ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າຄະນະລັດຖະມົນຕີ ຂອງ ນິວ ເດລີ ຖືກຈັບ ໃນຂໍ້ຫາ ທຸຈະຣິດ ໃບອະນຸຍາດຈຳໜ່າຍເຫຼົ້າ 


ແຟ້ມພາບ - ຫົວໜ້າຄະນະລັດຖະມົນຕີ ທ່ານ ອາວິນ ເກຈຣີວາລ, ກາງ, ສະຫຼອງໄຊຊະນະຂອງພັກ ອາມ ອາດມີ ໃນນະຄອນຫຼວງ ນິວ ເດລີ, ອິນເດຍ, ວັນທີ 11 ກຸມພາ 2020. ທ່ານ ເກຈຣີວາລ ໄດ້ຖືກຈັບ ວັນທີ 21 ມີນາ 2024, ອົງການອາຊະຍາກໍາທາງດ້ານການເງິນຂອງປະເທດ, ໂດຍໄດ້ຖືກກ່າວຫາວ່າ ຮັບເງິນສິນບົນ ຈາກຜູ້ຮັບເໝົາຂາຍເຫຼົ້າ.
ແຟ້ມພາບ - ຫົວໜ້າຄະນະລັດຖະມົນຕີ ທ່ານ ອາວິນ ເກຈຣີວາລ, ກາງ, ສະຫຼອງໄຊຊະນະຂອງພັກ ອາມ ອາດມີ ໃນນະຄອນຫຼວງ ນິວ ເດລີ, ອິນເດຍ, ວັນທີ 11 ກຸມພາ 2020. ທ່ານ ເກຈຣີວາລ ໄດ້ຖືກຈັບ ວັນທີ 21 ມີນາ 2024, ອົງການອາຊະຍາກໍາທາງດ້ານການເງິນຂອງປະເທດ, ໂດຍໄດ້ຖືກກ່າວຫາວ່າ ຮັບເງິນສິນບົນ ຈາກຜູ້ຮັບເໝົາຂາຍເຫຼົ້າ.

ທ່ານອາວິນ ເກຈຣີວາລ (Arvind Kejriwal) , ຫົວຫນ້າຄະນະລັດຖະມົນຕີຂອງ ນິວ ເດລີ ແລະຜູ້ສະຫນັບສະຫນູນຕໍ່ຕ້ານການສໍ້ລາດບັງຫຼວງທີ່ຍາວນານໃນປະເທດອິນເດຍ, ໄດ້ຖືກອົງການອາຊະຍາກໍາທາງດ້ານການເງິນຂອງປະເທດ ຈັບກຸມ ໃນວັນພະຫັດວານນີ້, ໂດຍຖືກກ່າວຫາວ່າ ຮັບເງິນສິນບົນ 12 ລ້ານໂດລາ ຈາກຜູ້ຮັບເຫມົາຂາຍເຫຼົ້າ ໃນເວລາອອກໃບອະນຸຍາດຂາຍເຫຼົ້າ.

ລັດຖະມົນຕີທ່ານອື່ນໆ ທີ່ຢູ່ໃນຂໍ້ກ່າວຫານີ້ ແລະ ພັນທະມິດລະດັບສູງ ຂອງ ທ່ານ ເກຈຣີວາລ (Kejriwal) 2 ຄົນ ໄດ້ຖືກຂັງຄຸກ.

ກ່ອນ​ທີ່​ຈະ​ຖືກ​ຈັບ​ກຸມ​ໃນ​ຕອນ​ກາງ​ຄືນ​ວັນ​ພະ​ຫັດ, ທ່ານ ເກຈຣີວາລ (Kejriwal) ໄດ້ຖືກ​ສອບສວນ​ເປັນ​ເວ​ລາຫຼາຍ​ຊົ່ວ​ໂມງ ຢູ່​ທີ່​ເຮືອນ​ຂອງທ່ານ.

ພັກ ອາມ ອາດມີ (Aam Aadmi) ຂອງ ທ່ານ ເກຈຣີວາລ (Kejriwal), ຫຼືພັກປະຊາຊົນທົ່ວໄປ, ຈະຄັດຄ້ານພັກ ບາຣາຕີຢາ ຈານາຕາ (Bharatiya Janata) ຂອງນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ (Narendra Modi) ໃນການເລືອກຕັ້ງທີ່ຈະມາເຖິງ.

ທ່ານ ເກຈຣີວາລ (Kejriwal) ໄດ້ດຳລົງຕຳແໜ່ງເປັນຫົວໜ້າລັດຖະມົນຕີ ເປັນເວລາ 9 ປີ. ທ່ານ​ໄດ້ຂະຫຍາຍ​ຖານ​ຜູ້​ສະໜັບສະໜຸນ​ຂອງທ່ານ ໃນຖານະເປັນ​ຜູ້ເຮັດສົງຄາມຕໍ່ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ​ໂດຍໄດ້​ສາບານວ່າ​ຈະ​ຕໍ່ສູ້​ກັບ​ສິ່ງ​ທີ່​ຫລາຍໆ​ຄົນ​ ເບິ່ງ​ວ່າ ​ແມ່ນ​ລັດຖະບານ​ທີ່ເຕັມໄປດ້ວຍການໃຫ້ສິນບົນ​ທາງ​ການ​ເມືອງ.

ທ່ານ ນາງ ອາຕິຊີ ຊິງ (Atishi Singh), ລັດຖະມົນຕີການສຶກສາ ແລະຜູ້ນໍາຂອງ ພັກ ອາມ ອາດມີ, ໄດ້ປະຕິເສດການກ່າວຫາດັ່ງກ່າວ ແລະກ່າວວ່າອົງການຂອງລັດຖະບານກາງທີ່ຈັບ ທ່ານ ເກຈຣີວາລ (Kejriwal) ເປັນຜູ້ສ້າງຂໍ້ກ່າວຫາດັ່ງກ່າວ. ທ່ານ​ນາງ​ກ່າວ​ຕື່ມ​ວ່າ ໃນ​ຂະ​ນະ​ທີ່​ພັກ ​ຕໍ່​ສູ້​ກັບ​ຂໍ້​ກ່າວ​ຫາດັ່ງກ່າວ, ທ່ານ ເກຈຣີວາລ (Kejriwal) ຈະ​ຍັງ​ເປັນຫົວໜ້າຄະນະລັດຖະມົນຕີ ແລະ​ພັກ​ຂອງ​ທ່ານ​ນາງ ​ຈະຂໍອຸທອນ​ຕໍ່​ສານ​ສູງ​ສຸດ​ ເພື່ອໃຫ້​ຖອນ​ການ​ຈັບ​ກຸມ.

ທ່ານນາງ ຊິງ ກ່າວວ່າ ເນື່ອງຈາກວ່າການສືບສວນຍັງດໍາເນີນຢູ່, ທ່ານ ເກຈຣີວາລ (Kejriwal) ຄວນໄດ້ຮັບການສອບສວນແຕ່ບໍ່ຖືກຈັບ.

ອີງ​ຕາມ​ທະ​ນາຍ​ຄວາມ​ຂອງ​ລັດ​ຖະ​ບານ, ອົງ​ການ​ລັດ​ຖະ​ບານ​ກາງ​ໄດ້​ຮຽກ​ຕົວ ທ່ານ ເກຈຣີວາລ (Kejriwal) ເກົ້າເທື່ອ ​ເພື່ອ​ສອບ​ຖາມ​ໃນ​ຊ່ວງບໍ່ເທົ່າໃດເດືອນ​ທີ່​ຜ່ານ​ມາ, ແຕ່​ທ່ານ​ບໍ່ໄດ້ມາຕາມການຮຽກ​ຮ້ອງ​ແຕ່​ລະ​ຄັ້ງ​ ໂດຍ​ອ້າງ​ວ່າ ​ທ່ານ​ຫຍຸ້ງກັບ​ວຽກ​ງານ​ການ​ເມືອງຫຼາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG