ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ປ້ອງກັນປະເທດ ສຫລ ຍັງບໍ່ທັນສົ່ງ ຂໍ້ແນະນຳ ກ່ຽວກັບ ພວກປ່ຽນເພດ ໃນກອງທັບ ໃຫ້ແກ່ ປ. ທຣຳ


ກຸ່ມສະໜັບສະໜູນ ສິດທິຂອງພວກ LGBT ຖື "ທຸງຄວາມສະເໝີພາບ" ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ກໍລະກົດ 2017, ໃນລະຫວ່າງງານທີ່ຈັດໂດຍ ສະມາຊິກສະພາ ສັງກັດພັກເດໂມແຄຣັດ ທ່ານ ໂຈ ເຄນເນດີ ໃນການສະໜັບສະໜູນ ພວກສະມາຊິກທະຫານ ທີ່ເປັນພວກປ່ຽນເພດ.
ກຸ່ມສະໜັບສະໜູນ ສິດທິຂອງພວກ LGBT ຖື "ທຸງຄວາມສະເໝີພາບ" ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ກໍລະກົດ 2017, ໃນລະຫວ່າງງານທີ່ຈັດໂດຍ ສະມາຊິກສະພາ ສັງກັດພັກເດໂມແຄຣັດ ທ່ານ ໂຈ ເຄນເນດີ ໃນການສະໜັບສະໜູນ ພວກສະມາຊິກທະຫານ ທີ່ເປັນພວກປ່ຽນເພດ.

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານຈິມ ແມັດຕິສ ຍັງບໍ່ທັນສົ່ງຄຳແນະນຳ
ໃຫ້ແກ່ ປະທານາທິບໍດີ ດໍໂນລ ທຣຳ ກ່ຽວກັບວ່າ ພວກທະຫານປ່ຽນເພດ ສາມາດ
ຮັບໃຊ້ ຢູ່ໃນກອງທັບໄດ້ ຫຼືບໍ່ ອີງຕາມທຳນຽບຫ້າແຈ. ເສັ້ນຕາຍ ສຳລັບຄຳແນະນຳ
ຂອງທ່ານແມັດຕິສ ແມ່ນໄດ້ຖືກກຳນົດໄວ້ໃນວັນທີ 21 ກຸມ ພາ ວານນີ້.

ເມື່ອເດືອນກັນຍາ ປີກາຍນີ້ ທຳນຽບຫ້າແຈ ໄດ້ກ່າວວ່າ ຕົນໄດ້ເລີ່ມສຶກສາຄົ້ນຄວ້າ
ວິທີຈັດຕັ້ງປະຕິບັດ ຕາມການຊີ້ນຳຂອງທ່ານທຣຳ ທີ່ຫ້າມພວກຄົນທີ່ປ່ຽນເພດ ບໍ່ໃຫ້
ຮັບໃຊ້ຢູ່ໃນກອງທັບ.

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານຈິມ ແມັດຕິສ (Jim Mattis) ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວປະຈຳວັນ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ກຸມພາ 2018.
ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານຈິມ ແມັດຕິສ (Jim Mattis) ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວປະຈຳວັນ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ກຸມພາ 2018.

ໃນວັນພຸດວານນີ້ ໂຄສົກທຳນຽບຫ້າແຈ ພັນຕີ ເດບ ອີສເບີນ ໄດ້ກ່າວຕໍ່ວີໂອເອ ວ່າ
ທ່ານແມັດຕິສ “ໄດ້ມີຄຳແນະນຳຂອງທ່ານ ສຳລັບທ່ານປະທານາທິບໍດີ ແຕ່ຍັງບໍ່
ທັນໄດ້ມອບໃຫ້ເທື່ອ.”

ທ່ານອີສເບີນໄດ້ກ່າວຕື່ມວ່າ “ໃນເມື່ອທ່ານພ້ອມແລ້ວທ່ານກໍຈະມອບໃຫ້, ທ່ານ
ຈະເຮັດ”
ໂດຍໃຫ້ຂໍ້ສັງເກດ ວ່າ ເສັ້ນຕາຍເມື່ອວັນພຸດວານນີ້ ສຳລັບການນຳສົ່ງ
ແຜນການນັ້ນ ແມ່ນຈະຕ້ອງໄດ້ເຮັດ ພາຍໃນກະຊວງປ້ອງກັນປະເທດ ແລະ ບໍ່ແມ່ນ
ກຳນົດທີ່ຕັ້ງໄວ້ ໂດຍທ່ານທຣຳ.

ບັນດາເຈົ້າໜ້າທີ່ທຳນຽບຫ້າແຈ ໄດ້ກ່າວວ່າ ພວກເຂົາເຈົ້າຈະບໍ່ໃຫ້ຄວາມເຫັນ ກ່ຽວກັບ
ລາຍລະອຽດຕ່າງໆ ເຖິງຄຳແນະນຳຂອງທ່ານແກ່ທ່ານປະທະນາທິບໍດີ ເພາະວ່າ ມັນ
ແມ່ນ “ເລື່ອງສ່ວນຕົວ” ລະຫວ່າງ ທ່ານແມັດຕິສ ແລະ ທ່ານທຣຳ.

ທ່ານອີສເບີນໄດ້ກ່າວວ່າ ທຳນຽບຫ້າແຈຄາດວ່າ ການປະກາດຂອງທ່ານທຣຳ ກ່ຽວກັບ
ນະໂຍບາຍຮັບໃຊ້ຢູ່ໃນກອງທັບຂອງພວກປ່ຽນເພດນັ້ນ “ຈະບໍ່ກາຍວັນທີ 23 ເດືອນ
ມີນານີ້.”

ທ່ານທຣຳ ໄດ້ຂຽນຂໍ້ຄວາມລົງທວີດເຕີ ຕິດຕໍ່ກັນຫຼາຍຄັ້ງ ໃນເດືອນກໍລະກົດ ເຖິງຄວາມ
ປາຖະໜາຂອງທ່ານ ທີ່ຈະຫ້າມພວກຄົນປ່ຽນເພດບໍ່ໃຫ້ຮັບໃຊ້ຢູ່ໃນກອງທັບ. ທ່ານໄດ້
ກ່າວວ່າ ທ່ານໄດ້ສັ່ງໃຫ້ກອງທັບທັງຫຼາຍ ຍຸຕິການອະນຸຍາດໃຫ້ພວກຄົນປ່ຽນເພດ ເຂົ້າ
ມາຮັບໃຊ້ ຫຼັງຈາກທີ່ໄດ້ປຶກສາຫາລື ກັບພວກນາຍພົນທັງຫຼາຍ ແລະ ພວກຊ່ຽວຊານ
ດ້ານການທະຫານ.

ທ່ານທຣຳ ໄດ້ຂຽນລົງທວີດເຕີ ວ່າ “ກອງທັບຂອງພວກເຮົາ ຕ້ອງເພັ່ງເລັງໃສ່ເລື່ອງ
ໄຊຊະນະ ທີ່ເດັດຂາດ ແລະຖ້ວມລົ້ນ ແລະ ບໍ່ສາມາດເປັນພາລະກັບຄ່າໃຊ້ຈ່າຍ
ດ້ານການແພດຢ່າງຫຼວງຫຼາຍ ແລະ ການລົບກວນທີ່ເລື່ອງການປ່ຽນເພດ ໃນ
ກອງທັບ ຈະນຳມານັ້ນ.”

ບໍ່ເທົ່າໃດຊົ່ວໂມງຕໍ່ມາ ນາຍພົນລະດັບສູງຂອງກອງທັບ ສະຫະລັດ ໄດ້ກ່າວຢ້ຳແກ່
ບັນດາຜູ້ນຳໃນທຳນຽບຫ້າແຈວ່າ ບໍ່ມີການປ່ຽນແປງຫຍັງເລີຍ ຕໍ່ນະໂຍບາຍກ່ຽວກັບ
ພວກປ່ຽນເພດ ຢູ່ໃນຂອງກອງທັບ ເຖິງແມ່ນວ່າມີການປະກາດທາງທວີດເຕີຂອງ
ທ່ານທຣຳ ແລ້ວກໍຕາມ.

US Military Transgender
please wait

No media source currently available

0:00 0:00:30 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG