ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນທະມິດເພື່ອຜາບແພ້ກຸ່ມລັດອິສລາມ ເປັນຫ່ວງກັບການຟື້ນໂຕຄືນ ຂອງກຸ່ມກໍ່ການຮ້າຍດັ່ງກ່າວ


ພວກນັກໂທດຈາກອີຣັກ ແລະຊີເຣຍ, ຊຶ່ງເປັນຜູ້ຕ້ອງສົງໄສທີ່ມີສ່ວນຮ່ວມກັບກຸ່ມລັດອິສລາມ, ພາກັນໃຊ້ເວລາ ຢູ່ພາຍໃນເດີ່ນແຫ່ງນຶ່ງພາຍໃນຄຸກ ເມືອງຮາຊາກາ ຂອງຊີເຣຍ, ວັນທີ 11 ມັງກອນ 2020.
ພວກນັກໂທດຈາກອີຣັກ ແລະຊີເຣຍ, ຊຶ່ງເປັນຜູ້ຕ້ອງສົງໄສທີ່ມີສ່ວນຮ່ວມກັບກຸ່ມລັດອິສລາມ, ພາກັນໃຊ້ເວລາ ຢູ່ພາຍໃນເດີ່ນແຫ່ງນຶ່ງພາຍໃນຄຸກ ເມືອງຮາຊາກາ ຂອງຊີເຣຍ, ວັນທີ 11 ມັງກອນ 2020.

ສະຫະລັດແລະບັນດາສະມາຊິກກຸມພັນທະມິດທີ່ສຳຄັນອື່ນໆຂອງໂລກເພື່ອຜາບແພ້ກຸ່ມລັດອິສລາມ ຕ່າງກໍພາກັນສະແດງຄວາມກັງວົນອີກຄັ້ງກ່ຽວກັບກຸ່ມກໍ່ການຮ້າຍ ທ່າມກາງການປຸກລະດົມຄັ້ງໃຫຍ່ ເພື່ອຖອນຮາກຖອນໂຄນພວກປະຕິບັດງານທີ່ພະຍາຍາມຈະຫັນປ່ຽນພື້ນທີ່ຊຶ່ງໃນຄັ້ງນຶ່ງໄດ້ຖືກປົດປອຍກັບຄືນມາເປັນທີ່ໝັ້ນຂອງຕົນ.

ບັນດາລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມນຶ່ງທີ່ເອີ້ນວ່າ ກຸ່ມພັນທະມິດຂອງໂລກເພື່ອຜາບແພ້ກຸ່ມລັດອິສລາມກຸ່ມນ້ອຍ ໄດ້ພົບປະກັນທາງອອນໄລໃນວັນອັງຄານວານນີ້ ຫຼາຍກວ່າສອງປີຜ່ານມາ ຫຼັງຈາກກຸ່ມກໍ່ການຮ້າຍໄດ້ປະ ກາດຕົນເອງເປັນລັດອິສລາມ ຫຼື caliphate ຢູ່ໃນອີຣັກ ແລະຊີເຣຍ ເພື່ອສຸມໃສ່ສິ່ງທີ່ພວກເຂົາເຈົ້າອະທິບາຍວ່າ ເປັນການເຄື່ອນໄຫວໃນຫຼາຍພື້ນທີ່ ຊຶ່ງໃນຄັ້ງນຶ່ງໄດ້ຖືກຄວບຄຸມໂດຍ ພວກນັກລົບຂອງກຸ່ມດັ່ງກ່າວນັ້ນ.

“ໄພຂົ່ມຂູ່ຍັງຄົງມີຢູ່” ບັນດາລັດຖະມົນຕີທັງຫຼາຍໄດ້ກ່າວໄປຢູ່ໃນກອງປະຊຸມຮ່ວມ ຫຼັງຈາກທີ່ໄດ້ໂອ້ລົມກັນກ່ຽວກັບກຸ່ມກໍ່ການຮ້າຍທີ່ຍັງຮູ້ຈັກກັນໃນຊື່ ISIS ຫຼື ຊື່ຫຍໍ້ໃນພາສາອາຣັບວ່າ Daesh ນັ້ນ. ບັນດາລັດຖະມົນຕີ ໄດ້ກ່າວອີກວ່າ ພວກເພິ່ນ “ໄດ້ຈົດບັນທຶກຂອງການເລີ້ມຕົ້ນໃໝ່ໃນກິດຈະກຳທັງຫຼາຍຢູ່ໃນຫຼາຍພື້ນທີ່ບ່ອນທີ່ກຸ່ມພັນທະມິດແມ່ນບໍ່ໄດ້ເຄື່ອນໄຫວ.”

ແຕ່ໃນຂະນະທີ່ມີການສົນທະນາກັນ ໄດ້ຮຽກຮ້ອງຕໍ່ບັນດາກຸ່ມພັນທະມິດໃຫ້ສະໜອງ “ກຳລັງທະຫານແລະພົນລະເຮືອນໃຫ້ພຽງພໍ” ເພື່ອເປັນຄູ່ພາຄີຮ່ວມກັບກອງກຳລັງຂອງທັງອີຣັກແລະຊີເຣຍ ແລະໄດ້ຍິນດີນຳການປະຕິຍານຂອງອົງການເນໂຕ້ ທີ່ຈະຂະຫຍາຍພາລະກິດການຝຶກຊ້ອມຂອງຕົນຢູ່ໃນອີຣັກ ຊຶ່ງຕົນໄດ້ສະໜອງພຽງເລັກນ້ອຍວິທີທາງທີ່ສະເພາະເຈາະຈົງ.

ນັບຕັ້ງແຕ່ການລົ້ມສະຫຼາຍຂອງເຂດແດນຄາລີເຟຕ ສະຫະລັດແລະບັນດາສະມາຊິກກຸ່ມພັນທະມິດອື່ນໆ ໄດ້ສະໜອງການຝຶກແອບ ອຸປະກອນຕ່າງໆ ແລະທຶນຮອນໃຫ້ແກ່ກຳລັງຮັກສາຄວາມປອດໄພໃນອີຣັກ ແລະໂດຍສ່ວນຫຼາຍແກ່ກຳລັງເພື່ອປະຊາທິປະໄຕຊາວເຄີດຂອງຊີເຣຍ ຫຼື SDF ຢູ່ໃນຊີເຣຍ. ແຕ່ກໍມີຄວາມເປັນຫ່ວງວ່າ ລະດັບຂອງການສະໜັບສະໜຸນໃນປັດຈຸບັນນີ້ ອາດຈະບໍ່ພຽງພໍ.

ໃນຊີເຣຍ ບັນດາຜູ້ບັນຊາການຂອງ SDF ໄດ້ກ່າວເຕືອນຊໍ້າແລ້ວຊໍ້າອີກວ່າ ກຸ່ມລັດອິສລາມ ຍັງຫາທາງທີ່ຈະໃຊ້ປະໂຫຍດຈາກຈຸດອ່ອນທັງຫຼາຍໃນ ກຸ່ມ SDF ແລະການປ້ອງກັນຂອງອີຣັກ ຊຶ່ງພວກເຂົາຊ່ອຍກໍາຈັດຂັບໄລ່ການໂຈມ ຕີທີ່ເພີ້ມຂຶ້ນເມື່ອມໍ່ໆມານີ້.

https://www.voanews.com/middle-east/islamic-state-exploiting-security-gaps-step-violence-us-partners-warn

ບັນດາເຈົ້າໜ້າທີ່ສະຫະລັດ ກໍໄດ້ຍົກຄວາມເປັນຫ່ວງແບບດຽວກັນຂຶ້ນ ກ່ຽວກັບຄວາມອາດສາມາດຂອງກຸ່ມລັດອິສລາມ ທີ່ຈະນຳໃຊ້ພື້ນທີ່ທັງຫຼາຍຊຶ່ງພວກທີ່ສະໜັບສະໜຸນກຸ່ມດັ່ງກ່າວ ໄດ້ໄປຮ່ວມກຳລັງ ເຊັ່ນວ່າ ສູນ ອາລ-ໂຮລ ສຳລັບພວກທີ່ຖືກພັດພາກຈາກຖິ່ນຖານໃນພາກຕາເວັນອອກສຽງເໜືອຂອງຊີເຣຍເພື່ອ ສ້າງຕັ້ງໃຫ້ເປັນສູນກາງຂອງການປະຕິບັດການໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG