ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນຈໍານວນຫລາຍ ບໍ່ຮູ້ເມື່ອໂຕວ່າ ຕົກຢູ່ໃນ ສະພາບໃກ້ຈະລົ້ມລະລາຍ (ເບິ່ງວີດີໂອລາວ/ອັງກິດ)


ນາຍເຄຣກ ແລເທີແມນ (Kraig Leatherman) ທີ່ເຄີຍເຮັດວຽກສະບາຍໆ ນັ່ງຢູ່ຫ້ອງການຂາຍປະກັນໄພ ມີລາຍໄດ້ສູງ ບັດນີ້ຕ້ອງໄດ້ມາເຮັດວຽກອອກແຮງງານໜັກ ຮັບຕົບແຕ່ງເດີ່ນບ້ານ ແຕ່ລາວກໍສາມາດກູ້ຖານະ ທາງການເງິນຂອງລາວຄືນມາໄດ້ ໂດຍການຈັດບັນຊີລາຍໄດ້ລາຍຈ່າຍຂອງລາວໃຫ້ສົມດູນ ບໍ່ໃຊ້ຈ່າຍຟຸມເຟືອ
ນາຍເຄຣກ ແລເທີແມນ (Kraig Leatherman) ທີ່ເຄີຍເຮັດວຽກສະບາຍໆ ນັ່ງຢູ່ຫ້ອງການຂາຍປະກັນໄພ ມີລາຍໄດ້ສູງ ບັດນີ້ຕ້ອງໄດ້ມາເຮັດວຽກອອກແຮງງານໜັກ ຮັບຕົບແຕ່ງເດີ່ນບ້ານ ແຕ່ລາວກໍສາມາດກູ້ຖານະ ທາງການເງິນຂອງລາວຄືນມາໄດ້ ໂດຍການຈັດບັນຊີລາຍໄດ້ລາຍຈ່າຍຂອງລາວໃຫ້ສົມດູນ ບໍ່ໃຊ້ຈ່າຍຟຸມເຟືອ

ໃນ​ຂະນະ​ທີ່​ການ​ປະ​ພິປາຍ​ກັນດໍາ​ເນີນ​ໄປ​ຢ່າງ​ຂຸ້ນຂ້ຽວ​ດຸ​ເດືອດຂຶ້ນ​ ທີ່​ນະຄອນຫລວງ​ວໍ​ຊິງຕັນ ກ່ຽວ​ກັບ​ການ​ເພິ່ມລະດັບ​ໜີ້​ສິນ​ຂອງ​ສະຫະລັດຂຶ້ນນັ້ນ ຊາວ​ອະ​ເມ​ຣິກັນ​ບາງຄົນຍອມຮັບ​ວ່າ ພວກ​ເຂົາ​ເຈົ້າ​ເອງ​ກໍ​ມີ​ບັນຫາ​ກັບ​ການ​ສ້າງ​ຄວາມ​ສົມດຸນດ້ານ​ການ​ເງິນ ຫລື​ຄວບ​ຄຸມ​ໜີ້​ສິນ ​ຂອງ​ພວກ​ເຂົາ​ເຈົ້າ​ເຊັ່ນ​ກັນ. ຜູ້​ສື່​ຂ່າວວີ​ໂອ Laurel Bowman ​ໄດ້​​ໂອ້​ລົມກັບຄົນຜູ້​ນຶ່ງທີ່​​ກ່າວ​ວ່າ ລາວ​ເອງ​ກໍ​ເຄີຍ​ຕິດໜີ້ຢ່າງ​ຫລວງຫລາຍ ​ແລະ​ໄດ້​ຕໍ່ສູ້​ຢ່າງ​ໜັກໜ່ວງ ​ເພື່ອ​ປ່ຽນ​ແປງ​ນິ​ໃສ​ການ​ໃຊ້​ຈ່າຍ​​ເງິນຂອງ​ຕົນນັ້ນ. ດາຣາມີເລຶ່ອງນີ້​ ມາສະ​ເໜີ​ທ່ານ.

ນາຍ Kraig Leatherman ນັກຕົບ​ແຕ່ງ​ເດີ່ນບ້ານ​ ກ່າວ​ວ່າ ຊາວ​ອະ​ເມຣິກັນ​ຫລາຍໆ​ຄົນ
ບໍ່​ຮູ້​ເມື່ອ​ໂຕ​ວ່າ ພວກ​ເຂົາ​ເຈົ້າຕົກ​ຢູ່​ໃນສະພາບ​ໃກ້​ຈະ​ລົ້ມ​ລະລາຍ​ທາງການ​ເງິນຫລາຍ​ສໍ່າ​ໃດ ​ໂຮມ​ທັງ​ໂຕ​ລາວເອງ​ນໍາ. ​ແຕ່​ນາຍ Leatherman ອະດີດ​ຄົນຂາຍ​ປະກັນ​ໄພ​ ​ໄດ້ຮຽນ​ຮູ້​ຈາກປະສົບ​ການ​ທີ່​ໜັກໜ່ວງ​ ພໍ​ສົມຄວນ. ນາຍ Leatherman ກ່າວ​ວ່າ:

“ອັນ​ທີ່​ຈິງ​ແລ້ວ ຂ້ອຍ​ເອງ​ເຄີຍ​ຖືກຟ້ອງ​ລົ້ມລະລາຍ​ມາ​ແລ້ວ​ຄັ້ງ​ນຶ່ງ ​ແລະ​ເຄີຍ​ໄດ້​ສູນ​ເສຍ​ບ້ານໄປ​ຫລັງ​ນຶ່ງ. ມັນເປັນເຫດການ​ທີ່​ເຈັບ​ປວດ​ຫລາຍ​ ຫລາຍທີ່​ສຸດ​ ​ເປັນ​ເຫດການ​ທີ່ພາ​ໃຫ້ອຸກ​ອັ່ງ ທໍ້​ໃຈ​ເປັນທີ່​ສຸດ. ​ແລະ​ເວລາ​ຍ້ອນ​ເບິ່ງ​ເຫດການ​ຜ່ານ​ມາ ຂ້ອຍກໍອາດ​ສາມາດຕູ່​ໃສ່​ອັນ​ນັ້ນ​ອັນ​ນີ້ໄດ້ວ່າ ເປັນ​ຕົ້ນ​ເຫດ ​ແຕ່ເວລາຫລຽວເບິ່ງຄືນ​ຫລັງແທ້ໆແລ້ວ ຂ້ອຍແມ່ນ​ຫລຽວ​ເບິ່ງ​ການ​ຂາດ​ຄວາມ​ລອບ​ຄອບ​ດ້ານ​ການ​ເງິນ​ສ່ວນ​ຕົວ​ຂອງຂ້ອຍ​ເອງ​. ນັ້ນ​ແຫລະ ທີ່ເປັນສາ​ເຫດແທ້ໆ​ຂອງ​ຄວາມ​ເຈັບ​ປວດ​ນັ້ນ​.”

ເວລາ​ນີ້ ຫລັງ​ຈາກໄດ້​ປ່ຽນ​ອາຊີບ​ນັ່ງ​ໂຕະຂາຍ​ປະ​ກັນ​ໄພ ມາ​ໃສ່​ເກີບ​ບູດ ​ເຮັດວຽກ​ຢູ່ຂ້າງ​ນອກ ນາຍ Leatherman ແມ່ນຮັບຈ້າງຕັດຕົ້ນ​ໄມ້ ກຽນງ່າ​ໄມ້​ ຫລົກ​ຫຍ້າ​ອອກ​ຈາກ​ສວນດອກ​ໄມ້ ​ແລະ​ກໍາຈັດພືດ​ທີ່​ເປັນພິດ ​ເຊ່ນ​ເຄື​ອ poison ivy ຢູ່​ຕາມ​ບ້ານ​ຄົນ ​ໂດຍ​ມີ​ລູກ​ນ້ອງບໍ່​ເທົ່າ​ໃດ​ຄົນ​ທີ່​ລາວ​ໄດ້​ວ່າ​ຈ້າງ ມາ​ຊ່ວຍ​ທຸລະ​ກິດ​ທີ່​ຍັງ​ລົ້ມລຸກຄຸກຄານຂອງ​ລາວນັ້ນ.

ຄລິກບ່ອນນີ້ເພື່ອເບິ່ງວີດີໂອພາສາລາວ ຫລືຄລິກບ່ອນ mp4 ຫລື wmv ຂ້າງເທິງ

ໃນ​ມື້​ອາກາດ​ຮ້ອນ​ເອົ້າຍາມ​ລະດູ​ຮ້ອນ​ມື້​ນຶ່ງ ທີ່​ເມືອງ Glyndon ລັດ​ແມຣີ ​ແລນ​ດ໌ ການ​ຖົກ​ຖຽງ​ກັນ​ເລຶ່ອງ​ເພດານ​ໜີ້​ສິນ ຫລື​ຂີດ​ຈໍາກັດ​ຂອງ​ໜີ້​ສິນ​ຂອງ​ລັດຖ​ະບານ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ​ດີ​ຊີ ທີ່ຢູ່​ບໍ່​ໄກ​ນັ້ນ ເບິ່ງ​ຄື​ວ່າເປັນ​ເລຶ່ອງທີ່​ໄກຈາກ​ປະຊາຊົນ​ທໍາ​ມະ​ດາ​ສາມັນ​ຫລາຍ ​ແຕ່​ວ່າມັນ​ຢູ່​ໃນ​ຈິດ​ໃຈ​ຂອງ​ນາຍ Leatherman ​ຫລາຍ​ຢູ່. ລາວ​ເວົ້າວ່າ:

“ຂ້ອຍ​ວ່າ ລັດຖະບານ​ກາງ​ແມ່ນເປັນ​ໂຕ​ແບບບົດບາດທີ່ໜ້າ​ຢ້ານ​ກົວທີ່​ສຸດສໍາ​ລັບ​ຄອບຄົວ​ອະ​ເມ​ຣິກັນ​ທົ່ວ​ໄປ.”

ນາຍ Leatherman ກ່າວ​ຕໍ່​ໄປ​ວ່າ ນັ້ນ​ກໍ​ຍ້ອນ​ວ່າ ​ລັດຖະບານ​ກາງ​ຫາ​ເງິນ​ມາ​ໃຊ້​ຈ່າຍ​ໂດຍ​ການ​ກູ້​ຢືມ ແລະ​ໃຊ້​ຈ່າຍ​ເງິນ​ໄປ​ທັງໆ​ທີ່​ຕົນ​ເອງ​ບໍ່​ມີ​ເງິນ…​ແບບ​ດຽວ​ກັບ​ທີ່​ລາວ​ເຄີຍເຮັດ​.

ຝົນທີ່​ຕົກລົງ​ມາ​ ເຮັດໃຫ້ນາຍ Leatherman ຕ້ອງ​ພັກ​ວຽກ​ຊົ່ວຄາວ ລາວກໍ​ເລີຍມີໂອກາດ
ມານັ່ງລົມ​ສູ່​ພວກເຮົາຟັງ​ວ່າ ລາວກອບກູ້​ສະຖານ​ນະການດ້ານ​ການເງິນຂອງ​ລາວຄືນມາໄດ້ ​ແນວໃດ.

“ສິ່ງທີ່ຂອ້ຍ​ເຮັດ​ໃນແຕ່ລະອາທິດໄປນັ້ນ ກໍຄືທຸກໆອາທິດ ຂ້ອຍຈະຈົດຄ່າໃຊ້ຈ່າຍທັງ​ໝົດສໍາລັບທຸລະກິດຂອງຂ້ອຍລົງໄປ ພ້ອມກັບລາຍໄດ້ທີ່ເຂົ້າມາ ແລະຂ້ອຍກໍລວມ
ຈໍານວນທັງໝົດລົງໄວ້ ​ເພື່ອຈະຮູ້ວ່າຂ້ອຍຢູ່ຈຸດໃດ ​ເພາະວ່າ​ ບໍລິສັດ​ທີ່ບໍ່ຮູ້ວ່າຕົນຢູ່ຈຸດ
ໃດ​ໃນ​ດ້ານ​ການ​ເງິນນັ້ນ ກໍຈະບໍ່ຮູ້ຫຍັງເລີຍ​ແຫລະ​ວ່າ ຈະ​ໄປ​ໃຫ້​ຮອດບ່ອນທີ່ຕົນ​ຢາ​ກ
ຈະ​ໄປ​ໃຫ້ເຖິງນັ້ນ ໄດ້ຢ່າງໃດ.”

ພວກນັກເສດຖະສາດເອີ້ນການ​ກະທໍາ​ເຊ່ນນັ້ນວ່າ ເປັນການຈັດງົບປະມານຂັ້ນພື້ນຖານ
​ແລະມັນກໍໄດ້ຊ່ວຍນາຍ Leatherman ​ໃຫ້​ພົ້ນ​ຈາກ​ສະພາບ​ລົ້ມ​ລະລາຍ​ທາງການ​ເງິນ​
​ຊຶ່ງ​ນອກຈາກ​ການຈັດ​ງົບປະມານ​ແລ້ວ ລາວ​ຍັງ​ໃຊ້​ຍຸ​ທະວິ​ທີ​ອື່ນໆ ​ເຊັ່ນການ​ເຮັດ​ວຽກ
ແລກປ່ຽນເອົາເຄຶ່ອງອຸບປະກອນ​ໃໝ່. ສໍາ​ລັບ​ເຄຶ່ອງມື​ເຫລົ່າ​ນີ້ ​ແມ່ນລາວ​ໄດ້​ມາ​ດ້ວຍ​ຢາດ
​ເຫື່ອ​ແຮງຂອງລາວ​ເອງ.

ເບິ່ງວີດີໂອ ພາສາອັງກິດ:

ໂດຍການ​ເຮັດ​ໄປເທື່ອລະ​ເລັກ​ລະ​ນ້ອຍ ນາຍ Leatherman ກໍ​ສາມາດ​ເອົາ​ຕົວ​ໃຫ້​ພົ້ນ​ຈາກ
​ໜີ້​ສິນ​ໄດ້. ​ແລະ​ໃນ​ຂະນະ​ນີ້​ ລາວ​ກໍ​ກໍາລັງ​ຊ່ວຍ​ເຫລືອ​ຄົນ​ຜູ້​ອື່ນ​ນໍາ​ເຊັ່ນ​ກັນ ​ໂດຍ​ການ​ວ່າ​ຈ້າງ
​ພວກ​ເຂົາ​ເຈົ້ານັ້ນ.

ນາຍ Leatherman ກ່າວ​ຕື່ມ​ວ່າ ມັນເປັນ​ການ​ລ້າງ​ບາບ​ ​ເປັນການ​ເລີ່​ມຕົ້ນ​ຊີວິດ​ໃໝ່ແລະ​
ພໍ​ຮອດ​ເວລາເລີກ​ງານ​ຂອງ​ມື້ນັ້ນ​ແລ້ວ ລາວ​ຮູ້ສຶກ​ສະ​ງົບ​ແລະໂລ່ງ​ໃຈ ເປັນ​ເທື່ອ​ທໍ​າອິດ​ໃນ
​ຮອບ​ຫລາຍ​ປີ. ລາວ​ກ່າວ​ວ່າ:

“ເວລາ​ຂ້ອຍ​ລົ້ມ​ຫົວ​ລົງ​ນອນ ​ແລະ​ຂ້ອຍ​ບໍ່​ມີ​ໜີ້​ສິນ​ອີກ​ແລ້ວ ມັນ​ໃຫ້​ພະລັງ​ຄວາມ​ເຂັ້ມ
​ແຂງ​ແກ່​ຂ້ອຍ​ໜ້ອຍ​ນຶ່ງສໍາລັບມື້​ຕໍ່​ໄປ. ຂ້ອຍ​ສາມາດຫລິງ​ເຫັນ​ຊ່ອງ​ທາງໄປ​ສູ່​ຄວາມ​
ຈະ​ເຣີນຮຸ່ງ​ເຮືອງ ​ແລະ​ອຸດົມສົມບູນ.”

ແລະນາຍ Leatherman ພ້ອມທີ່ຈະ​ບອກ​ທຸກ​ຄົນ​ທີ່​ຈະ​ຮັບ​ຟັງ ​ແລະ​ແມ່ນ​ແຕ່ຜູ້​ບໍ່​ຢາກ​ຟັງ
​ກໍ​ຕາມວ່າ ທ່ານກໍ​ຈະ​ສາມາດ​ໄປ​ເຖິງ​ຈຸດ​ນັ້ນ​ໄດ້​ເຊັ່ນ​ກັນ.

ປະທານາທິບໍດີໂອບາມາຮຽກຮ້ອງໃຫ້ ປານີປານອມກັນເລື້ອງໜີ້ສິນຂອງຊາດ:

XS
SM
MD
LG