ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະມາຊິກສະພາ ສະຫະລັດ ສືບຕໍ່ໂຕ້ຖຽງກັນ ເລື່ອງງົບປະມານ ໃນຂະນະທີ່ ລັດຖະບານບາງສ່ວນ ຍັງຖືກອັດຢູ່


ຮູບປັ້ນແຫ່ງຄວາມໂສກເສົ້າ ແລະ ປະຫວັດສາດ ຕັ້ງຢູ່ໃກ້
ກັບລັດຖະສະພາ ແຄັບປີຕອລ ຮິລ. 20 ມັງກອນ, 2018.
ຮູບປັ້ນແຫ່ງຄວາມໂສກເສົ້າ ແລະ ປະຫວັດສາດ ຕັ້ງຢູ່ໃກ້ ກັບລັດຖະສະພາ ແຄັບປີຕອລ ຮິລ. 20 ມັງກອນ, 2018.

ໃນການກ່າວຫາກັນໄປມາ ສຳລັບການຢຸດຊະງັກທາງການເມືອງນັ້ນ, ບັນດາສະມາ
ຊິກສະພາສັງກັດພັກ ຣີພັບບລີກັນ ແລະ ເດໂມແຄຣັດ ໄດ້ສິ້ນສຸດວັນທຳອິດຂອງການ
ອັດລັດຖະບານບາງສ່ວນລົງ ພ້ອມດ້ວຍສັນຍານທີ່ວ່າຈະມີການຕົກລົງກັນໄດ້ສອງ
ສາມຢ່າງ ກ່ຽວກັບ ກົດໝາຍຄ່າໃຊ້ຈ່າຍ ທີ່ລວມມີການຕໍ່ສູ້ເລື່ອງຄົນເຂົ້າເມືອງນຳ.

ຜູ້ນຳສຽງສ່ວນຫຼາຍສະພາສູງທ່ານ ມິຈ໌ ແມັກຄອນແນລ "Mitch McConnell" ໄດ້
ກ່າວໃນຕອນຄໍ່າຂອງວັນເສົາວານນີ້ວ່າ ທ່ານໄດ້ກຳນົດການລົງຄະແນນສຽງຕອນ 1
ໂມງເຊົ້າຂອງວັນຈັນມື້ອື່ນ ກ່ຽວກັບ ກົດໝາຍຄ່າໃຊ້ຈ່າຍສະບັບໃໝ່ ທີ່ຈະເຮັດໃຫ້ລັດ
ຖະບານເປີດຄືນໄດ້ ໄປຈົນຮອດວັນທີ 8 ເດືອນກຸມພາ. ການລົງຄະແນນສຽງນີ້ ຈະກົດ
ດັນສະພາສູງພັກເດໂມແຄຣັດ ເພື່ອໃຫ້ບັນລຸຂໍ້ຕົກລົງ ຫຼື ສ່ຽງຕໍ່ການລົງມະຕິຄັດຄ້ານ
ກົດໝາຍຄ່າໃຊ້ຈ່າຍລັດຖະບານເປັນຄັ້ງທີສອງ.

ອຳນາດໃນການໃຊ້ຈ່າຍ ໄດ້ໝົດອາຍຸລົງ ໃນວັນສຸກທີ່ຜ່ານມາ ໃນຕອນທ່ຽງຄືນ ຕາມ
ເວລາໃນນະຄອນຫຼວງວໍຊິງຕັນ, ແລະ ໄດ້ກໍ່ໃຫ້ເກີດການຢຸດເຊົາວຽກງານທີ່ບໍ່ຈຳເປັນ.

ບັນດາສະມາຊິກສະພາ ແມ່ນບໍ່ເຫັນພ້ອມກັນ ກ່ຽວກັບ ຂອບເຂດການໃຊ້ຈ່າຍດ້ານ
ການປ້ອງກັນປະເທດ ແລະ ບັນຫາຄົນເຂົ້າເມືອງ, ລວມທັງການແກ້ໄຂນິຕິບັນຍັດ ສຳ
ລັບພວກຊາວໜຸ່ມທີ່ບໍ່ມີໜັງສືຖືກຕ້ອງຕາມກົດໝາຍ 800,000 ຄົນ ທີ່ຖືກນຳມາ
ສະຫະລັດ ຕັ້ງແຕ່ຕອນພວກເຂົາເຈົ້າຍັງນ້ອຍຢູ່.

ບັນດາສະມາຊິກສະພາສູງ ໄດ້ສືບຕໍ່ໂຕ້ຖຽງກັນ ໃນຕອນບ່າຍ ຂອງວັນເສົາວານນີ້
ກ່ຽວກັບ ກົດໝາຍການໃຊ້ຈ່າຍຊົ່ວຄາວ ທີ່ຈະໃຫ້ທຶນແກ່ລັດຖະບານໄປຈົນຮອດວັນ
ທີ 8 ກຸມພາ. ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານນາງ ແທມມີ ໂບລວິນ
"Tammy Baldwin" ແນວໃດກໍຕາມ, ໄດ້ປະຕິເສດ ທີ່ຈະສືບຕໍ່ອອກກົດໝາຍການ
ໃຊ້ຈ່າຍຊົ່ວຄາວ, ໂດຍກ່າວວ່າ “ມັນເປັນການຫຼີກລ່ຽງການແກ້ໄຂບັນຫາ ແລະ ການ
ລົ້ມແຫຼວທີ່ຈະເຮັດວຽກໃຫ້ຈຳເລັດເພື່ອປະຊາຊົນ ອາເມຣິກັນ.”

ສະມາຊິກສະພາສູງພັກຣີພັບບລີກັນ ທ່ານ ລິນຊີ ແກຣມ "Lindsey Graham" ໄດ້
ຂຽນຂໍ້ຄວາມໃນ Twitter ໃນຕອນບ່າຍຂອງວັນເສົາວານນີ້ວ່າ “ຂ້າພະເຈົ້າຮູ້ວ່າ ມັນ
ເບິ່ງຄືບໍ່ເປັນລະບຽບ ແຕ່ມັນມີບັນດາສະພາຊິກສະພາສູງ ຜູ້ມີຄວາມປະສົງດີຫຼາຍຄົນ
ທີ່ຢາກຈະແກ້ໄຂບັນຫານັ້ນ.” ທ່ານ Graham ໄດ້ກ່່າວຂອບໃຈບັນດາສະມາຊິກສະ
ພາສູງ ພັກເດໂມແຄຣັດ ກ່ຽວກັບ “ຄວາມໝາຍໝັ້ນໃນການເຮັດວຽກໜັກ ແລະ ຊອກ
ຫາຂໍ້ແກ້ໄຂບັນຫາໃນຄືນວານນີ້.”

ບັນດາສະມາຊິກສະມາສູງໄດ້ໃຊ້ວັນທຳອິດຂອງການອັດລັດຖະບານ ດ້ວຍການເດີນ
ທາງໄປມາສູ່ຫ້ອງການຂອງກັນແລະກັນ ດ້ວຍຄວາມຫວັງວ່າຈະທຳການຕົກລົງກັນ
ໃຫ້ໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG