ລັດຖະມົນຕີ ປ້ອງກັນປະເທດ ຮັກສາການຊົ່ວຄາວ ທ່ານ ແພັດ ແຊນນາແຮນ ໄດ້ປະ
ຕິເສດ ຢ່າງສິ້ນເຊີງ ທີ່ວ່າ ສະຫະລັດ ຈະຂໍຮ້ອງພວກປະເທດ ທີ່ອະນຸຍາດ ໃຫ້ກອງ
ກຳລັງ ສະຫະລັດ ປະຈຳການຢູ່ນັ້ນ ຈ່າຍຄ່າໃຊ້ຈ່າຍທັງໝົດ ຂອງການໄປປະຈຳການ ຂອງກຳລັງທະຫານສະຫະລັດ ຢູ່ໃນດິນແດນຂອງພວກເຂົາເຈົ້າ ບວກກັບ 50 ເປີເຊັນ
ຕື່ມອີກ ສຳລັບການໄດ້ຮັບສິດທິພິເສດ ຈາກການປ້ອງກັນ ຂອງສະຫະລັດນຳດ້ວຍ.
“ພວກເຮົາ ຈະບໍ່ເອົາ ‘ຄ່າໃຊ້ຈາຍ ບວກກັບ 50’ ເປີເຊັນ” ທ່ານແຊນນາແຮນ ໄດ້
ກ່າວບອກ ບັນດາສະມາຊິກສະພາ ຢູ່ທີ່ການຮັບຟັງຄຳໃຫ້ການ ຂອງຄະນະກຳມະການ
ກອງທັບຂອງສະພາສູງ ແລະ ທ່ານກ່າວຕື່ມວ່າ ລາຍງານຕ່າງໆ ກ່ຽວກັບເລື້ອງນີ້ ແມ່ນ
“ບໍ່ຖືກຕ້ອງ.”
ເມື່ອສັບປະດາແລ້ວນີ້ ລາຍງານສື່ມວນຊົນ ໄດ້ກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ
ກຳລັງພິຈາລະນາເບິ່ງ ການເພີ້ມຄ່າໃຊ້ຈ່າຍດ້ານການເງິນ ແກ່ບັນດາພັນ ທະມິດ ທີ່
ຮັ່ງມີ ເຊັ່ນວ່າ ຍີ່ປຸ່ນ ເກົາຫຼີໃຕ້ ແລະເຢຍຣະມັນ ທີ່ໄດ້ເປັນສະຖານທີ່ ຕັ້ງຖານທັບຂອງ
ອາເມຣິກາ. ລາຍງານນັ້ນໄດ້ກ່າວອີກວ່າ ບັນດາພັນທະມິດຈະ ຕ້ອງຈ່າຍ 150 ເປີເຊັນ
ສຳລັບຄ່າໃຊ້ຈ່າຍຂອງການຕັ້ງຄ້າຍນັ້ນ.
ທ່ານ ແຊນນາແຮນ ໄດ້ກ່າວໃນວັນພະຫັດວານນີ້ວ່າ “ພວກເຮົາຈະບໍ່ດຳເນີນທຸລະກິດ
ແລະພວກເຮົາຈະບໍ່ດຳເນີນ ອົງການເພື່ອການກຸສົນ. ສ່ວນທີ່ສຳຄັນ ກໍແມ່ນວ່າ ພວກ
ຄົນທັງຫຼາຍ ຈ່າຍໃນສ່ວນທີ່ເປັນທຳຂອງພວກເຂົາເຈົ້າແລະການ ຊຳລະນັ້ນ ຈະມາ
ໃນຫຼາຍຮູບແບບ.”
ສະຫະລັດ ຈະຕ້ອງໄດ້ຮັກສາຖານທັບຫຼາຍຮ້ອຍແຫ່ງ ຢູ່ໃນ 20 ກວ່າປະເທດ ທົ່ວໂລກ.
ຖານທັບເຫຼົ່ານີ້ ອຳນວຍໃຫ້ກອງທັບສະຫະລັດ ສະແດງແສນຍານຸ ພາບຂອງຕົນ ແລະ
ປົກປ້ອງຜົນປະໂຫຍດຕ່າງໆຂອງສະຫະລັດ ໃນຂະນະ ດຽວກັນ ຍັງປົກປ້ອງບັນດາ
ປະເທດພັນທະມິດ ຈາກໄພຂົ່ມຂູ່ຕ່າງໆນາໆ.
ທ່ານທຣຳ ໄດ້ເອົາເລື້ອງການຊຸກຍູ້ໃຫ້ບັນດາປະເທດພັນທະມິດ ຈ່າຍເງິນຫຼາຍຂຶ້ນ
ສຳລັບ ການປົກປ້ອງ ເປັນບູລິມະສິດ ສ່ວນຫຼາຍ ຈະເລັງໃສ່ແຕ່ ປະເທດສະມາຊິກ
ອົງການເນໂຕ້ “ໃນທັນທີ” ທີ່ບໍ່ປະຕິບັດຕາມສັນຍາໝັ້ນໝາຍທີ່ຈະຈ່າຍ 2 ເປີເຊັນ
ຈາກຍອດ ຜະລິດຕະພັນລວມພາຍໃນ ຕໍ່ກິດຈະການດ້ານການທະຫານ.
ການໝັ້ນໝາຍນັ້ນ ໄດ້ເຮັດໄວ້ພາຍໃຕ້ລັດຖະບານທ່ານໂອບາມາໂດຍການຮຽກຮ້ອງ
ຕໍ່ບັນດາປະເທດສະມາຊິກ ອົງການເນໂຕ້ ໃຫ້ບັນລຸເປົ້າໝາຍ 2 ເປີເຊັນ ພາຍໃນປີ
2024.
ເມື່ອຕົ້ນສັບປະດາກ່ອນໜ້ານີ້ ທ່ານນາງ ແຄດຕຣິນ ວີລບາຣເກີ ຮັກສາການ ຮອງລັດ
ຖະມົນຕີ ປ້ອງກັນປະເທດ ຮັບຜິດຊອບດ້ານຄວາມໝັ້ນຄົງນານາຊາດ ໄດ້ກ່າວບອກ
ຄະນະກຳມະການດ້ານກອງທັບຂອງສະພາຕ່ຳວ່າ ການຮຽກຮ້ອງ “ຄ່າໃຊ້ຈ່າຍ ບວກ
50” ສຳລັບ ຖານທັບຕ່າງໆ ຂອງສະຫະລັດ ໃນທະວີບຢູ ໂຣບ ແມ່ນບໍ່ໄດ້ຖືກນຳມາ
ປຶກສາຫາລື.