ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍພົນເຮືອ​ຕີ​ ຫົວ​ໜ້າທີ່ ປຶ​ກສາ ​ຂອງລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ລາ​ອອກ​ຈາກ​ຕຳ​ແໜ່ງ


ນາຍພົນເຮືອ​ຕີ​ ທ່ານ ​ເຄວິນ ສ​ວີ​ນີ ທີ່​ເຫັນ​ໃນ​ວັນ​ທີ 30 ມັງ​ກອນ 2014 ຢູ່​ເທິງ​ກຳ​ປັ່ນ​ລົບ​ຝ​ຣັ່ງ ຢູ່​ອ່າວ​ ໂອ​ມານ ລະ​ຫວ່າງ​ການ​ຮ່ວມປະ​ຕິ​ບັດ​ງານ.
ນາຍພົນເຮືອ​ຕີ​ ທ່ານ ​ເຄວິນ ສ​ວີ​ນີ ທີ່​ເຫັນ​ໃນ​ວັນ​ທີ 30 ມັງ​ກອນ 2014 ຢູ່​ເທິງ​ກຳ​ປັ່ນ​ລົບ​ຝ​ຣັ່ງ ຢູ່​ອ່າວ​ ໂອ​ມານ ລະ​ຫວ່າງ​ການ​ຮ່ວມປະ​ຕິ​ບັດ​ງານ.

ນາຍພົນເຮືອ​ຕີ​ ທ່ານ ​ເຄວິນ ສ​ວີ​ນີ ຫົວ​ໜ້າທີ່​ປຶ​ກສາ​ຂອງລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ
​ປະ​ເທດ​ ໄດ້​ລາ​ອອກ​ຈາກ​ໜ້າ​ທີ່ ອີງ​ຕາມຖະ​ແຫຼງ​ການ​ກະ​ຊວງ​ປ້ອງ​ກັນ​ປະເທດ ທີ່​
ໄດ້​ເຜີຍ​ແຜ່​ໃນ​ວັນ​ເສົາ​ວານ​ນີ້.

ນ​າຍ​ພົນເຮືອ​ຕີ ທ່ານ​ ສວີ​ນີ ໄດ້​ກຳ​ຕຳ​ແໜ່ງ​ນັບ​ແຕ່​ເດືອນ​ມັງ​ກອນ 2017 ເປັນ​ຕົ້ນ​ມາ.

ນ​າຍ​ພົນ​ ສວີ​ນີ ກ່າວ​ວ່າ “ຫຼັງ​ຈ​າກ​ສອງ​ປີ​ຢູ່ ​ທຳ​ນຽບ​ຫ້າ​ແຈ ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ
​ວ່າ​ ມັນ​ເຖິງ​ເວ​ລາ​ແລ້ວທີ່​ຈະ​ກັບ​ຄືນ​ໄປ​ຫາ​ຫາພາກ​ສ່ວນ​ເອ​ກະ​ຊົນ. ມັນ​ເປັນ​ກຽດອັນ
​ສູງ​ທີ່​ຮັບ​ໃຊ້​ຄ່ຽງ​ຂ້າງ​ກັບ​ບັນ​ດາ​ຜູ້​ຊາຍ ແລະ ແມ່​ຍິງຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.”

ການ​ລາ​ອອກ​ຂອງ​ທ່ານ ເປັນ​ເທື່ອ​ຫຼ້າ​ສຸດ​ຂອງ​ຫຼາຍໆ​ຄົນ​ທີ່​ລາ​ອອກ​ຈາກ​ກະ​ຊວງ
​ປ້ອງ​ກັນ​ປະ​ເທດ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ເຈມ​ສ໌ ​ແມັ​ຕ​ຕິ​ສ ຜູ້​ທີ່​ນາຍ​ພົນ​ ສ​ວີ​ນີ ​ໄດ້​ຮັບ​ໃຊ້
ນັ້ນ, ປະ​ກາດ​ການ​ລາ​ອອກ​ຂອງ​ທ່ານ​ໃນ​ເດືອນ​ທັນ​ວາທີ່​ຜ່ານ​ມາ ແລະ​ໄດ້​ອອກ​ຈາກ
​ໜ້າ​ທີ່​ຂອງ​ທ່ານ​ໃນ​ຕົ້ນ​ເດືອນ​ນີ້.

ທ່ານ​ແມັ​ຕ​ຕິ​ສ ໄດ້​ປະ​ກາດ​ການ​ລາ​ອອກ​ຂອງ​ທ່ານ​ໃນ​ທ້າຍ​ເດືອນ​ທັນ​ວາປີ​ກາຍນີ້
​ບໍ່​ດົນ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ຖອນ​ທະ​ຫານ​ປະ​ມານ
2,000 ຄົນ ອອກ​ຈາກປະ​ເທດ ຊີ​ເຣຍ. ຢູ່​ໃນ​ໜັງ​ສື​ຂອງ​ທ່ານ ທີ່​ທ່ານ​ບໍ່​ໄດ້​ກ່າວ​ເຖິງ​
ຊື່​ຂອງ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ນັ້ນ, ທ່ານ ​ແມັ​ຕ​ຕິ​ສ ໄດ້​ຖ​ະ​ແຫຼງ​ເຖິງ​ຄວາມ​ແຕກ​ຕ່າງ​
ລະ​ຫວ່າງ​ແນວ​ຄິດ​ຂອງ​ທ່ານ ກັບ​ແນ​ວ​ຄິດທັງຫຼາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ, ຊຶ່ງ​ໂດດ​
ເດັ່ນ​ທີ່​ສຸດ​ແມ່ນຄວາມ​ສຳ​ຄັນຂອງ​ບັນ​ດາ​ພັນ​ທະ​ມິດ ແລະ ​ການ​ໃຊ້​ອຳ​ນາດ​ຂອງ​
ສະ​ຫະ​ລັດ.

ປະ​ທາ​ນາ​ທິບ​ໍ​ດີ​ດໍໂນ​ລ ທ​ຣຳ ຟັງ​ລາຍ​ງານ​ຈາກ ​ທີ່​ປຶກ​ສາ​ຂັ້ນ​ສູງ​ ລັດ​ຖະ​ມົນ​ຕີ​ປອງ​ກັນ​ປະ​ເທດ ທ່ານ​ຈິ​ມ ແມ​ຕ​ຕິ​ສ ວັນ​ທີ 23 ຕຸ​ລາ 2018.
ປະ​ທາ​ນາ​ທິບ​ໍ​ດີ​ດໍໂນ​ລ ທ​ຣຳ ຟັງ​ລາຍ​ງານ​ຈາກ ​ທີ່​ປຶກ​ສາ​ຂັ້ນ​ສູງ​ ລັດ​ຖະ​ມົນ​ຕີ​ປອງ​ກັນ​ປະ​ເທດ ທ່ານ​ຈິ​ມ ແມ​ຕ​ຕິ​ສ ວັນ​ທີ 23 ຕຸ​ລາ 2018.

ທ່ານ ​ແມັ​ຕ​ຕິ​ສ ​ໄດ້​ຂຽນເຕືອນ​ເຖິງ ຣັດ​ເຊຍ ແລະ ​ຈີນ ໂດຍ​ສະ​ເພາະ​ວ່າ “ພວກ​ເຮົາ
​ຕ້ອງເດັດ​ດ່ຽວ ແລະ​ ບໍ່​ກຳ​ກວມ​ວິ​ທີ​ການ​ຂອງ​ພວກ​ເຮົາ ​ຕໍ່​ປະ​ເທດພວກ​ນັ້ນ ຜູ້​ທີ່​ຜົນ​
ປະ​ໂຫຍດ​ໃນ​ແຜນ​ຍຸດ​ທະ​ສາດ​ຂອງ​ເຂົາ​ເຈົ້າ ໄດ້​ມີ​ຄວາມ​ເຄັ່ງ​ຕຶງກັບ​ພວກ​ເຮົາຫຼາຍ
​ຂຶ້ນ.” ທ່ານ​ເວົ້າ​ວ່າ​ເຂົາ​ເຈົ້າ ຢາກ​ຈັດ​ກັດ​ໂລກ​ໃຫ້​ເຂົ້າ​ກັບ ອຳ​ນາດ​ການຍັບ​ຢັ້ງແບບ​
ຜະ​ເດັດ​ການ​ຂອງ​ເຂົາ​ເຈົ້າຕໍ່​ເສດ​ຖະ​ກິດ, ການ​ທູດ ແລະ ການ​ຕັດ​ສິນ​ໃຈ​ດ້ານ​ຄວາມ
​ປອດ​ໄພ​ຂອງປະ​ເທດ​ອື່ນ.”

ທ່ານ​ແມັ​ຕ​ຕິ​ສ ໄດ້ກ່າວ​ວ່າ ທ່ານ​ຈະ​ຢູ່​ຈົນ​ເຖິງ​ທ້າຍ​ເ​ດືອນກຸມ​ພາປີນີ້, ແຕ່ໃນ​ວັນ​ທີ
23 ທັນ​ວາປີ​ກາຍນີ້ ປະ​ທາ​ນາ​ທິບໍດີ ​ທ​ຣຳ ໄດ້​ປະ​ກາດ​ວ່າ ທ່ານ​ ແພ​ຕ​ຣິກ ຊານ​າ​ຮານ
ຈະ​ເປັນ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດວ່າ​ການ​ແທນ​ ໃນ​ວັນ​ທີ 1 ມັງ​ກອນປີນີ້, ເປັນ​
ການເລັ່ງໃຫ້​ທ່ານ​ ແມັ​ຕ​ຕິ​ສ ​ອອກ​ຈາກ​ຕຳ​ແໜ່ງ​ໄວໆ. ທ່ານ​ ຊາ​ນາ​ຮານ ເຄີຍ​ເປັນ
​ຮອງລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ທ່ານ​ ແມັ​ຕ​ຕິ​ສ.

ອ່ານ​ຂ່າວ​ນີ້​ເພ​ີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG