ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັດຖຸ ທີ່ພົບເຫັນ ຢູ່ອອສເຕຣເລຍ ບໍ່ພົວພັນ ກັບເຮືອບິນ ມາເລເຊຍ ທີ່ຫາຍໄປ (ວີດີໂອ)


ແມ່ຍິງຄົນນຶ່ງ ຍ່າງຜ່ານຮູບແຕ້ມໃສ່ກຳແພງ ຖ້ຽວບິນ MH370 ທີ່ນະຄອນກົວລາລຳເປີ (15 ເມສາ 2014)
ແມ່ຍິງຄົນນຶ່ງ ຍ່າງຜ່ານຮູບແຕ້ມໃສ່ກຳແພງ ຖ້ຽວບິນ MH370 ທີ່ນະຄອນກົວລາລຳເປີ (15 ເມສາ 2014)
ບັນດາ​ເຈົ້າ​ໜ້າ​ທີ່​ອອສ​ເຕຣ​ເລຍກ່າວ​ວ່າ ວັດຖຸ​ທີ່​ນ້ຳ​ພັດ​ເຂົ້າ​ມາ
ສູ່​ຝັ່ງ​ທະ​ເລ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນັ້ນ ບໍ່​ພົວພັນ​ກັບ​
ເຮືອບິນ​ອາຍ​ພົ່ນ​ຂອງ​ສາຍ​ການບິນ​ມາ​ເລ​ເຊຍ​ທີ່​ຫາຍ​ສາບ​ສູນ
​ໄປ​ນັ້ນ.

ວັດຖຸ​ດັ່ງກ່າວ ​ໄດ້​ຖືກ​ພົບ​ເຫັນຢູ່​ໃກ້ໆ​ກັບ​ເມືອງ​ແຄມ​ທະ​ເລ Au-
gusta ທາງ​ທິດຕາ​ເວັນ​ອອກສຽງ​ໃຕ້​ ຂອງບ່ອນ​ທີ່ ພວມມີການ​
ຊອກ​ຄົ້ນ​ຂອງ​ຫລາຍ​ປະ​ເທດ​ຮ່ວມ​ກັນຫາ​ເຮືອບິນ​ລຳ​ທີ່​ຫາຍ​ໄປ​
ນີ້.

ອົງການ​ທີ່​ປະສານ​ງານ​ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ລຳ​ດັ່ງກ່າວ ​ເວົ້າ​ວ່າ ການພິສູດ​ເບິ່ງ​ຢ່າງ​ລະອຽດຂອງ​ຮູບ​ພາບ​ຕ່າງໆ ສະ​ແດງ​ໃຫ້​ເຫັນ​ວ່າ ຊິ້ນ​ສ່ວນວັດຖຸ​ທີ່​ພົບ​ເຫັນນີ້ ບໍ່​ມີ​ສ່ວນ​ພົວພັນ​ໃດໆ​ ກັບ​ເຮືອບິນທີ່ຫາຍສາບສູນໄປ.
MALAYSIA PLANE VOSOT
please wait
Embed

No media source currently available

0:00 0:01:44 0:00

ໃນ​ຂະນະ​ດຽວ​ກັນ ​ອົງກາ​ນດັ່ງກ່າວ​ເວົ້າ​ວ່າ ຝົນຕົກ​ໜັກ ລົມ​ພັດ​ແຮງ ແລະ​ຄື້ນຟອງ​ທະ​ເລໃຫຍ່ ຍຶ່ງຂຶ້ນອີກ ​ເປັນ​ອຸບປະສັກ​ຕໍ່​ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ລຳ​ດັ່ງກ່າວ​ໃນ​ວັນ​ພະຫັດ​ມື້​ນີ້.

ລົມ​ບ້າໝູ ​ຫຼື cyclone Jack ຊຶ່ງ​ກຳລັງ​ເຄື່ອນ​ໄຫ​ວໄປ​ທາງ​ທິດ​ໃຕ້​ຜ່ານ​ຂົງ​ເຂດ​ຊອກ​ຄົ້ນຫາ ​ໄດ້​ບັງຄັບ​ໃຫ້ການ​ຊອກ​ຄົ້ນ​ທາງ​ອາກາດ​ງົດ​ໄປຊົ່ວ​ຄາວ 2 ເທື່ອ​ໃນ​ສັບປະດາ​ນີ້.

ຢູ່​ໃຕ້​ນ້ຳ​ນັ້ນ ​ຍານດຳ​ນ້ຳອັດຕະໂນມັດໃກ້​ຈະ​ເສັດ​ສິ້ນ​ການ​ປະຕິບັດ​ງານ​ໃນ​ຂັ້ນ​ທຳ​ອິດ​ຂອງ​ຕົນ​ແລ້ວ ຊຶ່ງ​ມາຮອດ​ປັຈຸ​ບັນ​ນີ້ ຍັງບໍ່​ໄດ້​ຮັບ​ຄວາມ​ສຳ​ເລັດ​ໃນ​ການ​ຊອກ​ຫາ​ໃນ​ທ້ອງ​ມະຫາ​ສະ ມຸດ​ອິນ​ເດຍນັ້ນ.

ອົງການ​ປະສານ​ງານ​ໃນ​ການ​ຊອກ​ຄົ້ນ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຍານດຳ​ນ້ຳ​ Bluefin-21 ​ໄດ້​ຊອກ​ຫາໃນ​ຂົງ​ເຂດ​ພື້ນ​ທະ​ເລ​ ໃນ​ເນື້ອ​ທີ່ 90 ເປີ​ເຊັນ​ແລ້ວ ​ແຕ່​ບໍ່​ໄດ້​ພົບເຫັນ​ສິ່ງໃດໆ​ທີ່​ໜ້າ​ສົນ​ໃຈເທື່ອ.
XS
SM
MD
LG