ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ຜູ້​ສ​ະ​ໝັກ​​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ ໂຕ້​ແຍ້ງ​ກັນ ໃນເລື້ອງນະ​ໂຍ​ບາຍ​ການ ​ຕ່າງ​ປະ​ເທດ ຢູ່ໃນ​ການ​ໂຕ້​ເວ​ທີ ວານນີ້


(ຊ້າຍ​ຫາ​ຂວາ), ເສດ​ຖີ​ເງິນ​ຕື້ ທອມ ສ​ເຕ​ເຢີ, ສະ​ມາ​ຊິກ​ສະ​ພາ​ສູງເອ​ລີ​ຊາ​ເບັດ ວໍ​ເຣັນ, ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ, ສະ​ມາ​ຊິກ​ສະ​ພາ​ສູງ​ ເບີ​ນີ ແຊນ​ເດີສ໌, ທ. ພີດ ບູ​ດິ​ເຈັດ , ອະ​ດີດ​ເຈົ້າ​ເມືອງ​ຊາວ​ເບນ ແລະ ສະ​ມາ​ຊິກ​ສະ​ພາ​ສູງ ​ເອມ​ມີ ໂຄ​ລ​ບູ​ຈາ ຢືນ​ຢູ່​ເທິງ​ເວ​ທີ
(ຊ້າຍ​ຫາ​ຂວາ), ເສດ​ຖີ​ເງິນ​ຕື້ ທອມ ສ​ເຕ​ເຢີ, ສະ​ມາ​ຊິກ​ສະ​ພາ​ສູງເອ​ລີ​ຊາ​ເບັດ ວໍ​ເຣັນ, ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ, ສະ​ມາ​ຊິກ​ສະ​ພາ​ສູງ​ ເບີ​ນີ ແຊນ​ເດີສ໌, ທ. ພີດ ບູ​ດິ​ເຈັດ , ອະ​ດີດ​ເຈົ້າ​ເມືອງ​ຊາວ​ເບນ ແລະ ສະ​ມາ​ຊິກ​ສະ​ພາ​ສູງ ​ເອມ​ມີ ໂຄ​ລ​ບູ​ຈາ ຢືນ​ຢູ່​ເທິງ​ເວ​ທີ

ບັນ​ດາ​ຜູ້​ສ​ະ​ໝັກ​ແຂ່ງ​ຂັນ​ໃນ​ການເລືອກ​ຕັ້ງ​ເປັນປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ໂຕ້​ຖຽງກັນ​ກ່ຽວ​ກັບ​ຫລາຍ​ບັນ​ຫາ​ຢູ່ໃນ​ການ​ໂຕ້​ວາ​ທີຄັ້ງ​ຫຼ້າສຸດຂອງ​ພວກ​ເພິ່ນ​ໃນ ​ວັນ​ອັງ​ຄານ​ວານນີ້, ຊຶ່ງ​ໄດ້ຈັດ​ຂຶ້ນ 3 ອາ​ທິດ​ກ່ອນທີ່ພວກ ​ປ່ອນ​ບັດຢູ່​ໃນ​ລັດ​ໄອ​ໂອ​ວາ ຈະ​ໄປ​ຫາ​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ ເພື່ອ​ເລີ້ມ ເປີດ​ລະ​ດູ​ການແຫ່ງ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ສຳ​ລັບ​ປີ 2020. ນັກ​ຂ່າວ​ແຫ່ງ​ຊາດ​ຂອງວີ​ໂອ​ເອ, Jim Malone ມີ​ລາຍ​ລະ​ອຽດ ​ກ່ຽວ​ກັບ​ການ​ໂຕ້​ວາ​ທີທີ່​ວ່ານີ້ ທີ່ ໄດ້​ຈັດ​ຂຶ້ນ​ຢູ່​ໃນ​ເມືອງດີ​ມອຍ, ​ລັດ​ໄອ​ໂອ​ວາ ແລະ​ໄດ້​ຮັບ​ການ​ອຸ​ປະ​ຖຳ​ໂດຍ​ຂອ​ງ​ອົງ​ການ​ຂ່າວ CNN ແລະ​ໜັງ​ສື​ພິມ Des Moines Register ຊຶ່ງ​ບົວ​ສະ​ຫວັນ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ບັນ​ດາ​ຜູ້​ສ​ະ​ໝັກ​ແຂ່ງ​ຂັນເລືອກ​ຕັ້ງ​ເປັນປະ​ທາ​ນາ​ທິ​ບໍ​ດີຈາກ​ພັກ​ເດ​ໂມ​ແຄ​ຣັດ 6 ທ່ານ ໄດ້​ໂຕ້​ຖຽງກັນ​ກ່ຽວ​ກັບບັນ​ຫາການ​ຄ້າ, ການ​ຮັກ​ສາ​ສຸ​ຂະ​ພາບ ແລະ​ນະ​ໂຍ​ບາຍ​ການຕ່າງ​ປະ​ເທດ.

ແລະ​ມີ​ການ​ຕຳ​ໜິ ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ ແລະ​ຄວາມ​ເຄັ່ງ​ຕຶງ​ ກັບ​ອີ​ຣ່ານ ທີ່​ເກີດຂຶ້ນຫວ່າງ ມໍ່ໆ​ມານີ້ ​ຢ່າງ​ຫລວງຫລາຍ.

ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ (Joe Biden) ກ່າວ​ວ່າ:
"ພວກ​ເຮົາ​ເສຍ​ຈຸດ​ຢືນ​ຂອງ​ພວກ​ເຮົາ​ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ. ພວກ​ເຮົາ​ໄດ້​ສູນ​ເສຍ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ. ​ປະ​ທາ​ນາ​ທິ​ບໍ​ດີຄົນ​ຕໍ່​ໄປຈະ ​ຕ້ອງ​ສາ​ມາດ​ດຶງ​ເອົາບັນ​ດາ​ຄົນເຫລົ່າ​ນີ້ ​ເຂົ້າ​ມາ​ຫາ​ກັນຄືນ​ອີກ."

ທ່ານ ໄບ​ເດັນຖືກ​ຕຳ​ໜິ​ຢ່າງແຮງ ​ຈາກສະ​ມາ​ຊິກ​ສະ​ພາ​ສູງ​ ເບີ​ນີ ແຊນ​ເດີສ໌ (Bernie Sanders) ໃນ​ເລື້ອງ​ທີ່ທ່ານໄບ​ເດັນ ໃຫ້​ການສະ​ໜັບ​ສະ​ໜຸນ​ສົງ​ຄາມ​ອີ​ຣັກ.

ແລະ​ທ່ານ ແຊນ​ເດີສ໌ ເວົ້າ​ວ່າ ທ່ານ​ມີ​ຄວາມ​ກັງ​ວົນ​ວ່າ ​ການ​ປະທະກັນກັບ​ອີ​ຣ່ານ ອາດ​ຈະ​ຮ້າຍ​ແຮງ​ຂຶ້ນ​ກວ່າ​ນີ້​ຫລາຍ.

ທ່ານເບີ​ນີ ແຊນ​ເດີສ໌​, ຜູ້ສ​ະ​ໝັກ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີຈາກ​ພັກ​ເດ​ໂມ​ແຄ​ຣັດ ​ກ່າວດັ່ງ​ນີ້:
"ແລະ​ດຽວນີ້ ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຢ້ານ​ຫລາຍ​ອີ່​ຫລີ​ກໍ​ຄື ພວກ​ເຮົາ​ມີປະ​ທາ​ນາ​ທິ​ບໍ​ດີ ທີ່​ຂີ້​ຕົວະ​ອີກ ແລະ​ອາດ​ຈະ​ແກ່​ດຶງ​ເອົາ​ພວກ​ເຮົາ​ເຂົ້າ​ໄປ​ຫາ​ສົງ​ຄາມ ທີ່​ເຖິງ​ຂັ້ນ ຮ້າຍ​ແຮງກວ່າ​ສົງ​ຄາມ​ໃນ​ອີ​ຣັກ​ອີກ ກໍ​ເປັນ​ໄດ້.”

ມີ​ຄວາມ​ເປັນ​ຫ່ວງ​ຄ້າຍ​ຄື​ກັນ​ນີ້ ຈາກ ທ່ານ ພີດ ບູ​ດິ​ເຈດ (Pete Buttigieg), ອະ​ດີດ​ເຈົ້າ​ເມືອງ​ຊາວ​ເບນ (South Bend), ລັດ​ອິນ​ເດຍ​ນາ ແລະ​ນັກ​ລົບ​ເກົ່າ.
ທ່ານພີດ ບູ​ດິ​ເຈດ, ຜູ້ສ​ະ​ໝັກ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ ເວົ້າ​ວ່າ:
"ພວກ​ເຮົາ​ສາ​ມາດ​ສືບ​ຕໍ່​ທີ່​ຈະ​ພົວ​ພັນ​ກັບ​ປະ​ເທດນັ້ນ ໂດຍປາດ​ສະ​ຈາກການ​ມີ​ຄວາມມຸ້ງໝັ້ນໃນ​ການ​ເອົາ​ທະ​ຫານ​ໄປ​ປະ​ຈຳ​ຢູ່​ພາກ​ພື້ນ​ດິນ​ ແບບບໍ່​ມີ​ວັນ​ສິ້ນ​ສຸດ ໄດ້. ແຕ່​ວ່າ ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ເວ​ລານີ້ກໍ​ຄື ​ທ່ານປະ​ທາ​ນາ​ທິ​ບໍ​ດີ ທີ່​ຈິງ​ແລ້ວ​ແມ່ນ​ສົ່ງ​ທະ​ຫານ​ໄປ​ເພີ້ມ."

ຜູ້ສ​ະ​ໝັກ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີທ່ານບາງ​ທ່ານ ຢາກ​ຈະ​ຫລຸດ​ການ​ເອົາ​ທະ​ຫານສະ​ຫະ​ລັດໄປ​ປະ​ຈຳ​ຢູ່​ໃນ​ຂົງ​ເຂດ​ຕາ​ເວັນ​ອອກ​ກາງ ແລະ ສະ​ມາ​ຊິກ​ສະ​ພາ​ສູງເອ​ລີ​ຊາ​ເບັດ ວໍ​ເຣັນ (Elizabeth Warren) ເວົ້າ​ວ່າ ​ມັນ​ເຖິງ​ເວ​ລາ​ແລ້ວ ທີ່​ຈະ​ຖອນ​ທະ​ຫານສະ​ຫະ​ລັດ​ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ.

ທ່ານ​ນາງ ເອ​ລີ​ຊາ​ເບັດ ວໍ​ເຣັນ, ຜູ້ສ​ະ​ໝັກ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ​ກ່າວດັ່ງ​ນີ້:
"ບໍ່​ມີ​ໃຜ​ມີ​ວິ​ທີ​ແກ້​ບັນ​ຫາ ແລະ​ມີ​ຈຸດ​ສິ້ນ​ສຸດ​ລົງ​ໄດ້. ພວກ​ເຮົາ​ຕ້ອງ​ເອົາ​ທະ​ຫານ​ ສູ້​ລົບ​ຂອງ​ພວກ​ເຮົາ​ອອກ​ຈາກ​ທີ່ນັ້ນ. ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຊ່ວຍ​ເຮັດ​ໃຫ້​ມີ​ຄວາມ​ປອດ​ໄພ​ເພີ້ມ​ຂຶ້ນສຳ​ລັບ​ສະ​ຫະ​ລັດ ຫລື​ສຳ​ລັບ​ຂົງ​ເຂດ​ນັ້ນ​ເລີຍ."

ສຳ​ລັບເສດ​ຖີ​ເງິນ​ຕື້ ທອມ ສ​ເຕ​ເຢີ (Tom Steyer) ທີ່​ຫາ​ກໍ​ເຂົ້າ​ຮ່ວມວົງ​ການນີ້ ເວົ້າ​ວ່າ ມັນ​ເຖິງ​ເວ​ລາ​ແລ້ວ ທີ່​ຈະມີ​ວິ​ທີ​ການ​ໃໝ່ໆ​ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ.

ທ່ານທອມ ສ​ເຕ​ເຢີ, ຜູ້ສ​ະ​ໝັກ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີຈາກ​ພັກ​ເດ​ໂມ​ແຄ​ຣັດ ໃຫ້​ຄຳ​ເຫັນ​ວ່າ:
"ມັນ​ບໍ່​ແມ່ນ​ກ່ຽວ​ກັບ​ປະ​ສົບ​ການ​ພໍປານ​ໃດດອກ, ມັນ​ແມ່ນ​ກ່ຽວ​ກັບ​ການປະ​ເມີນ​ສະ​ພາບ​ການ. ຖ້າ​ຫາກ​ທ່ານ​ກຳລັງ​ຟັງ​ເລື້ອງນີ້​ຢູ່ ສິ່ງ​ທີ່​ພວກ​ເຮົາ​ໄດ້​ຍິນ​ກໍ​ຄື ການ​ເຮັດ​ຜິດ​ພາດໂດຍ​ລັດ​ຖະ​ບານ​ອາ​ເມ​ຣິ​ກັນ​ມາ​ໄດ້ 20 ປີ ແລ້ວ​ ຢູ່​ໃນ​ຂົງ​ເຂດ​ຕາ​ເວັນ​ອອກ​ກາງ."

ບັນ​ດາຜູ້ສ​ະ​ໝັກ​ເລືອກ​ຕັ້ງຈາກ​ພັກ​ເດ​ໂມ​ແຄ​ຣັດເຫລົ່າ​ນີ້ ຍັງແຂ່ງ​ຂັນກັນ​ສະ​ແດງ​ໃຫ້ຄົນ​ເຫັນ​ວ່າ ແຕ່​ລະ​ຄົນ​ແມ່ນ​ມີ​ການ​ກຽມ​ພ້ອມ​ດີ​ທີ່​ສຸດ​ທີ່​ຈະ​ເອົາ​ຊະ​ນະປະ​ທາ​ນາ​ທິ​ບໍ​ດີທ​ຣຳ​ໄດ້​ຢູ່​ໃນ​ການ​ເລືອກ​ຕັ້ງໄດ້.

ທ່ານ​ນາງວໍ​ເຣນ ພະ​ຍາ​ຍາມຫາ​ທາງ​ທີ່​ຈະ​ເຮັດ​ໃຫ້​ຄຳ​ເວົ້າ​ທີ່​ວ່າ ຜູ້ສ​ະ​ໝັກ​ເລືອກ​ຕັ້ງ​ທີ່​ເປັນແມ່​ຍິງ ຈະ​ຢູ່​ໃນ​ທ່າ​ເສຍ​ປຽບ​ນັ້ນ​ ໃຫ້​ໝົດ​ໄປ.

​ທ່ານ​ນາງ ເອ​ລີ​ຊາ​ເບັດ ວໍ​ເຣັນໃຫ້​ເຫດ​ຜົນ​ວ່າ:
"ຜູ້ສ​ະ​ໝັກ​ເລືອກ​ຕັ້ງ​ທີ່​ເປັນແມ່​ຍິງ​ ສາ​ມາດ​ທີ່​ຈະ​ເອົາ​ຊະ​ນະປະ​ທາ​ນາ​ທິ​ບໍ​ດີທ​ຣຳ​ໄດ້ບໍ່? ເບິ່ງ​ບັນ​ດາ​ພວກ​ຜູ້​ຊາຍ​ຢູ່​ໃນ​ເວ​ທີນີ້​ແມ້. ເມື່ອ​ລວມ​ເຂົ້າ​ກັນ​ແລ້ວ​ ພວກ​ເພິ່ນ​ໄດ້ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ 10 ຄັ້ງ. ຄົນ​ທີ່​ຢູ່​ເທິງ​ເວ​ທີນີ້ທີ່​ຊະ​ນະ​ທຸກ​ການ​ເລືອ​ຕັ້ງທີ່​ພວກ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ກໍ​ມີ​ແຕ່​ແມ່​ຍິງ ຊຶ່ງ​ກໍ​ຄື ເອມ​ມີ ໂຄ​ລ​ບູ​ຈາ (Amy Klobuchar) ແລະ​ຂ້າ​ພະ​ເຈົ້າເອງ."

ນີ້ເປັນການ​ໂຕ້​ວາ​ທີ​ຄັ້ງ​ສຸດ​ທ້າຍ ກ່ອນທີ່ບັນ​ດາ​ຜູ້​ປ່ອນ​ບັດຢູ່​ໃນ​ລັດ​ໄອ​ໂອ​ວາ ຈະ​ໄປ​ຫາ​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງໃນ​ວັນ​ທີ 3 ກຸມ​ພາ​ທີ່​ຈະ​ມາ​ເຖິງນີ້ ເພື່ອ​ເລີ້ມ ເປີດຂັ້ນ​ຕອນການ​ເລືອກ​ເອົາ​ຜູ້​ຕາງ​ໜ້າ​ພັກເດ​ໂມ​ແຄ​ຣັດ ​ທີ່ຈະ​ໄປ​ແຂ່ງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໃນເດືອນພະ​ຈິກ​ປີນີ້.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG