ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ວິກິດການໜີ້ສິນ ​ທີ່​ປະເຊີນໜ້າບັນດາປະເທດກຳລັງພັດທະນາ ຢູ່ໃນລາຍການປະຊຸມການເງິນ​ກຸ່ມ G20


ລັດຖະມັນຕີການເງິນສະຫະລັດ ທ່ານນາງຈາແນັດ ແຢລເລັນ ເຂົ້າຮ່ວມກອງປະຊຸມບັນດາລັດຖະມົນຕີການເງິນ G20 ທະນາຄານກາງ (FMCBG) ທີ່ Mahatma Mandir ໃນ Gandhinagar ວັນທີ 17 ກໍລະກົດ 2023

​ບັນດາລັດຖະມົນຕີການເງິນແລະບັນດາຫົວໜ້າທະນາຄານກາງຂອງກຸ່ມ 20 ປະເທດ ໄດ້ພົບປະກັນຢູ່ເມືອງກັນດີນາກາ ທາງພາກຕາເວັນຕົກອິນເດຍ ໃນວັນຈັນວານນີ້ ເພື່ອສົນທະນາວ່າ ຈະໃຫ້ການສະໜັບສະໜູນຢ່າງໃດແກ່ເສດ ຖະກິດທີ່ອ່ອນເພຍຢູ່ທົ່ວໂລກ ແລະຊ່ວຍບັນດາປະເທດທີ່ພວມ​ປະ​ເຊີນ​ກັບວິກິດການໜີ້ສິນ.

ລັດຖະມົນຕີການເງິນອິນເດຍ ທ່ານເນີມາລາ ສິທາຣາມານ ກ່າວວ່າ ກຸ່ມດັ່ງ​ກ່າວ​ມີຄວາມຮັບຜິດຊອບ “ທີ່ຈະນຳພາເສດຖະກິດໂລກໄປສູ່ຄວາມເຂັ້ມແຂງ ຍືນ​ຍົງ ກໍ້າເກິ່ງ ແລະເຕີບໂຕ​ຮ່ວມ​ກັນ.”

ອິນເດຍ ຊຶ່ງເປັນຜູ້ກຳຕຳແໜ່ງປະທານຂອງກຸ່ມ G20 ​ໃນປີນີ້ ກຳລັງເປັນເຈົ້າພາບ​ຈັດກອງປະຊຸມ.

ນຶ່ງຂອງລາຍການປະຊຸມທີສຳຄັນສຸດຄື ຊອກຫາການເຫັນພ້ອມກ່ຽວກັບໂຄງຮ່າງໃໝ່ຂອງໜີ້ສິນ ສຳ​ລັບບັນດາປະເທດກຳລັງພັດທະນາ ທີ່ປະເຊີນໜ້າກັບເສດຖະກິດຝືດເຄືອງ ທີີ່ທ່ານສິທາຣາມານ ໄດ້ກ່າວ.

ກອງປະຊຸມມີ​ກຳ​ນົດທີ່ສົນທະນາແຜນໂຄງຮ່າ​ງ​ໜີ້​ສິນ​ໃໝ່ສຳລັບສຣີລັງກາ ແລະການາ ຊຶ່ງໄດ້ຜິດພາດຕໍ່​ການ​ຈ່າຍໜີ້ສິນເຂົາເຈົ້າ ໃນປີກາຍນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG