ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ປ້ອງກັນປະເທດແລະສືບລັບ ເຕືອນວ່າ ບໍ່ໃຫ້ປະໝາດ ພວກລັດອິສລາມ


ສະມາຊິກຂອງໜ່ວຍສຸກເສີນ ຖືທຸງຂອງພວກລັດອິສລາມ ທີ່ຖືກດຶງລົງມາ ໃນຂະນະທີ່ເຂົາເຈົ້າສະເຫຼີມສະຫຼອງ ຢູ່
ໃນເມືອງເກົ່າ ໂມຊູລ, ປະເທດ ອີຣັກ. 8 ກໍລະກົດ, 2017.
ສະມາຊິກຂອງໜ່ວຍສຸກເສີນ ຖືທຸງຂອງພວກລັດອິສລາມ ທີ່ຖືກດຶງລົງມາ ໃນຂະນະທີ່ເຂົາເຈົ້າສະເຫຼີມສະຫຼອງ ຢູ່ ໃນເມືອງເກົ່າ ໂມຊູລ, ປະເທດ ອີຣັກ. 8 ກໍລະກົດ, 2017.

ເຖິງແມ່ນວ່າ ຈະໄດ້ຮັບອັນທີ່ປາກົດວ່າ ເປັນການປາໄຊຢ່າງຍ້ອຍຍັບທາງພາກພຶື້ນດິນ
ຢູ່ ອີຣັກ ແລະ ບາງພາກສ່ວນຂອງ ຊີເຣຍ ກໍຕາມ ແຕ່ກຸ່ມກໍ່ການຮ້າຍລັດອິສລາມກໍຍັງ
ຢູ່ຫ່າງໄກໄປຈາກຄຳວ່າສາບສູນນັ້ນຕັ້ງຫຼາຍ ອີງຕາມພວກເຈົ້າໜ້າທີ່ທາງທະຫານ
ແລະ ສືບລັບຈາກຫຼາຍໆປະເທດ ທີ່ໄດ້ຄອຍຕິດຕາມເບິ່ງໄພຂົ່ມຂູ່ດັ່ງກ່າວມາແຕ່ດົນ
ນານ.

ແມ່ນແຕ່ຢູ່ເທິງພາກພື້ນດິນຂອງ ອີຣັກ ແລະ ບາງພາກສ່ວນຂອງ ຊີເຣຍ ກໍຕາມ ບ່ອນ
ທີ່ພວກເຈົ້າໜ້າທີ່ຂອງກຳລັງປະສົມຕ້ານພວກ ISIS ເຊື່ອວ່າ ກຳລັງສູ້ຮົບຂອງກຸ່ມກໍ່
ການຮ້າຍ ຊຶ່ງຄັ້ງນຶ່ງເຄີຍມີຈຳນວນນັບເປັນພັນໆຄົນ ດຽວນີ້ໄດ້ຫຼຸດລົງມາເປັນໜ້ອຍ
ກວ່າແລ້ວກໍຕາມ ແຕ່ພວກເຈົ້າໜ້າທີ່ຂັ້ນສູງ ກໍຍັງຄົງມີຄວາມສົງໄສ ຢ່າງໃຫຍ່ຢູ່. ທ່ານ
ຈິມ ແມັດຕິສ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ໄດ້ບອກພວກນັກຂ່າວຢູ່ ທຳ
ນຽບຫ້າແຈ ໃນວັນສຸກຜ່ານມານີ້ວ່າ “ສົງຄາມຍັງບໍ່ທັນສິ້ນສຸດເທື່ອ ການຕາມລ່າໂຕ
ພວກຄົນດັ່ງກ່າວຍັງບໍ່ທັນແລ້ວເທື່ອ.”

ປັດຈຸບັນນີ້ຈຸດສຸມຂອງ ສະຫະລັດ ແລະ ກຳລັງປະສົມທີ່ ສະຫະລັດ ໜູນຫຼັງແມ່ນຢູ່ຂົງ
ເຂດຂອງ ຊີເຣຍ ບ່ອນທີ່ຮູ້ຈັກກັນວ່າ ຮ່ອມພູແມ່ນໍ້າ ຢູເຝຣດສ໌ ເປັນບ່ອນທີ່ຍື່ນອອກ
ໄປຈາກ ເມືອງ ຣັກກາ ຂອງ ຊີເຣຍ ໄປຫາຊາຍແດນ ອີຣັກ ບ່ອນທີ່ພວກນັກຮົບກໍ່ການ
ຮ້າຍທີ່ຫຼົງເຫຼືອ ລີ້ຊ່ອນຢູ່.

ທ່ານ ແມັດຕິສ ກ່າວວ່າ “ພວກເຮົາກຳລັງຫາທາງທັບມ້າງພວກເຂົາເຫຼົ່ານີ້ ໃຫ້ສິ້ນຊາກ
ຢູ່ ໃນຂະນະດຽວກັນ ກໍຫາທາງປ້ອງກັນຊີວິດຂອງຜູ້ຄົນທີ່ບໍ່ມີຄວາມຜິດຫຍັງໄວ້ໃຫ້
ປອດໄພ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG