ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທະນາຍຄວາມຂອງ ທ້າວ Tsarnaev ສະລຸບການ​ໃຫ້​ ຄວາມ​ເຫັນ ​ໃນ​ຄະດີວາງລະເບີດ


ເມື່ອວັນທີ 5 ມີນາ 2015 ນີ້ ພາບແຕ້ມໃນຫ້ອງສານ ທີ່ມີພາບແຕ້ມຂອງທ້າວ Dzhokhar Tsarnaev (ກາງ) ນັ່ງຢູ່ລະຫວ່າງກາງ ທະນາຍຄວາມຂອງລາວ ທ່ານນາງ Miriam Conrad (ຊ້າຍ) ແລະ ທ່ານນາງ Judy Clarke (ຂວາ) ໃນລະຫວ່າງການດຳເນີນຄະດີອາຍາ ໂທດຂັ້ນປະຫານຊີວິດ ຢູ່ທີ່ສານລັດຖະບານກາງ ໃນນະຄອນ ບອສຕັນ.
ເມື່ອວັນທີ 5 ມີນາ 2015 ນີ້ ພາບແຕ້ມໃນຫ້ອງສານ ທີ່ມີພາບແຕ້ມຂອງທ້າວ Dzhokhar Tsarnaev (ກາງ) ນັ່ງຢູ່ລະຫວ່າງກາງ ທະນາຍຄວາມຂອງລາວ ທ່ານນາງ Miriam Conrad (ຊ້າຍ) ແລະ ທ່ານນາງ Judy Clarke (ຂວາ) ໃນລະຫວ່າງການດຳເນີນຄະດີອາຍາ ໂທດຂັ້ນປະຫານຊີວິດ ຢູ່ທີ່ສານລັດຖະບານກາງ ໃນນະຄອນ ບອສຕັນ.

ບັນດາ​ທະນາຍຄວາມຂອງຈຳ​ເລຍ ທ້າວ Dzhokhar Tsarnaev
ທີ່ ຖືກ​ຟ້ອງ ​ເປັນ​ຜູ້​ວາງ​ລະ​ເບີດໃນການ​ແຂ່ງຂັນ​ ແລ່ນ​ມາລາ​ທອນ
ທີ່​ນະຄອນບອສຕັນ ຫຼື Boston Marathon ​ໄດ້ສະ​ລຸບ ​ການ​ໃຫ້​
ຄວາມ​ເຫັນ​ໃນ​ຄະດີ ຫຼັງຈາກ​ທີ່​ພວກ​ເຂົາ​ພະຍາຍາມ​ ທີ່​ຈະ​ຫັນ​ຈຸດ
​ເພັ່ງ​ເລັງຂອງ​ຄະນະ​ຕຸລາການ ​ໄປ​ຫາທ້າວ Tamerlan ອ້າຍ
​ຂອງຜູ້​ຕ້ອງ​ຫາ ຊຶ່ງ​ເປັນ​ຜູ້​ທີ່​ພວກເຂົາ​ກ່າວ​ວ່າ ​ເປັນ​ຜູ້​ບົງ​ການ
ການ​ໂຈມ​ຕີ​ເມື່ອ​ວັນ​ທີ 15 ເມສາ 2013 ນັ້ນ.

ພວກ​ທະນາຍຄວາ​ມຝ່າຍ​ຈຳ​ເ​ລີ​ຍ ​ໄດ້ສະແດງໃຫ້ເຫັນ​ຢ່າງ​ຈະ​ແຈ້ງ
ຕັ້ງ​ແຕ່​ຕົ້ນ ຂອງ​ການ​ດຳ​ເນີນ​ຄະດີ ວ່າ ຍຸດ​ທະ​ສາດ ​ຂອງພວກ
​ຕົນນັ້ນ ​ບໍ່ແມ່ນ​ຈະ​ໃຫ້​ໄດ້​ມາ​ຕໍ່ການພົ້ນ​ໂທດ ສຳ​ຫລັບຜູ້​ເປັນ​ນ້ອງ
​ຄື ທ້າວ Tsarnaev ​ແຕ່​ເພື່ອ​ຊ່ອຍຮັກສາ​ຊີວິດ​ຂອງ​ລາວ ຈາກ​ການຖືກ​ລົງ​ໂທດ​ປະຫານ​
ຊີວິດ.

Boston Bombing Trial - Video on the Scene
please wait

No media source currently available

0:00 0:00:56 0:00

ທ້າວ Tsarnaev ທີ່​ມີ​ອາຍຸ​ໄດ້ 21 ປີ ປະ​ເຊີນ​ໜ້າ​ກັບ​ໂທດປະຫານ​ຊີວິດ ຫຼື​ໂທດ​ຈຳ​ຄຸກ​ຕະຫລອດ​ຊີວິດ ຖ້າ​ຫາກ​ຖືກພົບ​ເຫັນ​ວ່າ ມີຄວາມ​ຜິດ ​ໃນ​ການ​ໂຈມ​ຕີ ທີ່​ເຮັດ​ໃຫ້​ 3 ຄົນ​ເສຍຊີວິດ ​ແລະ ອີກ 264 ຄົນ​ ໄດ້​ຮັບ​ບາດ​ເຈັບ.

ບັນດາ​ໄອ​ຍະ​ການ ກ່າວ​ວ່າ ອ້າຍ​ນ້ອງ​ທັງສອງ​ຄົນ ທີ່​ເກີດ​ຢູ່​ໃນປະ​ເທດ Kyrgyzstan ​ແລະ ​ໄດ້​ອາ​ໄສລະຍະ​ສັ້ນໆ ​ຢູ່ໃນ​ເຂດ Dagestan ທີ່​ສ່ວນ​ໃຫຍ່​ນັບຖື​ສາສະໜາ​ອິສລາມ ກ່ອນທີ່ຈະ​ເຂົ້າມາຢູ່​ໃນ ​ສະຫະລັດ​ນັ້ນ ຊຶ່ງ​ທັງ​ສອງ​ໄດ້​ຖືກ​ຂັບ​ດັນ​ໂດຍ​ສາສະໜາດັ່ງກ່າວ ​ແລະ ຫາ​ທາງ​ທີ່​ຈະ​ຕອບ​ໂຕ້​ຄືນ ຕໍ່​ສະຫະລັດ ທີ່ເຮັດສົງຄາມ​ ຢູ່ໃນອີຣັກ ​ແລະ ອັຟກາ​ນິສຖານນັ້ນ.

Study: American Muslims Rarely Commit Terrorism
please wait

No media source currently available

0:00 0:02:58 0:00

XS
SM
MD
LG