ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ມອບອຳນາດ ໃຫ້ທ່ານຈິມ ແມັດຕິສ ກຳນົດ ລະດັບທະຫານ ໃນອັຟການິສຖານ


ລັດຖະມົນຕີ ປ້ອງກັນປະເທດ ທ່ານຈິມ ແມັດຕິສ, ກາງ, ກຽມພ້ອມທີ່ຈະໃຫ້ປາກຄຳ ຢູ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ມິຖຸນາ 2017, ຕໍ່ ຄະນະກຳມະການ ກອງທັບຂອງສະພາສູງ.
ລັດຖະມົນຕີ ປ້ອງກັນປະເທດ ທ່ານຈິມ ແມັດຕິສ, ກາງ, ກຽມພ້ອມທີ່ຈະໃຫ້ປາກຄຳ ຢູ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ມິຖຸນາ 2017, ຕໍ່ ຄະນະກຳມະການ ກອງທັບຂອງສະພາສູງ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ມອບໃຫ້ອຳນາດແກ່ລັດຖະມົນຕີ
ປ້ອງກັນປະເທດ ທ່ານຈິມ ແມັດຕິສ ເພື່ອກຳນົດລະດັບຂອງທະຫານ ຢູ່ໃນ
ອັຟການິສຖານ ອີງຕາມຄຳ​ເວົ້າຂອງເຈົ້າໜ້າທີ່ສະຫະລັດທ່ານນຶ່ງ ເມື່ອຕອນແລງ
ວັນອັງຄານວານນີ້.

ການມອບອຳນາດດັ່ງກ່າວນີ້ ອາດໝາຍເຖິງການເພີ່ມກຳລັງທະຫານສະຫະລັດ ຢູ່ໃນ
ອັຟການິສຖານ ບ່ອນທີ່ການສູ້ລົບຕໍ່ຕ້ານກຸ່ມຕາລີບານ ແລະ ພວກຫົວຮຸນແຮງອື່ນໆ
ໄດ້ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ.

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານຈິມ ແມັດຕິສ, ຄົນທີສາມຈາກຂວາ, ກຳລັງຍ່າງ ກັບ ທະຫານກອງທັບບົກ ຈ່າຕີ David Clark, ຊ້າຍ, ແລະນາຍພົນ Christopher Haas, ຄົນທີສອງຈາກຂວາ, ໃນຂະນະທີ່ທ່ານໄປຮອດ ສຳນັກງານໃຫຍ່ ຂອງການສະໜັບສະໜູນທີ່ເດັດດ່ຽວ ຢູ່ນະຄອນຫຼວງ ກາບູລ ຂອງ ອັຟການິສຖານ, ວັນທີ 24 ເມສາ 2017.
ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານຈິມ ແມັດຕິສ, ຄົນທີສາມຈາກຂວາ, ກຳລັງຍ່າງ ກັບ ທະຫານກອງທັບບົກ ຈ່າຕີ David Clark, ຊ້າຍ, ແລະນາຍພົນ Christopher Haas, ຄົນທີສອງຈາກຂວາ, ໃນຂະນະທີ່ທ່ານໄປຮອດ ສຳນັກງານໃຫຍ່ ຂອງການສະໜັບສະໜູນທີ່ເດັດດ່ຽວ ຢູ່ນະຄອນຫຼວງ ກາບູລ ຂອງ ອັຟການິສຖານ, ວັນທີ 24 ເມສາ 2017.

ທ່ານຈິມ ແມັດຕິສ ໄດ້ບອກບັນດາສະມາຊິກສະພາ ໃນວັນອັງຄານວານນີ້ ວ່າ
ສະຫະລັດ ບໍ່ໄດ້ຮັບຄວາມ​ກ້າວໜ້າເລີຍ ໃນການສູ້ລົບ ເພື່ອເຮັດໃຫ້ອັຟການິສຖານ
ມີສະຖຽນລະພາບ ແລະທ່ານໄດ້ປະຕິຍານທີ່ຈະນຳສະເໜີແຜນຍຸດທະສາດ ຕໍ່
ລັດຖະສະພາ “ພາຍໃນກາງເດືອນກໍລະກົດນີ້.”

ທ່ານແມັດຕິສ ໄດ້ບອກ ຄະນະກຳມະການກອງທັບຂອງສະພາສູງ ວ່າ “ໃນເວລານີ້
ພວກເຮົາບໍ່ໄດ້ຮັບໄຊຊະນະ ຢູ່ໃນອັຟການິສຖານ ແລະ ພວກເຮົາຈະແກ້ໄຂ​ເລື່ອງ
​ດັ່ງກ່າວ ​ໂດຍໄວທີ່ສຸດ ເທົ່າທີ່ເປັນໄປໄດ້.”

ທ່ານແມັດຕິສ ໄດ້ຍອມຮັບວ່າ ລັດຖະບານທ່ານທຣຳ ໃນປັດຈຸບັນນີ້ ແມ່ນມີ “ເວລາ
ຫຼາຍສຳລັບວາງແຜນຍຸດທະສາດ”
ທີ່ກ່ຽວຂ້ອງກັບອັຟການິສຖານ.

ລັດຖະມົນຕີປ້ອງກັນປະເທດ ໄດ້ຮຽກຮ້ອງຕໍ່ລັດຖະສະພາ ເພື່ອສະໜອງງົບປະມານ
ໃຫ້ແກ່ທຳນຽບຫ້າແຈຫຼື Pentagon ໂດຍກ່າວວ່າ “ບໍ່ແມ່ນຮ່າງ​ກົດໝາຍການ​ໃຊ້​
ຈ່າຍ”
ອັນນັ້ນແມ່ນ “ຮັບຮອງ​ເອົາ​ຕາມ​ເວລາ” ເພື່ອທີ່ຈະຊຸກຍູ້ກອງທັບສະຫະລັດ
ຜ່ານຜ່າ ບັນຫາຄວາມພ້ອມ ໃນຂະນະດຽວກັນ ຮັກສາໄວ້ບົດບາດການສະໜັບສະໜູນ
ໃນສອງສົງຄາມ.

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານຈອນ ແມັກເຄນ ປະທານຄະນະ
ກຳມະການດັ່ງກ່າວ ໄດ້ເຫັນດີ ວ່າ ລັດຖະສະພາ ຈະຕ້ອງຮັບຜ່ານງົບປະມານ. ແຕ່
ທ່ານຍັງ​ເບິ່ງຄືວ່າ ມີອາລົມເສຍໜ້ອຍນຶ່ງ ເມື່ອທ່ານໄດ້ກ່າວວ່າ ລັດຖະສະພາ ຢາກ
ຈະເຫັນແຜນການ ວິທີທີ່ ສະຫະລັດ ຈະກ້າວໄປໜ້າ ຢູ່ໃນອັຟການິສຖານ.

ທ່ານແມັກເຄນ ເວົ້າວ່າ “ມັນ​ເປັນ​ການຍາກ ສຳລັບພວກເຮົາ ທີ່ຈະສະໜັບສະໜູນ
ທ່ານ ​ເມື່ອພວກເຮົາບໍ່ມີແຜນຍຸດທະສາດ.”

ສະມາຊິກສະພາສູງຈາກລັດ Arizona ທ່ານນີ້ ໄດ້ຊີ້ໃຫ້ເຫັນວ່າ ແຜນການໃນ
ອັຟການິສຖານ ຂອງຄະນະລັດຖະບານ ຊຸດກ່ອນ ກໍແມ່ນວ່າ ພຽງແຕ່ “ບໍ່ໃຫ້ເສຍໄຊ”
ຊຶ່ງທ່ານແມັກເຄນ ໄດ້ກ່າວວ່າ ບໍ່ໄດ້ຜົນເລີຍ.

ລັດຖະມົນຕີແມັດຕິສ ໄດ້ປຽບທຽບ “ໄຊຊະນະ” ກັບ ຄວາມອາດສາມາດ ຂອງ
ອັຟການິສຖານ ທີ່ຈະຮັບມືກັບລະດັບຄວາມຮຸນແຮງຂອງສັດຕູ ຊຶ່ງທ່ານໄດ້ກ່າວວ່າ
ຈະກຳນົດໃຫ້ມີ “ກຳລັງຕົກຄ້າງ” ຂອງສະຫະລັດ ແລະ ກຳລັງຂອງພັນທະມິດ ເພື່ອ
ເຝິກແອບທະຫານອັຟການິສຖານ ແລະ ຮັກສາໄວ້ຄວາມອາດສາມາດໃນລະດັບ
ສູງສຸດ.

Mattis: US 'Not Winning' in Afghanistan
please wait

No media source currently available

0:00 0:01:41 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG