ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບ ເລີ້ມດຳເນີນຄະດີ ອະດີດ ປະທານາທິບໍດີ Morsi (ສະ​ໄລ​ດ໌)


ແມ່ຍິງຄົນນຶ່ງກຳລັງຍົກ ຮູບພາບ ປະທານາທິບໍດີ Morsi
ໃນລະຫວ່າງການປະທ້ວງ ໃນກຸງໄຄໂຣ ວັນທີ 1 ພະຈິກ 2013.
ແມ່ຍິງຄົນນຶ່ງກຳລັງຍົກ ຮູບພາບ ປະທານາທິບໍດີ Morsi ໃນລະຫວ່າງການປະທ້ວງ ໃນກຸງໄຄໂຣ ວັນທີ 1 ພະຈິກ 2013.
ອີ​ຈິບ​ເລີ້ມ​ດຳ​ເນີນ​ຄະດີອະດີດ​ປະທານາທິບໍດີ Mohamed Morsi ທີ່
​ຖືກ​ປົດ​ອອກ​ຈາກຕຳ​ແໜ່​ງ​ໃນ​ວັນ​ຈັນ​ມື້​ນີ້ ທ່າມກາງ​ຄວາມ​ເປັນ​ຫ່ວງ​ທີ່​
ວ່າການ​ດຳ​ເນີນ​ຂັ້ນ​ຕອນ​ດັ່ງກ່າວ​ສາມາດຍຸຍົງ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ
​ທີ່​ປະ​ເທດ​ໄດ້​ປະ​ເຊີນ​ມາຕັ້ງ​ແຕ່​ກອງທັບ​ປົດ​ທ່ານ Morsi ອອກຈາກ
​ຕຳ​ແໜ່​ງ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ນັ້ນ.

ການ​ດຳ​ເນີນຄະດີ​ດັ່ງກ່າວ​ກຳລັງ​ມີ​ຂຶ້ນ​ໃນ​ສະຖານ​ທີ່​ແຫ່ງ​ນຶ່ງທີ່​ຜູ້​ຄົນ​ລຶ້ງ
​ເຄີຍນັ້ນ​ກໍ​ຄື ສຳນັກ​ງານ​ໃຫຍ່​ຕຳຫຼວດ​ບ່ອນ​ດຽວ​ກັນ​ກັບ​ບ່ອນ​ທີ່​ທ່ານ​
ໂຮ​ສນີ ມູບາຣັກ ອະດີດ​ຜູ້ນຳ​ທີ່​ໄດ້ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ ຖືກ​ດຳ​
ເນີນ​ຄະດີ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ໄດ້​ມີ​ການ​ຢາຍພວກ​ເຈົ້າ
​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ໃນ​ຈຳນວນ​ຢ່າງ​ຫຼວງ​ຫຼາຍອອກ​ປະຕິບັດ​ງານ​ໃນ​ຂົງ​ເຂດໃນ​ວັນ​ຈັນ​ມີ້​ນີ້.

ທ່ານ Morsi ກຳລັງ​ປະເຊີນໜ້າ​ກັບ​ຂໍ້​ກ່າວ​ຫາ​ຕ່າງໆ ພ້ອມ​ດ້ວຍ​ພວກ​ຈຳ​ເລີ​ຍອື່ນໆ​ຕື່ມ​ອີກ
14 ຄົນ​ທີ່​ຖືກ​ກ່າວ​ຫາ​ວ່າ ຍຸຍົງ​ໃຫ້​ກໍ່​ການ​ຄາດ​ຕະກຳ ​ແລະ​ຄວາມ​ວຸ້ນວາຍ​ຂຶ້ນ​ໃນ​ລະຫວ່າງ
ການ​ປະ​ທະ​ກັນ​ຢູ່​ນອກ​ທຳນຽບປະທານາທິບໍດີ​ໃນ​ເດືອນ​ທັນວາ​ປີ​ແລ້ວ​ນີ້.

ທ່ານ Morsi ​ໄດ້​ຖືກ​ຄຸມ​ຂັງ​ໄວ້​ໃນ​ສະຖານ​ທີ່​ລັບໆ​ແຫ່ງ​ນຶ່ງ ນັບ​ແຕ່​ຜູ້ກ່ຽວ​ໄດ້​ຖືກ​ປົດ​ອອກ​ຈາກ​ຕຳ
​ແໜ່​ງມາ ​ແລະ​ພວກ​ສະໜັບສະໜຸນ​ທ່ານ​ພາຍ​ໃຕ້​ການ​ນຳພາ​ໂດຍ​ພວກ​ພັກ​ພະລາດອນ​ພາບ​ມຸສ
ລິ​ມ ທີ່​ໄດ້​ຮຽກຮ້ອງ​ໃຫ້​ທ່ານ Morsi ກັບ​ຄືນ​ມາ​ດຳ​ລົງ​ຕຳ​ແໜ່​ງອີກ​ນັ້ນ. ກຸ່ມ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​
ມີ​ການ​ຊຸມນຸມຊົນຄັ້ງ​ໃຫຍ່​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ປະ​ທ້ວງ​ການ​ດຳ​ເນີນ​ຄະດີ​ດັ່ງກ່າວ.

XS
SM
MD
LG