ພັກການເມືອງໃໝ່ຂອງໄທເວົ້າວ່າ ຕົນຈະເລີ້ມຮັບເອົາເງິນບໍລິຈາກທາງການເມືອງ
ຄືນອີກ ເຖິງແມ່ນວ່າໄດ້ຖືກສັ່ງຫ້າມ ບໍ່ໃຫ້ຮັບເອົາໂດຍພວກເຈົ້າໜ້າທີ່ ເລືອກຕັ້ງ
ພາຍຫລັງທີ່ຮີບໂຮມເງິນໄດ້ຫລາຍກວ່າ 5 ແສນໂດລາ ໃນມື້ທໍາອິດທີ່ພັກດັ່ງກ່າວ
ໄດ້ເລີ້ມເປີດການຫາທຶກນສະໜັບສະໜຸນ.
ພັກອະນາຄົດໃໝ່ ຫລື Future Forward ທີ່ນໍາພາໂດຍ ທ່ານທະນະທອນ ຈຶງຣຸ້ງ
ເຣືອງກິດ, ນັກທຸລະກິດໜຸ່ມເສດຖີເງິນຕື້ທີ່ມີສະເໜ່ດຶງດູດຈິດໃຈຄົນໄດ້ໂຜ່ຕົວຂຶ້ນ
ມາເປັນພັກໃໝ່ທີ່ມີພະລັງກ່ອນໜ້າການເລືອກຕັ້ງທີ່ເກີນກໍານົດ ແລ້ວ ຊຶ່ງຄາດວ່າ
ຈະຈັດຂຶ້ນໃນປີໜ້ານີ້.
ເງິນຫລາຍກວ່າ 615,000 ໂດລາໄດ້ລັ່ງໄປຫາພັກດັ່ງກ່າວ ໃນຮູບແບບທີ່ ເປັນການບໍລິ
ຈາກ, ຄ່າເປັນສະມາຊິກ, ແລະການຂາຍສິນຄ້າ ພາຍຫລັງທີ່ ພັກດັ່ງກ່າວໄດ້ເລີ້ມເປີດ
ໃຫ້ມີການບໍລິຈາກຢ່າງເປັນທາງການ ໃນຕົ້ນເດືອນນີ້ ຢູ່ໃນເວທີ ການເຮັດໃຫ້ມີປະຊາ
ທິປະໄຕຢູ່ໃນຂັ້ນຮາກຖານ ແລະຄ່ານິ ຍົມທີ່ມີຄວາມກ້າວໜ້າ, ອີງຕາມຄໍາເວົ້າຂອງ
ພັກດັ່ງກ່າວ.
ທ່ານນາງ ພັນນິກາພານິດ ວານິສ ໂຄສົກຂອງພັກອະນາຄົດໃໝ່ ຫລື Future
Forward ກ່າວຕໍ່ວີໂອເອໃນວັນພຸດວານນີ້ວ່າ ພັກຂອງທ່ານນາງກໍາລັງກຽມຈະປະ
ກາດວ່າ ຈະຝ່າຝືນຄໍາສັ່ງໃດໆ ຈາກລັດຖະບານທະຫານ ທີ່ເກືອດຫ້າມການ ຫາທຶນ
ແກ່ພັກໂດຍກົງນັ້ນ. ຄະນະລັດຖະບານທະຫານດັ່ງກ່າວມີຊື່ຢ່າງເປັນທາງການວ່າ
ຄະນະຮັກສາຄວາມສະຫງົບແຫ່ງຊາດ ຫລື NCPO.