ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ວ່າ ການຕິດອາວຸດ ໃຫ້ພວກຕໍ່ຕ້ານຊີເຣຍ ຈະບໍ່ມີ ການປ່ຽນແປງ (ວີດີໂອ)


ວີດີໂອ - ທຳນຽບຫ້າແຈ - ຊີເຣຍ
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈະ​ປະ​ເຊີນ​
ໜ້າກັບການເຈລະຈາ ທີ່ຍຸ່ງ​ຍາກກັບ ປະທານ​າທິບໍດີຣັດ​ເຊຍ
ທ່ານ Vladimir Putin ​ໃນ​ອາທິດ​ໜ້າ​ນີ້ ຫລັງ​ຈາກ​ທ່ານໄດ້​ຕັດ
ສິນ​ໃຈ ​ຈະ​ຕິດ​ອາວຸດ​ໃຫ້​ແກ່ຝ່າຍ​ຕໍ່ຕ້ານ​ຊີ​ເຣຍ.

ບັນດາ​ເຈົ້າ​ໜ້າ​ທີ່ທໍານຽບຂາວ ກ່າວ​ວ່າ ການ​ຕັດ​ສິນ​ໃຈດັ່ງກ່າວ
​ແມ່ນ​ “ເປັນຂັ້ນ​ສຸດ​ທ້າຍ​ແລ້ວ” ​ແລະ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃດໆ
​ໃນ​ການ​ພົບ​ປະຂອງ​ທ່ານທີ່​ຈະ​ມີ​ຂື້ນ​ກັບບັນດາ​ຜູ້​ນໍາ ຂອງ​ກຸ່ມ 8
ປະ​ທດທີ່​ຈະ​ເລີ​ນທາງ​ດ້ານ​ອຸດສາຫະກຳຊຶ່ງຈະ​ມີ​ຂື້ນທີ່
Ireland ​ເໜືອ.

ສະຫະລັດເພີ້​ມການ​ຊ່ວຍ​ເຫລືອ​ທາງ​ທະຫານໃຫ້​ແກ່​ພວກ​ຕໍ່
ຕ້ານ​ໃນ​ຊີ​ເຣຍ ຫລັງຈາກພິຈາລະນາເຫັນວ່າລັດຖະບານ​ຂອງ
ປະທານາທິບໍດີ Barshar al-Assad ​ໄດ້​ໃຊ້​ອາວຸດ​ເຄມີ ​ຢູ່​ໃນສົງຄາມ​ກາງ​ເມືອງ.

​ຮອງ​ທີ່​ປຶກສາດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດ ຂອງ​ປະທານາທິບໍດີ Obama ຄື​ທ່ານ Ben Rhodes ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ​ໃນ​ວັນ​ສຸກ​ວານ​ນີ້ວ່າ ສະຫະລັດ ມີ “ຫລັກ​ຖານ​ໃນ​ຂອບ​ເຂດ​ກວ້າງຂວາງ” ທີ່​ພົວພັນ​ກັບ​ເຫດ​ຮ້າຍ​ຫຼາຍໆ​ຄັ້ງ​ໃນ ການໃຊ້​ອາວຸດ​ເຄມີ ຮວມທັງ​ແກັສພິດທຳລາຍ​ລະບົບ​ປະສາດ​ນຳ​ດ້ວຍ.

​ແຕ່​ກະຊວງ​ການ​ຕ່າງປະ​ເທດ​ຊີ​ເຣຍກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ການ​ກ່າວ​ຫາ​ຂອງສະຫະ
ລັດ ທີ່​ໄດ້ມາ​ຈາກ​ລາຍງານ​ສືບ​ລັບນັ້ນ ແມ່ນອິງ​ຕາມ “​ຂໍ້​ມູນ​ທີ່​ມີການ​ເສກ ສັນປັ້ນ​ແຕ່ງ​”
​ແລະບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ໃດໆໂດຍ​ເອີ້ນການ​ກ່າວ​ອ້າງ​ນີ້ວ່າ​ເປັນ “​ເລື່ອງ​ຂີ້​ຕົວະ.”

ລັດຖະມົນຕີ​ຕ່າງ​ປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ໄດ້​ສະທ້ອນ​ຄວາມ​ຄິດ​ເຫັນ​ຂອງ​ຊີ​ເຣຍ​ໃນລະຫວ່າງ​ໂທລະສັບ​ໂອ້​ລົມ​ກັບ​ຄູ່​ຕຳແໜ່​ງຝ່າຍ​ສະຫະລັດ ​ໂດຍ​ເວົ້າວ່າ ການ​ກ່າວ​ຫາ​ຂອງສະຫະລັດ “ບໍ່​ໄດ້​ຮັບ​ການ​ສະໜັບສະໜຸນ​ໂດຍ ຄວາມ​ຈິງທີ່​ໜ້າເຊື່ອຖືໄດ້.”

ກ່ຽວຂ້ອງກັນ

XS
SM
MD
LG