ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດສະລະຊີບ ໃນບັງກລາແດັສ ສ້າງຄວາມເສົ້າໂສກ ໃຫ້ກັບຍີ່ປຸ່ນ


Bangladesh Attack
please wait
Embed

No media source currently available

0:00 0:01:37 0:00

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ທ່ານ Fumio Kishida ​ໄດ້​ກ່າວ​ໃນ​ວັນ ​ອັງຄານ​ມື້​ນີ້​ວ່າ “ທ່ານ​ມີ​ຄວາມ​ຮູ້ສຶກເສົ້າສະ​ຫຼົດ​ໃຈ​ເປັນ​ທີ່​ສຸດແລະໂກດ​ແຄ້ນ ຢ່າງ​ແຮງ” ​ໃນ​ຂະນະ​ທີ່​ສົບ​ຂອງ​ຊາວ​ຍີ່ປຸ່ນ 7 ຄົນ ທີ່ໄດ້ຖືກ​ສັງຫານ​ໃນ​ການ ​ໂຈມ​ຕີ​ທີ່​ຮ້ານ​ອາຫານແຫ່ງ​ນຶ່ງ​ຢູ່ Bangladesh ​ ໄດ້ຖືກ​ສົ່ງກັບ​ຄືນ​ບ້ານ​ເກີດ ​ເມືອງ​ນອນ​.

ພວກ​ເຄາະ​ຮ້າຍ​ດັ່ງກ່າວ​ແມ່ນຮວມຢູ່​ໃນພວກ​ຕົວ​ປະກັນ​ຈຳນວນ 20 ຄົນ ​ ແລະ​ຕຳຫຼວດ​ອີກ 2 ຄົນ ທີ່​ໄດ້​ຖືກ​ສັງຫານ​ໃນ​ວັນ​ເສົາຜ່ານ​ມາ​ນີ້​ ທີ່​ນະຄອນ Dhaka.

ທ່ານ Kishida ກ່າວ​ວ່າ “ນີ້​ແມ່ນ​ຄວາມ​ເຈັບ​ປວດ​ທີ່​ຮ້າ​ຍ​ແຮງຂອງ​ຂ້າພະ​ເຈົ້າ ທີ່​ວ່າ​ຊີວິດ​ອັນ​ມີ​ຄຸນຄ່າ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ດັບ​ສູນ​ລົງ​ໂດຍ​ຄວາມໂຫ​ດຮ້າຍ ປ່າ​ເຖື່ອນ​ຂອງ​ພວກ​ກໍ່​ການ​ຮ້າຍ ທີ່​ນຳ​ໄປ​ສູ່​ການ​ສິ້ນ​ສຸດ​ລົງ​ດ້ວຍ​ຄວາມ​ເສົ້າ​ໂສກ ​ເສຍ​ໃຈ​ນີ້.”

ທ່ານ​ໄດ້​ໃຫ້​ຄຳ​ໝັ້ນສັນ​ຍາ​ວ່າ ຍີ່ປຸ່ນ ຈະ​ເຮັດ​ວຽກ​ຮ່ວມກັບ​ກຸ່ມ​ປະຊາ​ຄົມນາໆ​ຊາດ ​ເພື່ອ​ຄ້ຳປະກັນວ່າ ການ​ໂຈມ​ຕີ​ເຊັ່ນ​ນີ້​ ຈະ​ບໍ່​ໃຫ້​ເກີດ​ຂຶ້ນ​ອີກໃນ​ອະນາ​ຄົດ.

ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພບັງ​ກລາ​ແດັສ​ໄດ້​ສັງຫານ ພວກ​ໂຈມ​ຕີ 6 ຄົນ ທີ່​ໄດ້​ບຸກ​ເຂົ້າໄປ​ໃນ​ຮ້ານ​ອາຫານ​ທີ່​ຄຸ້ມຄົນ​ຮັ່ງມີ​ ແລະຈັບເປັນ​ໄດ້​ຄົນ​ນຶ່ງ. ຕຳຫຼວດ ກ່າວວ່າ ນຶ່ງໃນພວກຕົວປະກັນ ອາດເປັນພະນັກງານເຮັດວຽກຢູ່ໃນຮ້ານອາຫານ ດັ່ງກ່າວນີ້. ພວກ​ເຂົາ​ເຈົ້າ​ຍັງ​ສາມາດ​ຊ່ອຍຕົວ​ປະກັນ 13 ຄົນອອກ​ມາ ຊຶ່ງ 5 ຄົນ ຂອງ​ຈຳນວນ​ນີ້ຍັງ​ຖືກ​ຄວບ​ຄຸມ​ຕົວ​ໄວ້ ​ເຖິງ​ແມ່ນ​ຍັງ​ບໍ່​ທັນ​ແຈ້ງ​ຂາວເທື່ອວ່າ ພວກ​ ເຂົາ​ແມ່ນ​ພວກ​ຕ້ອງ​ສົງ​ໄສ ຫຼື​ວ່າ ​ແມ່ນ​ພວກ​ທີ່​ໄປ​ໃຫ້​ການເທົ່າ​ນັ້ນ ​ເພື່ອການ​ເກັບ​ ກຳ​ລາຍ​ລະອຽດຂອງການ​ໂຈມ​ຕີ​ຄັ້ງ​ນີ້.

ຜູ້​ບັນຊາ​ການຕຳຫຼວດ Bangladesh ທ່ານ A.K.M. Shahidul Haque ​ໄດ້​ກ່າວ​ ໃນ​ວັນ​ຈັນ​ວານ​ນີ້​ວ່າ ຊາຍ 2 ຄົນ ຊຶ່ງ​ຮວມທັງ ຜູ້​ຕ້ອງ​ສົງ​ໄສ​ວ່າ​ເປັນ​ພວກ​ຫົວ​ຮຸນ ​ແຮງກຳລັງ​ຖືກ ສອບ​ປາກຄຳ​ຢູ່. ທ່ານ​ໄດ້​ປະຕິ​ເສດ​ທີ່​ຈະ​ເວົ້າ​ວ່າ ຊາຍ​ສອງ​ຄົນ​ນີ້ ​ແມ່ນ​ຮວມຢູ່​ໃນ​ກຸ່ມທີ່​ນັບ​ວ່າ​ເປັນ​ຕົວປະກັນ ​ແຕ່​ວ່າ​ຮັບ​ຮູ້​ວ່າ ພວກ​ເຂົາ​ເຈົ້າ​ກຳລັງ​ ໄດ້​ຮັບ​ການ​ຮັກສາ​ພະຍາບານ​ຢູ່​ທີ່​ໂຮ​ງ​ໝໍ.

ກຸ່ມລັດອິສລາມ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາ​ມຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ ແຕ່​ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ ຍັງ​ບໍ່​ທັນ​ມີ​ການ​ຢືນຢັນເທື່ອ​ວ່າ ມີການ​ເຊື່ອມ​ໂຍງ​ໃດໆ​ລະຫວ່າງກຸ່ມ​ດັ່ງກ່າວ​ແລະ​ພວກ​ໂຈມຕີ​. ​ເຈົ້າ​ໜ້າ​ທີ່​ລັດຖະບານ ປະຕິ​ເສດວ່າ ​ບໍ່​ມີ​ການ​ພົວພັນ​ຂອງ​ກຸ່ມ​ລັດ​ອິສລາມ.

ລັດຖະມົນຕີ​ກະຊວງ​ພາຍ​ໃນ Bangladesh ທ່ານ Asaduzzaman Khan ​ໄດ້​ກ່າວ​ວ່າ ​ ​ພວກ​ຫົວ​ຮຸນ​ແຮງ ​ແມ່ນ​ເປັນ​ສະມາຊິກ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ທີ່ເກີດ​ຢູ່ ​ພາຍ​ໃນ​ປະ​ເທດ ເຊັ່ນກຸ່ມ Jumatul Mujahedeen Bangladesh ຫຼື JMB ຊຶ່ງ​ໄດ້​ຖືກເກືອດຫ້າມຢູ່​ພາຍ ປະ​ເທດ​ ມາ​ໄດ້​ນານ​ກວ່າ ນຶ່ງ​ທົດ​ສະ​ວັດ​ແລ້ວ.

ຕຳຫຼວດ ພາກັນລາດຕະເວນ ໃນຮ້ານຂະໜົມ Holey Artisan Bakery ແລະ ຮ້ານອາຫານ O'Kitchen ໃນຂະນະທີ່ທ່ານອື່ນ ກວດກາສະຖານທີ່ເກີດເຫດ ຫຼັງຈາກທີ່ມືປືນສັງຫານໄດ້ເປີດສາກຍິງໃນເມືອງ Dhaka, Bangladesh, 3 ກໍລະກົດ, 2016.
ຕຳຫຼວດ ພາກັນລາດຕະເວນ ໃນຮ້ານຂະໜົມ Holey Artisan Bakery ແລະ ຮ້ານອາຫານ O'Kitchen ໃນຂະນະທີ່ທ່ານອື່ນ ກວດກາສະຖານທີ່ເກີດເຫດ ຫຼັງຈາກທີ່ມືປືນສັງຫານໄດ້ເປີດສາກຍິງໃນເມືອງ Dhaka, Bangladesh, 3 ກໍລະກົດ, 2016.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG