ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ໜ່ວຍກ້າຕາຍ ຊີລ ຂອງກອງທັບເຮືອ ສຫລ ບໍ່ຍອມຮັບຜິດ ຕໍ່ຂໍ້ກ່າວຫາວ່າ ກໍ່ອາຊະຍາກຳ ສົງຄາມ


ໜ່ວຍທະຫານກ້າຕາຍ ທີມ ຊີລ (SEAL) ຂອງກອງທັບເຮືອ ສະຫະລັດ ກຳລັງຕໍ່ສູ້ ກັບພວກກະບົດ ຈາກເທິງຫລັງຄາ ໃນເມືອງ ຣາມາດີ ຂອງອີຣັກ, ເດືອນເມສາ 2006.
ໜ່ວຍທະຫານກ້າຕາຍ ທີມ ຊີລ (SEAL) ຂອງກອງທັບເຮືອ ສະຫະລັດ ກຳລັງຕໍ່ສູ້ ກັບພວກກະບົດ ຈາກເທິງຫລັງຄາ ໃນເມືອງ ຣາມາດີ ຂອງອີຣັກ, ເດືອນເມສາ 2006.

ທ້າວ ແອດວາຣດ໌ ກາແລກເກີ ຊຶ່ງ​ເປັນ​ນັກ​ລົບ​ເກົ່າຂອງກອງທັບເຮືອ ຜູ້ທີ່ໄດ້ ຮັບຫຼຽນ
ຍ້ອງຍໍນັ້ນ ບໍ່​ຍອມ​ຮັບຜິດຕໍ່ຂໍ້ກ່າວຫາຫຼາຍປະການ ກ່ຽວກັບ​ການ​ກໍ່ອາຊະຍາກຳສົງຄາມ
ໃນຂະນະທີ່ ປະຕິບັດການ ຢູ່ໃນອີຣັກ.

​ທ້າວ ກາແລກເກີ ໄດ້ປະ​ຕິ​ເສດ​ຕໍ່​ການຍອມ​ຮັບຜິດ​ຂອງລາວ ໃນລະຫວ່າງ ການນຳ​ໂຕ
​ຜູ້​ກ່ຽວ​ ຂຶ້ນ​ສານ ເມື່ອວັນສຸກວານນີ້ ຢູ່ທີ່ຖານທັບເຮືອ ນະຄອນ ແຊນ ດີເອໂກ.

ບັນດາໄອຍະການຂອງກອງທັບ ກ່າວວ່າ ທ້າວ ກາແລກເກີ ເປັນທະຫານໜ່ວຍກ້າ​ຕາຍ
ຊີລ (SEAL) ຂອງກອງທັບເຮືອ ທີ່ໄດ້ໄປປະຈຳການ ປະຕິບັດໜ້າທີ່ຢູ່ ໃນເມືອງໂມຊູລ
ຂອງອີຣັກ ເປັນເທື່ອທີ 8 ໃນປີ 2017 ເວ​ລາຜູ້ກ່ຽວ ໄດ້ເກີດ ຄວບ​ຄຸມສະຕິບໍ່​ໄດ້.

ພວກເຂົາເຈົ້າ ກ່າວຫາ ທ້າວ ກາແລກເກີ ໃນ​ການຍິງພວກພົນລະເຮືອນຊາວອີຣັກ ຢ່າງ
ບໍ່ເລືອກໜ້າ ແລະໄດ້ແທງນັກລົບຂອງລັດອິສລາມ ທີ່ຍັງໜຸ່ມນ້ອຍ ຜູ້ທີ່ຖືກຈັບໄດ້ ແລະ
ໃນຂະນະທີ່ ພວກທະຫານແພດ ກຳລັງຊ່ອຍກູ້ຊີວິດຂອງຜູ້ກ່ຽວ ຢູ່ນັ້ນ ຈົນຕາຍ.

ຫຼັງຈາກທີ່ໄດ້ສັງຫານນັກລົບລັດອິສລາມດັ່ງກ່າວແລ້ວ ບັນດາໄອຍະການ ກ່າວຫາວ່າ
ທ້າວ ກາແລກເກີ ໄດ້ຖ່າຍຮູບເອົາ ລາວກັບຊາກສົບ.

ທ້າວ ກາແລກເກີ ຖືກກ່າວຫາວ່າ ໄດ້ຍິງສັງຫານ ຊາຍຜູ້ເຖົ້າຄົນນຶ່ງ ທີ່ແບກກະຕຸກນ້ຳ
ຢູ່ທີ່ເມືອງໂມຊູລ ໃນເດືອນມິຖຸນາ ປີ 2017 ແລະ ເດັກຍິງຄົນນຶ່ງ ທີ່ກຳລັງຍ່າງຢູ່ໃນ
ບໍລິເວນດຽວກັນ ນຶ່ງເດືອນຕໍ່ມາ.

ບັນດານັກສືບສວນ ກ່າວວ່າ ທະຫານໜ່ວຍ ຊີລ ບາງຄົນ ແມ່ນມີຄວາມເປັນຫ່ວງກັບ ການກະທຳຂອງ ທ້າວກາແລກເກີ ຫຼາຍ ຈົນວ່າ ພວກເຂົາເຈົ້າ ໄດ້ດັດແປງປືນຂອງລາວ
ເພື່ອບໍ່ໃຫ້ມັນຍິງແມ້ນ.

ໃນລະຫວ່າງ ການໄປປະຈຳການ ຄັ້ງຫຼ້າສຸດ ທ້າວ ກາແລກເກີ ກໍໄດ້ຮັບຫຼຽນຍ້ອງຍໍ ຄື ດາວທອງເຫຼືອງ ຫຼື Bronze Star ສອງເທືື່ອ. ຖ້າຖືກຕັດສິນວ່າມີ ຄວາມຜິດ ນັກ​ລົບ​ເກົ່າ
ຂອງກອງທັບເຮືອ ອາຍຸ 19 ປີ ຄົນນີ້ ຈະປະເຊີນກັບ ໂທດຈຳຄຸກຕະຫຼອດຊີວິດ.

ສານກອງທັບ ໃນວັນສຸກວານນີ້ ໄດ້ກຳນົດການດຳເນີນຄະດີ ທ້າວ ກາແລກເກີ ໃຫ້ເລີ້ມ
ຕົ້ນຂຶ້ນ ໃນວັນທີ 19 ກຸມພານີ້. ບັນດາເຈົ້າໜ້າທີ່ ກ່າວວ່າ ຈະມີການຕັດສິນ ໃນສັບປະ-
ດາໜ້າ ກ່ຽວກັບວ່າ ທ້າວ ກາແລກເກີ ສາມາດຖືກປ່ອຍໂຕ ອອກຈາກຄຸກ ໄດ້ຫຼືບໍ່ ກ່ອນ
ທີ່ການດຳເນີນຄະດີ ຈະເລີິ້ມຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG