ເຈົ້າໜ້າທີ່ກະຊວງຂົນສົ່ງຂອງມາເລເຊຍ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ຊິ້ນສ່ວນຂອງເຮືອ ບິນ 2 ອັນທີ່ພົບເຫັນຢູ່ໃນອາຟຣິກາໃຕ້ແລະໃກ້ໆກັບເກາະ Rodrigues ຂອງ Mauritius ເກືອບວ່າແນ່ນອນແລ້ວວ່າ” ແມ່ນມາຈາກຖ້ຽວບິນ 370 ຂອງສາຍການບິນມາເລເຊຍ ທີ່ໄດ້ຫາຍສາບສູນໄປ 2 ປີ ກ່ອນໜ້ານີ້.
ນັບຕັ້ງແຕ່ໄດ້ມີການຫາຍໄປຢ່າງລຶກລັບ ໃນເດືອນມີນາ 2014 ແລ້ວ ຊິ້ນສ່ວນຂອງເຮືອ ບິນ 5 ອັນ ໄດ້ຖືກພົບເຫັນ ໃນເຂດແຄມຝັ່ງທະເລກ້ຳຕາເວັນອອກຂອງທະວີບອາຟຣິກາ. ໃນຄວາມພະຍາຍາມຊອກຄົ້ນຫາຢ່າງແຂງຂັນໃຕ້ທະເລ ຈົນເທົ່າເຖິງປະຈຸບັນນີ້ ຍັງບໍ່ເຫັນຮ່ອງຮອຍໃດໆເລີຍ ກ່ຽວກັບຊະຕາກຳຂອງພວກຜູ້ໂດຍສານແລະຈຸບິນ 239 ຄົນ ທີ່ເດີນ ທາງໄປນຳ ເວລາເຮືອບິນລຳດັ່ງກ່າວຫາຍສາບສູນໄປ.
ອີງຕາມລັດຖະມົນຕີກະຊວງຂົນສົ່ງຂອງມາເລເຊຍທ່ານ Liow Riong Low ການພົບເຫັນຫວ່າງມໍ່ໆມານີ້ຂອງແຜ່ນໂລຫະທີ່ປົກຈັກເຮືອບິນທີ່ມີກາຂອງບໍລິສັດ Rolls-Royce ຕິດຢູ່ ແລະອີກຊິ້ນນຶ່ງ ທີ່ເປັນບ່ອນນັ່ງຂອງຜູ້ໂດຍສານໃນເຮືອບິນ. ທ່ານຍັງໄດ້ກ່າວວ່າ ຄະນະນັກຊ່ຽວຊານທີ່ມີສຳນັກງານຢູ່ທີ່ອອສເຕຣເລຍ ໄດ້ກວດສອບເບິ່ງຊິ້ນສ່ວນດັ່ງກ່າວນີ້ແລ້ວ ແລະເຊື່ອວ່າ ມັນເປັນສ່ວນນຶ່ງຂອງເຮືອບິນທີ່ຫາຍສາບສູນໄປນັ້ນ.
ໃນປີກາຍນີ້ ສ່ວນນຶ່ງຂອງປີກເຮືອບິນ ແມ່ນໄດ້ຖືກພົບເຫັນ ນ້ຳພັດຂຶ້ນທີ່ຫາດຊາຍຂອງເກາະ Reunion ໃກ້ໆກັບເກາະ Madagascar. ເມື່ອເດືອນມີນາຜ່ານມານີ້ ຄະນະສືບ ສວນສອບສວນ ກໍໄດ້ຄົ້ນພົບຊິ້ນສ່ວນຂອງເຮືອບິນເພີ້ມອີກ 2 ອັນ ທີ່ແຄມຝັ່ງທະເລ ຂອງ ປະເທດ Mozambigue.