ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ທ່ານ Mattis ໝັ້ນໃຈ ​ໃນຄວາມກ້າວໜ້າ ​​​ກ່ຽວກັບ ຄວາມສຳພັນ ກັບກ​ອງທັບ ອີຈິບ


ລັດຖະມົນຕີປ້ອງກັນປະເທດອີຈິບ ທ່ານ Sedki Sobhi (ຂວາ) ຕ້ອນຮັບລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Jim Mattis (ກາງ) ເວລາໄປເຖິງ ສະໜາມບິນສາກົນ ທີ່ ນະຄອນ Cairo.

ລັດ​ຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Jim Mattis ກ່າວ​ວ່າ ທ່ານ ​ແລະ​ຄູ່​ຕຳ
​ແໜ່​ງຝ່າຍອີ​ຈິບ ​ໄດ້​ຕົກລົງ​ກັນ ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຕໍ່​ອາຍຸ ໃນ​ການ​ເປັນ​ຄູ່
ຮ່ວມງານດ້ານ​ຄວາ​ມໝັ້ນຄົງທີ່​ເຂັ້ມ​ແຂງລະ​ຫວ່າງ​ປະ​ເທດ​ທັງ​ສອງ ​ໃນ​ຂະນະທີ່​ອີ​ຈິບ
ດິ້ນຮົນ​ຕໍ່ສູ້​ກັບ​ໄພ​ຂົ່ມຂູ່​ຈາກພວກ​ຫົວ​ຮຸນ​ແຮງຕື່ມຂຶ້ນ.

ທ່ານ Mattis ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ປະຈຳ​ທຳນຽບຫ້າ​ແຈ ຫລັງ​ຈາກເດີນ ທາງໄປ​ເຖິງນະຄອນ Tel Aviv ​ໃນ​ຕອນ​ແລງ​ວັນ​ພະຫັດວານ​ນີ້ວ່າ “ຂ້າພະ​ເຈົ້າ​ໄດ້​ອອກ​ຈາກ​
ນະຄອນ Cairo ດ້ວຍຄວາມໝັ້ນ​ໃຈ​ທີ່​ສຸດ ໝັ້ນ​ໃຈ​ແທ້ໆ ​ໃນ​ຫົນທາງ​ທີ່​ພວກ​ເຮົາ​ຈະ
​ສ້າງ​ຄວາມ​ກ້າວໜ້າ ໄປ​ສູ່ຄວາມ​ສຳພັນ​ ລະຫວ່າງກອງ ທັບກັບກ​ອງທັບ ທີ່ເປັນ​ພື້ນ​
ຖານ ​ແລະ​ໄດ້​ຢືນ​ຢູ່​ຢ່າງ​ໜັກ​ແໜ້ນ​ໃນ​ໄລຍະ​ຫຼາຍ​ປີ​ທີ່​ຜ່ານ​ມານີ້.”

​ໃນລະຫວ່າງ​ການສົນທະ​ນາ ​ທີ່​ນະຄອນ Cairo ​ເມື່ອ​ເຊົ້າວານນີ້ ທ່ານ Mattis ກ່າວ​
ວ່າ​ ທ່ານແລະ​ປະທານາທິບໍດີ​ອີ​ຈິບທ່ານ Abdel Fattah el-Sissi ​ແລະ ລັດຖະມົນ
ຕີ​ປ້ອງ​ກັນ​ປະ​ເທດ​ອີ​ຈິບ ທ່ານ Sedki Sobhy ​ໄດ້​ສົນທະນາ​ຫາລື​ກ່ຽວ​ກັບການຕ້ານ
ພວກ​ກໍ່​ການ​ຮ້າຍ ​ແລະ​ຮັກສາ​ຊາຍ​ແດນ ພາຍ​ໃຕ້ບັນຍາກາດ​ການ​ຮັກສາຄວາມ​ປອດ
​ໄພ​ທີ່ “ສັບສົນ​ທີ່​ສຸດ.”

ທ່ານ Mattis ກ່າວ​ວ່າ “ທ່ານ​ໄດ້​ເຫັນໄພ​ຂົ່ມຂູ່ທີ່​ປະຈັກ​ແຈ້ງ​ຕໍ່ອີ​ຈິບ ​ຮວມທັງ ​ແນ່ນອນ​
ການວາງ​ລະ​ເບີດ​ກໍ່​ການ​ນຮ້າຍ​ຕໍ່ປະຊາຊົນ​ອີ​ຈິບ ​ຢູ່​ທີ່​ແຫລມ​ Sinai ​ແລະ​ທົ່ວ​ປະ​ເທດ
ອີ​ຈິບ ຕໍ່ຊາວ​ອີ​ຈິບ​ທີ່​ນັບຖື​ສາສະ​ໜາຄຣິສ.”

ຫລັງ​ຈາກໄດ້​ປະຊຸມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ອີ​ຈິບ​ແລ້ວ ທ່ານ Mattis ກໍ​ໄດ້​ໄປວາງ​ພວງ
​ມາລາ​ ທີ່ຂຸມຝັງ​ສົບ​ທະຫານນິລະນາມຂອງ​ອີ​ຈິບ ກ່ອນ​ການ​ເດີ​ນທາງ​ໄປ​ອິສຣາ​ແອ​ລ
ບ່ອນ​ຢຸດ​ແວ່​ແຫ່ງ​ຢ້ຽມຢາມທີ​ສາມ​ຂອງທ່ານໃນ​ພາກຕາ​ເວັນ​ອອກ​ກາງທີ່​ໄດ້​ເລີ້ມ​ຈາກ​
ຊາ​ອຸ​ດີ ອາຣາ​ເບຍ.

ປະທານາທິບໍດີ ສະຫະລັດ ທ່ານ Donald Trump ພົບປະກັບ ປະທນາທິບໍດີ ອີຈິບ ທ່ານ Abdel Fattah al-Sissi ທີທຳນຽບຂາວ.
ປະທານາທິບໍດີ ສະຫະລັດ ທ່ານ Donald Trump ພົບປະກັບ ປະທນາທິບໍດີ ອີຈິບ ທ່ານ Abdel Fattah al-Sissi ທີທຳນຽບຂາວ.



ທ່ານ Mattis ​ໄດ້​ເປັນ​ເຈົ້າ​ໜ້າ​ທີ່​ລັດຖະບານທ່ານທຣໍາຄົນ​ທຳ​ອິດ ທີ່​ຢ້ຽມຢາມ​ອີ​ຈິບ.
ການເຈລະຈາມີຂຶ້ນ​ຫລາຍ​ອາທິດ​ຫລັງ​ຈາກປະທານາທິບໍດີ​ສະຫະລັດທ່ານ ດໍ​ໂນ​ລ
ທຣໍາ ​ໄດ້​ເປັນ​ເຈົ້າພາບ​ຕ້ອນຮັບ​ທ່ານ Sissi ທີ່​ທຳ​ນຽບຂາວ ຊຶ່ງ​ເປັນ​ການ​ຢ້ຽມ​ເທື່ອ​
ທຳ​ອິດ ​ຂອງ​ຜູ້ນຳ​ອີ​ຈິບ​ ນັບ​ແຕ່​ອະດີດ ​ປະທານ​າທິບໍດີ Barack Obama ​ໄດ້​ເປັນ
​ເຈົ້າພາບ​ຕ້ອນຮັບ​ທ່ານ Hosni Mubarak ​ໃນ​ປີ 2009.

ການ​ລຸກ​ຮື​ຂຶ້ນ​ ທາງ​ການ​ເມືອງ​ໃນ​ປີ 2011 ​ໄດ້​ຂັບ​ໄລ່ ທ່ານ Mubarak ​ອອກຈາກ
​ອຳນາດແລະ​ເລີ້ມເກີດຄວາມ​ບໍ່​ສະ​ງົບ​ ມາເປັນ​ເວລາ​ຫຼາ​ຍປີ ທີ່​ໄດ້​ນຳພາໃຫ້ອະດີດ
​ນາຍ​ພົນ Sissi ​ເຂົ້າມາ​ກຳ​ອຳນາດຜະ​ເດັດ​ການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG