ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ປ້ອງກັນປະເທດ ຈາກ 7 ປະເທດ ພວມຫາລືກັນ ກ່ຽວກັບ ການຕໍ່ສູ້ ກັບພວກລັດອິສລາມ


ລັດຖະມົນຕີ ປ້ອງກັນປະເທດ ສຫລ ທ່ານ Ash Carter ເຂົ້າຮ່ວມໃນພິທີມອບຮັບໜ້າທີ່ ໃນນະຄອນ Miami, 14 ມັງກອນ, 2016.
ລັດຖະມົນຕີ ປ້ອງກັນປະເທດ ສຫລ ທ່ານ Ash Carter ເຂົ້າຮ່ວມໃນພິທີມອບຮັບໜ້າທີ່ ໃນນະຄອນ Miami, 14 ມັງກອນ, 2016.

ບັນດາລັດຖະມົນຕີປ້ອງກັນປະເທດຈາກ 7 ປະເທດ ໄດ້ປະຊຸມກັນ ໃນວັນພຸດ ມື້ນີ້ທີ່ນະຄອນຫຼວງ ປາຣີ ເພື່ອປຶກສາຫາລືຍຸດທະສາດ ໃນການຕໍ່ສູ້ທາງການ ທະຫານກັບພວກ ລັດອິສລາມ.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ໄດ້ ກ່າວຕໍ່ບັນດາ ນັກຂ່າວວ່າ ທ່ານຢາກຈະອະທິບາຍຕໍ່ບັນດາຄູ່ຮ່ວມ ຕຳແໜ່ງຂອງທ່ານຈາກ ຝຣັ່ງ, ອອສເຕຣເລຍ, ເຢຍຣະມັນ, ອິຕາ ລີ, ອັງກິດ ແລະ ໂຮນລັງ ກ່ຽວກັບ ວິທີ ທີ່ພວກເຂົາເຈົ້າຈະສາມາດ ເລັ່ງຄວາມພະ ຍາຍາມ ແລະ ມີຫຍັງແດ່ທີ່ຕ້ອງເຮັດ ເພື່ອການກະ ທຳດັ່ງກ່າວ.

US Condemns Well-documented' IS Atrocities
please wait

No media source currently available

0:00 0:02:02 0:00

ທ່ານ Carter ໄດ້ກ່າວວ່າ ການເຈລະຈານີ້ ຈະເປັນຄັ້ງທຳອິດທີ່ “ບັນດາຜູ້ປະ ກອບສ່ວນລາຍ ໃຫຍ່” ໃນການຕໍ່ສູ້ທາງທະຫານ ໄດ້ມີໂອກາດທີ່ຈະກວດເບິ່ງ ແຜນການເຊິ່ງໜ້າກັນ."

ທ່ານໄດ້ເນັ້ນຈຸດສຳຄັນໃນການນຳເອົາຄູ່ຮ່ວມ ອາຣັບ ທີ່ຢູ່ໃນພາກພື້ນເຊິ່ງເປັນ ຜູ້ທີ່ສາມາດ ທຳ “ການປະກອບສ່ວນຢ່າງໃຫຍ່ຫຼວງ” ໃຫ້ກັບຄວາມພະຍາຍາມ ຂອງພັນທະມິດໃນ ອີຣັກ ແລະ ຊີເຣຍ.

ທ່ານ Carter ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ກ່າວມາດົນແລ້ວວ່າ ຊາວອາຣັບ ແລະ ຊາວອາ ຣັບນິກາຍ ຊຸນນີ ຕ້ອງເຂົ້າຮ່ວມໃນການຕໍ່ສູ້.. ແລະ ພວກເຮົາສາມາດ ຊ່ວຍໄດ້ດ້ວຍການ ກຳນົດການປະກອບສ່ວນບາງຢ່າງ ທີ່ພວກເຂົາເຈົ້າສາ ມາດ ເຮັດໃຫ້ໄດ້, ແລະ ພ້ອມກັບ ການປຶກສາຫາລືນຳພວກເຂົາເຈົ້າ ກ່ຽວກັບ ຜົນປະ ໂຫຍດຂອງພວກເຂົາເຈົ້າ, ລວມທັງຜົນ ປະໂຫຍດໄລຍະຍາວຢູ່ໃນ ພາກພື້ນ, ແລະ ວິທີທີ່ຈະປັບຜົນປະໂຫຍດດັ່ງກ່າວນັ້ນກັບການ ໄດ້ຮັບໄຊຊະ ນະຢ່າງໃຫຍ່ ຫຼວງຈາກພວກ ISIL.”

Islamic State Jihadi John
please wait

No media source currently available

0:00 0:00:44 0:00

XS
SM
MD
LG