ການໂຕ້ວາທີ ຂອງຜູ້ສະໝັກເປັນປະທານາທິບໍດີສະຫະລັດ ທ່ານ Donald Trump ແລະທ່ານນາງ Hillary Clinton ໄດ້ນຳສະເໜີ ແຜນກົງກັນຂ້າມກັນທາງດ້ານເສດຖະກິດແລະບົດບາດອາເມຣິກາຢູ່ໃນຕ່າງປະເທດ ຕໍ່ບັນດາຜູ້ມີສິດປ່ອນບັດ ໃນຕອນຄໍ່າວັນຈັນວານນີ້ ໃນຂະນະທີ່ພວກທ່ານປະເຊີນໜ້າກັນເທື່ອທຳອິດ ຂອງຈຳນວນທັງໝົດສາມເທື່ອ ໃນ ການໂຕ້ວາທີ ກ່ອນກຳນົດການປ່ອນບັດ ໃນວັນທີ 8 ເດືອນພະຈິກຈະມາເຖິງນີ້.
ທ່ານ Trump ໄດ້ກ່າວຢ້ຳຊໍ້າແລ້ວຊໍ້າອີກວ່າ ທ່ານນາງ Clinton ຂາດເຫື່ອແຮງຄວາມເຂັ້ມແຂງ ທີ່ຈະເປັນປະທານາທິບໍດີໄດ້ ແລະກ່າວວ່າ ນະໂຍບາຍຂອງທ່ານນາງ ໄດ້ນຳໄປສູ່ບັນຫາຫລາຍຢ່າງ ທີ່ປະເຊີນໜ້າກັບປະເທດຊາດ ໃນທຸກມື້ນີ້ ຮວມທັງການຂົ່ມຂູ່ ໂດຍກຸ່ມລັດອິສລາມ.
ທ່ານນາງ Clinton ໄດ້ວາດພາບແຜນເສດຖະກິດຂອງທ່ານ Trump ວ່າເຫັນຊອບກັບພວກຮັ່ງມີຫລາຍກວ່າຊົນຊັ້ນກາງ ແລະໄດ້ສະເໜີແນະວ່າ ທ່ານບໍ່ຕ້ອງການທີ່ຈະເປີດເຜີຍ ການເສຍພາສີຂອງທ່ານ ເພາະວ່າທ່ານອາດບໍ່ໄດ້ຮັ່ງ ມີຄືດັ່ງທ່ານໄດ້ກ່າວໄວ້ ຫລື ຊຸກເຊື່ອງສິ່ງໃດສິ່ງນຶ່ງທີ່ອາດຈະຂັດແຍ້ງກັບເລື້ອງຫລັກການຜົນປະໂຫຍດ ຖ້າຫາກ
ທ່ານຫາກໄດ້ຮັບເລືອກ.
ທ່ານນາງ Clinton ໄດ້ກ່າວອ້າງເຖິງປະສົບການຂອງທ່ານນາງ ທີ່ໄດ້ເດີນທາງໄປຫຼາຍ ກວ່າ 100 ປະເທດ ແລະເຈລະຈາຂໍ້ຕົກລົງສັນຕິພາບ ແລະຂໍ້ຕົກລົງຢຸດຍິງ ໃນຂະນະທີ່ເປັນລັດຖະມົນຕີຕ່າງປະເທດ ລະຫວ່າງສະໄໝທຳອິດຂອງປະທານາທິບໍດີ Barack Obama.
ທ່ານ Trump ໄດ້ຕອບໂຕ້ວ່າ ໃນຂະນະທີ່ທ່ານນາງມີປະສົບການກໍຈິງ ແຕ່ມັນແມ່ນ “ປະສົບການທີ່ບໍ່ດີ.” ທ່ານໄດ້ຕິຕຽນຢ່າງແຮງຕໍ່ຂໍ້ຕົກລົງນິວເຄລຍ ທີ່ສະ ຫະລັດ ແລະຫ້າປະເທດມະຫາອຳນາດ ໄດ້ເຊັນກັບອີຣ່ານເພື່ອຈຳກັດໂຄງການນິວເຄລຍ ຂອງປະເທດ ດັ່ງກ່າວ ໃນຂະນະທີທ່ານນາງ Clinton ໄດ້ໃຫ້ຂໍ້ສັງເກດວ່າ ເປັນໂຕຢ່າງຂອງປະສິດທິຜົນດ້ານການທູດ ທີ່ຕັດເສັ້ນທາງຂອງອີຣ່ານໄປສູ່ການສ້າງອາວຸດນິວເຄລຍ.
ຜູ້ສະໝັກທັງສອງທ່ານໄດ້ເຫັນດີວ່າ ອາວຸດນິວເຄລຍເປັນໄພຂົ່ມຂູ່ໃຫຍ່ທີ່ສຸດທີ່ສຸດທີ່ໂລກກຳລັງປະເຊີນໜ້າຢູ່ ແລະແມ່ນໃຜກໍຕາມ ທີ່ປາກົດມີຊື່ຢູ່ໃນບັນຊີກໍ່ການຮ້າຍບໍ່ສົມ ຄວນທີ່ຈະໄດ້ອະນຸຍາດໃຫ້ຊື້ປືນໄດ້.
ທ່ານນາງ Clinton ຮ້ອງໃຫ້ມີການປະຕິຮູບລະບົບຍຸຕິທຳ “ເພື່ອຟື້ນຟູຄວາມໄວ້ ເນື້ອເຊື່ອໃຈ” ລະຫວ່າງປະຊາຄົມແລະຕຳຫລວດ” ແລະເພື່ອໃຫ້ເປັນທີ່ແນ່ນອນວ່າ ບັນດາເຈົ້າໜ້າທີ່ໃຊ້ກຳລັງກໍຕໍ່ເມື່ອໃນເວລາທີ່ຈຳເປັນເທົ່ານັ້ນ.
ທ່ານ Trump ໄດ້ເນັ້ນໜັກເຖິງຄວາມຕ້ອງການ “ທີ່ຈະນຳເອົາກົດໝາຍ ແລະຄວາມເປັນລະບຽບຮຽບຮ້ອຍ” ແລະສົ່ງເສີມແຜນຂອງທ່ານ ທີ່ຈະນຳເອົາຄືນມາ ໃຊ້ໃໝ່ ຂອງນະໂຍບາຍແບບ “ຢຸດແລະຄົ້ນຫາອາວຸດ” ນັ້ນ.