ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ລາ​ຟ​ຣອ​ຟ ກ່າວ​ວ່າ ມາດ​ຕະ​ການ​ລົງ​ໂທດ ສະ​ຫະ​ລັດ ບໍ່​ສາ​ມາດຢຸດ ທໍ່​ແກັ​ສຂອງ ຣັດ​ເຊຍ ໄດ້


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລອ​ຟ​ຣອ​ຟ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ໂຣມ ປະ​ເທດ ອິ​ຕາ​ລີ. 6 ທັນ​ວາ, 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລອ​ຟ​ຣອ​ຟ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ໂຣມ ປະ​ເທດ ອິ​ຕາ​ລີ. 6 ທັນ​ວາ, 2019.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ ຣັດ​ເຊຍ ທ່ານ ເຊີ​ເກ ລາ​ຟ​ຣອ​ຟ ໄດ້ອອກ​ມາ​ໃຊ້​ຄຳ​ເວົ້າ​ທີ່​ເປັນ​ການ​ທ້າ​ທາຍໂດຍ​ກ່າວ​ວ່າ ໂຄງ​ການທໍ່ແກັ​ສ Nord Stream 2 ແລະ Turk Stream ຈະ​ໄດ້​ເລີ່ມ​ດຳ​ເນີນ​ການ​ເຖິງ​ແມ່ນ​ຈະ​ຖືກ​ມາດ​ຕະ​ການ​ລົງ​ໂທດ ສະ​ຫະ​ລັດ ຢູ່​ກໍ​ຕາມ.

ໃນ​ການ​ກ່າວ​ຢ້ຳ​ໂດຍ​ອົງ​ການ​ຂ່າວ Interfax ໃນ​ວັນ​ອາ​ທິດ​ວານນີ້, ທ່ານ ລາ​ຟ​ຣອ​ຟ ໄດ້​ກ່າວ​ວ່າ ຣັດ​ເຊຍ ມີ​ແຜນ​ທີ່​ຈະ​ຕອບ​ໂຕ້​ຕໍ່​ມາດ​ຕະ​ການ​ໃໝ່​ຕ່າງໆ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເຊັນ​ຮ່າງ​ກົດ​ໝາຍ​ສະ​ບັບ​ນຶ່ງ​ທີ່​ລວມ​ມີ​ກົດ​ໝາຍ​ວາງ​ມາດ​ຕະ​ການ​ລົງ​ໂທດ​ ໃສ່ບໍ​ລິ​ສັດ​ຕ່າງໆ​ທີ່​ວາງ​ທໍ່​ສຳ​ລັບ​ໂຄງ​ການ Nord Stream 2, ເຊິ່ງ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ຂ​ະ​ຫຍາຍ​ຂະ​ໜາດ​ຂອງ​ແກັ​ສ​ເປັນ​ສອງ​ເທົ່າ ຢູ່​ຕາມ​ເສັ້ນ​ທາງ​ທໍ່​ແກັ​ສ Nord Stream ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ຫາ​ປະ​ເທດ ເຢຍ​ຣະ​ມັນ.

ມີ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ ຣັດ​ເຊຍ ເພີ່ມ​ເຕີມ ສຳ​ລັບ​ການ​ກ່າວ​ຫາ​ວ່າ​ເຂົາ​ເຈົ້າ​ໄດ້​ແຊກ​ແຊງ​ໃນ​ຂະ​ບວນ​ການ​ປະ​ຊາ​ທິ​ປະ​ໄຕ​ຢູ່​ຕ່າງ​ປະ​ເທດ ພ້ອມ​ກັບ​ການ​ “ໃສ່​ຮ້າຍ​ປ້າຍ​ສີ​” ຂອງ​ເຂົາ​ເຈົ້າ​ໃນ​ປະ​ເທດ ຊີ​ເຣຍ ແລະ ກາ​ນ​ຮຸກ​ຮານ ຢູ​ເຄ​ຣນ ເຊິ່ງ​ເປັນ​ທີ່​ຮູ້​ຈັກ​ດັ່ງ​ກັບ “ຮ່າງ​ກົດ​ໝາຍ​ມາດ​ຕະ​ການ​ລົງ​ໂທດ​ຈາກ​ນາ​ຮົກ” ທີ່​ໄດ້​ຖືກ​ຮັບ​ຜ່ານ​ໂດຍ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ສູງ ສະ​ຫະ​ລັດ ແຕ່ບໍ່​ໄດ້​ຈັດ​ການ​ລົງ​ຄະ​ແນນ​ສຽງ​ໃນ​ລັດ​ຖະ​ສະ​ພາ.

ໃນ​ການ​ໃຫ້​ຄຳ​ເຫັນ​ອີກ​ຄັ້ງ​ນຶ່ງ, ທ່ານ ລາ​ຟ​ຣອ​ຟ ໄດ້​ກ່າວ​ວ່າ ຣັດ​ເຊຍ ໄດ້​ກຽມ​ພ້ອມ​ທີ່​ຈະ​ລວມ​ເອົາ​ລູກ​ສອນ​ໄຟ​ໜັກ ຊາ​ມັດ (Sarmat) ແລະ ລູກ​ສອນ​ໄຟ​ຄວາມ​ໄວ​ເໜືອ​ສຽງ ອາ​ວັງ​ກາດ (Avangard) ເຂົ້າ​ນຳ ຖ້າ​ສົນ​ທິ​ສັນ​ຍາອາ​ວຸດ START ສະ​ບັບ​ໃໝ່ກັບ ສະ​ຫະ​ລັດ ຖືກ​ຕໍ່​ເວ​ລາ​ອອກ​ໄປ.

ຣັດ​ເຊຍ ເວົ້າ​ວ່າ ເຂົາ​ເຈົ້າ​ກໍ​ພ້ອມ​ທີ່​ຈະ​ສະ​ແດງ​ການ​ຍິງ​ລູກ​ສອນ​ໄຟ ຊາ​ມັດ ໃຫ້ ສະ​ຫະ​ລັດ ລັດ​ເບິ່ງ​ເຊັ່ນ​ກັນ, ອົງ​ການ​ຂ່າວ Interfax ໄດ້​ອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ທ່ານ ລາ​ຟ​ຣອ​ຟ ຢູ່​ໃນ​ລາຍ​ການ​ສຳ​ພາດໃນ​ໂທ​ລະ​ພາບ​ລັດ​ຖະ​ບານ ຣັດ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG