ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ຢ້ຽມຢາມປະເທດ ອີຣັກ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ເດີນທາງຮອດນະຄອນຫຼວງ ແບກແດັດ, ອີຣັກ. 11 ທັນວາ, 2016. (Photo by U.S. Department of Defense)
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ເດີນທາງຮອດນະຄອນຫຼວງ ແບກແດັດ, ອີຣັກ. 11 ທັນວາ, 2016. (Photo by U.S. Department of Defense)

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ພວມຢ້ຽມຢາມ ອີຣັກ ຢູ່ ໂດຍທີ່ກ່ອນຈະໄປບໍ່ ໄດ້ປະກາດໃຫ້ຮູ້ລ່ວງໜ້າ.

ທ່ານ Ash Carter ໄດ້ໄປເຖິງນະຄອນຫຼວງ ແບກແດດ ໃສວັນອາທິດມື້ນີ້ບ່ອນທີ່ທ່ານຈະ ໄດ້ຫາລືກັບກັບ ນາຍົກ ໄຮເດີ້ ອາລ ອາບາດີ ບັນດາຜູ້ບັນຊາການຂອງ ສະຫະລັດ ແລະ ກຳລັງປະສົມພ້ອມດ້ວຍຜູ້ນຳຄົນອື່ນໆຂອງ ອີຣັກ ກ່ຽວກັບ ແຜນການທີ່ຈະຍຶດເອົາເມືອງ ໂມຊູລ ທາງພາກເໜືອຄືນຈາກພວກລັດອິສລາມ.

ການຍຶດເອົາຄືນ ເມືອງ ໂມຊູລ ເປັນສິ່ງຈຳເປັນສຳລັບຄວາມຫວັງຂອງ ອີຣັກ ເພື່ອສະຖາ ປະນາອະທິປະໄຕຂອງພວກເຂົາເຈົ້າ.

ກ່ຽວກັບປະເທດ ຊີເຣຍ ນັ້ນ ທ່ານ ຄາເຕີ້ ໄດ້ກ່າວໃນວັນເສົາວານນີ້ ຢູ່ທີ່ ບາເຣນ ວ່າຈະ ໄດ້ໃຊ້ພະນັກງານທະຫານ ເພື່ອຊ່ອຍຂັບໄລ່ພວກ IS ອອກໄປຈາກເມືອງ ຣັກກາ ບ່ອນ ທີ່ພວກກຸ່ມກໍ່ການຮ້າຍອ້າງວ່າ ເປັນເມືອງຫຼວງຂອງຕົນນັ້ນ.

ຣມຕ ປ້ອງກັນປະເທດ ສະຫະລັດ ທ່ານນີ້ ເວົ້າວ່າ ສະຫະລັດ ຈະສົ່ງທະຫານໄປ ຊີເຣຍ ຕື່ມ 200 ຄົນ. ທ່ານ ຄາເຕີ້ ເວົ້າວ່າພວກທະຫານດັ່ງກ່າວ ຈະມີລວມທັງກຳລັງອົບຮົມພິ ເສດ, ພວກທີ່ປຶກສາ ແລະ ໜ່ວຍງານຫ້າງລະເບີດນຳ. ປັດຈຸບັນໄດ້ມີກຳລັງພິເສດ 300 ຮ້ອຍຄົນໄປ ປະຈຳການຢູ່ໃນ ຊີເຣຍ ແລ້ວ.

The U.S. defense secretary is in Iraq for a previously unannounced visit.

Ash Carter arrived Sunday in Baghdad where he is set to talk with Prime Minister Haider al-Abadi, U.S. and coalition commanders, and Iraqi leaders about plans to retake the northern city of Mosul from Islamic State.

The recapture of Mosul is crucial to the Iraqis hopes of restoring their sovereignty.

Concerning Syria, Carter said Saturday in Bahrain military personnel will be used to help drive IS militants from Raqqa, the self-proclaimed capital of the terrorist group.

The U.S. defense secretary said the U.S. is sending an additional 200 troops to Syria.Carter said the troops will include special forces trainers, advisers and explosive ordnance disposal teams.Three hundred special operations forces are already in Syria.

XS
SM
MD
LG