ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ຊ່ຽວຊານ ດ້ານການປ້ອງກັນຕົວ ເວົ້າວ່າ ຕຳຫຼວດໄດ້ໃຊ້ກຳລັງ ຢ່າງເໝາະສົມ ໃນການຄວບຄຸມຕົວ ທ້າວ ຟລອຍດ໌


ພາບແຕ້ມຂອງ ຜູ້ຊ່ຽວຊານດ້ານການໃຊ້ກຳລັງ ທ່ານ ແບຣີ ບຣອດ ທີ່ຖືກຖາມໃນວັນທີ 12 ຂອງການດຳເນີນຄະດີ ອະດີດເຈົ້າໜ້າທີ່ຕຳຫຼວດ ນະຄອນມິນເນອາໂປລິສ ທ້າວ ເດເຣັກ ໂຊວິນ, ທີ່ນະຄອນ ມິນເນອາໂປລິສ, ລັດມິນເນໂຊຕ້າ, ວັນທີ 13 ເມສາ, 2021.
ພາບແຕ້ມຂອງ ຜູ້ຊ່ຽວຊານດ້ານການໃຊ້ກຳລັງ ທ່ານ ແບຣີ ບຣອດ ທີ່ຖືກຖາມໃນວັນທີ 12 ຂອງການດຳເນີນຄະດີ ອະດີດເຈົ້າໜ້າທີ່ຕຳຫຼວດ ນະຄອນມິນເນອາໂປລິສ ທ້າວ ເດເຣັກ ໂຊວິນ, ທີ່ນະຄອນ ມິນເນອາໂປລິສ, ລັດມິນເນໂຊຕ້າ, ວັນທີ 13 ເມສາ, 2021.

ຜູ້ຊ່ຽວຊານ ກ່ຽວກັບ ການໃຊ້ກຳລັງຂອງຕຳຫຼວດຄົນນຶ່ງທີ່ຖືກເອີ້ນມາໂດຍຈຳເລີຍ ໃນວັນອັງຄານວານນີ້ໄດ້ໃຫ້ການວ່າ ອະດີດເຈົ້າໜ້າທີ່ຕຳຫຼວດນະຄອນ ມິນເນອາໂປລິສ ທ້າວ ເດເຣັກ ໂຊວິນ ແມ່ນ “ມີເຫດຜົນອັນສົມຄວນ” ໃນການກົດທ້າວ ຈອຣດຈ໌ ຟລອຍດ໌ ດ້ວຍການເຕັງຫົວເຂົ່າໃສ່ຄໍຂອງທ້າວ ຟລອຍດ໌ ເມື່ອປີກາຍນີ້, ແລະວ່າກົນລະຍຸດດັ່ງກ່າວ ບໍ່ຄວນຖືກພິຈາລະນາດັ່ງກັບການໃຊ້ກຳລັງທີ່ຮ້າຍແຮງ.

ທ່ານ ແບຣີ ບຣອດ ຜູ້ທີ່ເປັນສັກຂີພິຍານໄດ້ກ່າວຕໍ່ໄອຍະການໃນການດຳເນີນຄະດີຄາດຕະກຳຂອງທ້າວ ໂຊວິນ ໃນນະຄອນ ມິນເນອາໂປລິສ ວ່າເຈົ້າໜ້າທີ່ຄົນດັ່ງກ່າວທີ່ຖືກໄລ່ອອກຈາກວຽກຫຼັງຈາກໄດ້ເຮັດວຽກກັບກຳລັງຕຳຫຼວດຂອງເມືອງມາໄດ້19 ປີ ພາຍຫຼັງການຕາຍຂອງທ້າວ ຟລອຍດ໌ ນັ້ນ, ໄດ້ “ປະຕິບັດການດ້ວຍການໃຊ້ກຳລັງທີ່ເໝາະສົມ” ເວລາທີ່ລາວໄດ້ກົດທ້າວ ຟລອຍດ໌ ອາຍຸ 46 ປີ, ລົງດົນກວ່າ 9 ນາທີ.

ການດຳເນີນຄະດີໄດ້ສິ້ນສຸດການໃຫ້ການໃນວັນອັງຄານວານນີ້, ແລະ ທະນາຍຄວາມຂອງຈຳ ເລີຍ ທ່ານ ເອຣິກ ແນລສັນ ໄດ້ເລີ່ມຄວາມພະຍາຍາມຂອງລາວທີ່ຈະຫລຸດຄວາມສໍາຄັນຂອງຫຼັກ ຖານທີ່ມີຢ່າງຫລວງຫລາຍທີ່ບອກວ່າ ທ້າວ ໂຊວິນ ໄດ້ລະເມີດການຝຶກຊ້ອມທາງຕຳຫຼວດຂອງລາວ ໃນຂະນະທີ່ ລາວໄດ້ຈັບກຸມທ້າວ ຟລອຍດ໌ ຍ້ອນສົງໄສວ່າເອົາເງິນປອມໃບ 20 ໂດລາ ໄປໃຊ້ຢູ່ຮ້ານສະດວກຊື້.

ທ່ານ ບຣອດ, ເຊິ່ງແມ່ນສັກຂີພິຍານຄົນສຳລັບສຳລັບທ້າວ ໂຊວິນ ຜູ້ທີ່ໄດ້ໃຫ້ການໃນຄະດີທີ່ໄດ້ຮັບຄວາມສົນໃຈຈາກສາທາລະນະອື່ນໆສຳລັບຕຳຫຼວດ ທີ່ຖືກກ່າວຫາວ່າທໍາການລະເມີດຕໍ່ຜູ້ຕ້ອງສົງໄສເປັນອາຊະຍາກອນນັ້ນໄດ້ກ່າວວ່າ “ມັນງ່າຍທີ່ຈະນັ່ງ ແລະ ຕໍາໜິຢູ່ໃນຫ້ອງການ, ກ່ຽວກັບການກະທຳຂອງເຈົ້າໜ້າທີ່. ອີກເທື່ອນຶ່ງມັນມີຄວາມທ້າທາຍກວ່າທີ່ຈະລອງຈິນຕະນາການເອົາຕົນເອງໄປຢູ່ໃນສະຖານະການຂອງຕຳຫຼວດເບິ່ງ.”

ເມື່ອຖືກທ່ານ ແນລສັນຖາມວ່າ ລາວຄິດວ່າ ການຄວບຄຸມຕົວທ້າວ ຟລອຍດ໌ ໂດຍ ທ້າວ ໂຊວິນ ແມ່ນເທົ່າກັບການໃຊ້ກຳລັງທີ່ຮຸນແຮງບໍ່, ທ່ານ ບຣອດ ໄດ້ຕອບວ່າ “ມັນບໍ່ແມ່ນ.”

ທ່ານ ບຣອດ ໄດ້ເອີ້ນການກະທຳຂອງອະດີດເຈົ້າໜ້າທີ່ດັ່ງກ່າວວ່າ “ມັນມີເຫດຜົນຢ່າງຖືກຕ້ອງ.”

ໃນການສອບປາກຄຳກັບສອງຝ່າຍນັ້ນ, ໄອຍະການ ສຕີເວັນ ສໄລເຊີ (Steven Schleicher), ໄດ້ພະຍາຍາມທີ່ຈະເຮັດໃຫ້ການສະຫຼຸບຂອງທ່ານ ບຣອດ ມີປະສິດທິພາບໜ້ອຍລົງ.

ໄອຍະການໄດ້ຮັບການຍອມເຫັນດີນໍາຈາກທ່ານ ບຣອດ ທີ່ເວົ້າວ່າ ເວລາທີ່ທ້າວ ຟລອຍດ໌ ໄດ້ອ້າປາກຫາຍໃຈຢ່າງຊໍ້າແລ້ວຊໍ້າອີກ ແລະເວົ້າວ່າ “ຂ້ອຍຫາຍໃຈ ບໍ່ອອກ”, ໃນຂະນະທີ່ນອນຢູ່ພື້ນຖະໜົນຢູ່ນັ້ນ, ມັນແມ່ນຄວາມຮັບຜິດຊອບຂອງທ້າວ ໂຊວິນ ທີ່ “ຈະຮັບຮູ້ກ່ຽວກັບສະພາບການ” ທີ່ຮ້າຍແຮງຂອງທ້າວ ຟລອຍດ໌ ແລະ ຖອຍອອກຈາກການຄວບຄຸມທ້າວ ຟລອຍດ໌, ຜູ້ທີ່ຖືກໃສ່ກະ ແຈມືແລ້ວນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG