ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍ້າຍພັກການເມືອງ ກໍ່ໃຫ້ເກີດ ຄວາມບາດໝາງ ໃນລັດຖະບານ ຂອງ ມາເລເຊຍ

ທ່ານນາງ ນູຣູລ໌ ອິຊຊາ ອັນວາຣ, ຂວາ, ລູກສາວ ຂອງຜູ້ນຳຝ່າຍຄ້ານຂອງມາເລເຊຍ ທ່ານ ອັນວາຣ ອີບຣາຮີມ ທີ່ຖືກຂັງຄຸກ, ກຳລັງຮ້ອງໂຮນຳພາການປະທ້ວງ ຫຼັງຈາກທີ່ນາງໄດ້ຖືກປ່ອຍໂຕ ໃນເມື່ອວາງເງິນປະກັນໂຕ, ຢູ່ໃນນະຄອນຫຼວງ ກົວລາລຳເປີ, ວັນທີ 17 ມີນາ 2015.

ສົງຄາມລະຫວ່າງພັກຝ່າຍການເມືອງ ໄດ້ລະເບີດຂຶ້ນ ຢູ່​ໃນທັງສອງຝ່າຍການເມືອງ
ຂອງມາເລເຊຍ ອັນເປັນການຜິດຖຽງກັນ ທີ່ຂົມຂື່ນ ຢູ່ວົງໃນຂອງພັກ ເຊິ່ງພາໃຫ້ມີການ
ປິດຊ່ວງໄລຍະ ຂອງການຖືກຕ້ອງປອງດອງກັນ ສຳລັບ ພັກປາກາຕານ ຮາຣາປານ ຫຼື
PH ທີ່ເປັນລັດຖະບານປະສົມ.

ການລາອອກ ຂອງ ທ່ານນາງ ນູຣູລ໌ ອິຊຊາ ອັນວາຣ ຈາກຕຳແໜ່ງ ຮອງປະທານາທິບໍດີ ຂອງພັກຄວາມຍຸຕິທຳຂອງປະຊາຊົນ ຫຼື PKR ທີ່ບໍ່ໜ້າເຊື່ອເລີຍ ໃນສັບປະດານີ້ ໄດ້
ເຜີຍແບໃຫ້​ເຫັນ​ເຖິງຄວາມແຕກແຍກ ທີ່ຝັງເລິກຢູ່ໃນ ກຸ່ມລັດຖະບານປະສົມ ທີ່ໄດ້ຕັ້ງ
​ຂຶ້ນ​ໂດຍສອງພັກການເມືອງ ທີ່​ໃນຫຼາຍປີຜ່ານມາ ໄດ້ຈ້ອງເບິ່ງກັນແລະກັນ ຈາກສອງ
ຟາກໃນສະພາ.

ຮອງນາຍົກລັດຖະມົນຕີ ແລະ ຜູ້ນຳຝ່າຍຄ້ານ ທ່ານ ອັນວາຣ ອີບຣາຮີມ, ກາງ, ຍິ້ມແແຍ້ມ ໃນຂະນະ ເດີນທາງມາຮອດ ສານໃນນະຄອນຫຼວງ ກົວລາລຳເປີ ຂອງມາເລເຊຍ, ວັນທີ 13 ມິຖຸນາ 2017.
ຮອງນາຍົກລັດຖະມົນຕີ ແລະ ຜູ້ນຳຝ່າຍຄ້ານ ທ່ານ ອັນວາຣ ອີບຣາຮີມ, ກາງ, ຍິ້ມແແຍ້ມ ໃນຂະນະ ເດີນທາງມາຮອດ ສານໃນນະຄອນຫຼວງ ກົວລາລຳເປີ ຂອງມາເລເຊຍ, ວັນທີ 13 ມິຖຸນາ 2017.

ຈຸດສຳຄັນຂອງການຜິດຖຽງກັນ ລວມສູນຢູ່ໃນເລື່ອງຂອງການປ່ຽນແຜນ ດ້ານການ
ເມືອງ ໂດຍນາຍົກລັດຖະມົນຕີ ມາຫາເທຍ ໂມຮາມັດ ທີ່ໄດ້ກໍ່ໃຫ້ເກີດ ຄວາມກັງວົນ
ຕ່າງໆ ໃນບາງໄຕມາດ ທີ່ທ່ານ ອາດຈະບໍ່ໄດ້ເຮັດຕາມຄຳໝັ້ນໝາຍ ທີ່ຈະມອບອຳນາດ
ໃຫ້ແກ່ ອະດີດຄູ່ປໍລະປັກຂອງທ່ານ ຜູ້ທີ່ໄດ້ຫັນປ່ຽນ ໄປເປັນພັນທະມິດ ກັບ ທ່ານ
ອັນວາຣ ອີບຣາຮີມ.

ພັກ PH ເປັນພັກປະສົມ ທີ່ລວມເຂົ້າກັນ ລະຫວ່າງ ທ່ານ ມາຫາເທຍ ແລະ ທ່ານ
ອັນວາຣ ຜູ້ທີ່ເຄີຍຖືກແນະນຳແລະໃຫ້ການສະໜັບສະໜຸນ ໂດຍທ່ານ ມາຫາເທຍ ເຊິ່ງ
ທ່ານໄດ້ເອົາຜິດ ແລະ ຜູ້ກ່ຽວໄດ້ຖືກຂັງຄຸກ ໃນຖານການກະທຳຊຳເລົາຜິດທຳມະຊາດ
ມະນຸດ ທີ່ເປັນເລື່ອງນອງນັນ ແລະ ຂໍ້ກ່າວຫາສໍ້ລາດບັງຫຼວງ ກ່ອນໜ້າ ທີ່ທັງສອງຈະ
ໄດ້ມາພົບພໍ້ກັນອີກເທື່ອນຶ່ງ ແລ້ວໄດ້ຮັບໄຊຊະນະການເລືອກຕັ້ງຢ່າງຂາດລອຍ ໃນ
ເດືອນພຶດສະພາ ອັນເປັນການສິ້ນສຸດ ການປົກຄອງໂດຍພັກດຽວ ທີ່ມີມາຫຼາຍກວ່າ 6
ທົດສະວັດ ຢູ່ໃນມາເລເຊຍ.

ທ່ານ ຣາຟີຊີ ຣາມລີ ຈາກຄວາມຍຸຕິທຳຂອງປະຊາຊົນ ຫຼື PKR ເດີນທາງມາຮອດ ສານໃນນະຄອນຫຼວງ ກົວລາລຳເປີ ຂອງມາເລເຊຍ, ວັນທີ 14 ພະຈິກ 2016.
ທ່ານ ຣາຟີຊີ ຣາມລີ ຈາກຄວາມຍຸຕິທຳຂອງປະຊາຊົນ ຫຼື PKR ເດີນທາງມາຮອດ ສານໃນນະຄອນຫຼວງ ກົວລາລຳເປີ ຂອງມາເລເຊຍ, ວັນທີ 14 ພະຈິກ 2016.

ໃນຂະນະດຽວກັນ ທ່ານນາງ ນູຣູລ໌ ລູກສາວຂອງທ່ານ ອັນວາຣ ໄດ້ປະຕິເສດ ທີ່ຈະໃຫ້
ຄຳອະທິບາຍ ກ່ຽວກັບການລາອອກດັ່ງກ່າວ, ເຊິ່ງເມື່ອມໍ່ໆມານີ້ ທ່ານ ນາງ ໄດ້ເອົາ
ຊະນະ ຜູ້ສະໝັກເປັນຮອງປະທານາທິບໍດີ ຈາກ ພັກ PKR ແລະ ພັນທະມິດທີ່ໃກ້ຊິດ
ກັບ ທ່ານ ຣາຟີຊີ ຣາມລີ ກໍໄດ້ອອກມາໂຈມຕີການນຳຂອງ ພັກ PH ຢູ່ໃນຄຳເຫັນທີ່
ຂຽນລົງ ທາງອິນເຕີເນັດ ເມື່ອວັນພຸດຜ່ານມານີ້ ໂດຍປະກາດວ່າ “ຄວາມຮູ້ສຶກທີ່ດີ
ໄດ້ຫາຍໄປ ແລ້ວກາຍມາເປັນຄວາມເນົ່າເໝັນ.”

“ຂ້າພະເຈົ້າ ຊັງທີ່ຈະເປັນຜູ້ຮັບເອົາຂ່າວທີ່ບໍ່ດີ ແຕ່ບຸກຄົນໃດຜູ້ນຶ່ງ ຕ້ອງໄດ້ຮັບເອົາ
ພາລະນີ້”
ທ່ານໄດ້ຂຽນກ່ອນໜ້າ ຈະຊີ້ໃຫ້ເຫັນເຖິງການສຳຫຼວດຄວາມ ຄິດເຫັນ ທີ່ຕົກ
ຕ່ຳລົງ ແລະ ເນັ້ນໃຫ້ເຫັນເຖິງຄວາມບໍ່ພໍອົກພໍໃຈຕ່າງໆກັບທິດ ທາງຂອງພັກໃນປັດຈຸບັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG