສາສຸຂະພາບ ແລະ ສະຖານທີ່ຕ່າງໆ, ແລະ ຄວາມ
ໝາຍຂອງເຂົາເຈົ້າສຳລັບປະຊາກອນທັງຫຼາຍ.

ໃນການເປີດງານຂອງວັນດັ່ງກ່າວ, ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ
Antonio Guterres ກ່າວວ່າ “ສຸຂະພາບຂອງພະນັກງານມະນຸດສະທຳ ຜູ້ທີ່ໄດ້ຕັ້ງໃຈ
ທີ່ຈະຊ່ວຍເຫຼືອ, ປິ່ນປົວ ແລະ ປົກປ້ອງປະຊາຊົນຄົນພວກນີ້ ແມ່ນໄດ້ກາຍເປັນເປົ້າ
ໝາຍສຳລັບການໂຈມຕີໂດຍຕັ້ງໃຈ."

ທ່ານກ່າວວ່າ “ພະນັກງານໄດ້ຖືກຂ້າຕາຍ, ບາດເຈັບ ແລະ ຖືກຈັບກຸມ. ວັດສະດຸການ
ຊ່ວຍເຫຼືອ ແລະ ການແພດໄດ້ຖືກລັກໄປ ແລະ ຖືກທຳລາຍ, ສະຖານພະຍາບານ ປິ່ນ
ປົວສຸຂະພາບ ແລະ ໂຮງໝໍແຫ່ງຕ່າງໆແມ່ນໄດ້ຮັບຄວາມເສຍຫາຍ ແລະ ຖືກທຳລາຍ.”

ອົງການສະຫະປະຊາຊາດໄດ້ລາຍງານວ່າ ມີການໂຈມຕີ 302 ຄັ້ງຕໍ່ພະນັກງານປິ່ນປົວ
ສຸຂະພາບໃນປີ 2016, ລວມທັງການຕາຍຂອງ 418 ຄົນ ແລະ ບາດເຈັບ 561 ຄົນໃນ
20 ປະເທດ. ສ່ວນໃຫຍ່ໄດ້ເກີດຂຶ້ນໃນປະເທດ ຊີເຣຍ.

ໃນສາມເດືອນທຳອິດຂອງປີນີ້, ອົງການສະຫະປະຊາຊາດໄດ້ລາຍງານການໂຈມຕີ 88
ຄັ້ງ, 80 ຄົນເສຍຊີວິດ ແລະ 81 ຄົນໄດ້ຮັບບາດເຈັບໃນ 14 ປະເທດ. ປະເທດ ຊີເຣຍ
ເຊິ່ງມີສົງຄາມເຂົ້າເປັນປີທີ 6 ແລ້ວ, ບັນທຶກການໂຈມຕີໄດ້ມີເຖິງ 58 ຄັ້ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG