ຍັງເວລາຫລາຍກວ່າ 16 ເດືອນ ກ່ອນຈະຮອດການເລືອກຕັ້ງປະທານາທິບໍດີຄັ້ງຕໍ່ໄປໃນທ້າຍປີ 2020 ນີ້ ແຕ່ວ່າ ພວກລົງສະໝັກເລືອກຕັ້ງ 20 ຄົນຈາກພັກເດໂມແຄຣັດ ມີກຳນົດທີ່ຈະທຳການໂຕ້ວາທີກັນໃນສອງຄືນຕໍ່ໜ້ານີ້ເພື່ອໃຫ້ພວກປ່ອນບັດໃນພັກເດໂມແຄຣັດ ໄດ້ເຫັນເປັນເທື່ອທຳອິດວ່າ ພວກເຂົາເຈົ້າອາດຈະຢາກເລືອກຜູ້ໃດເປັນຜູ້ໄດ້ຮັບການແຕ່ງຕັ້ງໃຫ້ຕາງໜ້າພັກທີ່ຈະພະຍາຍາມປົດປະທານາທິບໍດີດໍໂນລ ທຣຳ, ທີ່ສັງກັດພັກຣີພັບບລິກັນນັ້ນ ອອກຈາກຕຳແໜ່ງໃຫ້ໄດ້.
ຜູ້ລົງສະໝັກເລືອກຕັ້ງຈາກພັກເດໂມແຄຣັດ 10 ຄົນ ລວມທັງສະມາຊິກສະພາສູງ ອີລີຊາເບັດ ວໍເຣັນ (Elizabeth Warren) ຈາກລັດແມັສຊາຈູແຊັສ ເປັນຜູ້ນຶ່ງ ທີ່ຢູ່ໃນຜູ້ລົງແຂ່ງຂັນທີ່ມີຄະແນນນຳໜ້າ ເພື່ອໃຫ້ໄດ້ຮັບການແຕ່ງຕັ້ງຈາກພັກໃນປັດຈຸບັນນີ້; ແລ້ວກໍມີສະມາຊິກສະພາສູງ Cory Booker ຈາກລັດນິວເຈີຊີ ແລະ ທ່ານນາງ Amy Klobuchar ຈາກລັດມິນນິໂຊຕາ; ແລະມີອະດີດ ສະມາຊິກສະພາຕ່ຳ Beto O'Rourke ຈາກລັດເທັກຊັສ ມີກຳນົດວ່າ ຈະທຳການໂຕ້ວາທີກັນໃນຄືວັນພຸດມື້ນີ້ ເປັນເວລາ 2 ຊົ່ວໂມງ. ພວກເພິ່ນຈະໄປປາກົດໂຕ ຢູ່ທີ່ນະຄອນມາຍອາມີ (Miami), ລັດຟລໍຣິດາ ແລະປາກົດໂຕຕໍ່ຜູ້ຊົມ ທາງໂທລະພາບແຫ່ງຊາດ ຫລາຍລ້ານຄົນ ອີກດ້ວຍ.
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ (Joe Biden), ທີ່ເປັນຜູ້ນຳໜ້າໃນການຖືກແຕ່ງຕັ້ງຈາກພັກ ຢູ່ໃນການສຳຫລວດທົ່ວປະເທດນັ້ນ ກຳລັງຈະເຂົ້າຮ່ວມໂຕ້ວາທີກັບພວກທີ່ອາດຈະຖືກເລືອກຕັ້ງທີ່ມີຄະນແນນນຳໜ້າ ຢູ່ໃນການໂຕ້ວາທີ ໃນຄືນວັນພະຫັດມື້ອື່ນ, ຊຶ່ງລວມທັງ ສະມາຊິກສະພາສູງ Bernie Sanders ຈາກລັດເວີມອນທ໌ ແລະທ່ານນາງ ຄາມາລາ ແຮຣິສ (Kamala Harris) ຈາກລັດຄາລິຟໍເນຍ; ເຈົ້າເມືອງ Pete Buttigieg ຈາກເມືອງ South Bend ໃນລັດອິນເດຍນາ ທາງພາກຕາເວັນຕົກຕອນກາງຂອງປະເທດ; ພ້ອມກັບຄົນອື່ນໆ ອີກ 6 ຄົນ.
ສະໜາມຂອງພວກລົງແຂ່ງຂັນທີ່ເອົາຊະນະໄດ້ຍາກ, ບວກໃສ່ກັບ ອີກ 6 ຄົນທີ່ບໍ່ມີເງື່ອນໄຂຄົບຖ້ວນຕາມມາດຕະຖານຕ່ຳສຸດຂອງຄະນະກຳມການແຫ່ງຊາດ ພັກເດໂມແຄຣັດ ເພື່ອໃຫ້ມີຄຸນນະວຸດທິພຽງພໍໃຫ້ເຂົ້າຮ່ວມການໂຕ້ວາທີນັ້ນຕ່າງ ກໍພາກັນມີຄວາມຮູ້ສຶກວ່າ ຈະມີໂອກາດທີ່ຈະເອົາທ່ານ ທຣຳລົງຈາກຕຳແໜ່ງໄດ້ ພາຍຫລັງທີ່ທ່ານດຳລົງຕຳແໜ່ງມາໄດ້ 1 ສະໄໝ ຢູ່ໃນທຳນຽບຂາວ.
ແຕ່ຢ່າງໃດກໍຕາມ ພວກປ່ອນບັດໃນພັກເດໂມແຄຣັດ ເທົ່າທີ່ຜ່ານມາກໍປາກົດວ່າ ຍັງບໍ່ທັນເປັນທີ່ແນ່ໃຈເທື່ອວ່າ ພວກເຂົາເຈົ້າກຳລັງຊອກຫາຫຍັງກັນແທ້ ຢູ່ໃນຕົວຂອງຜູ້ທີ່ເປັນມາດຕະຖານຂອງພັກຕົນ ໃນການເລືອກຕັ້ງວັນທີ 3 ພະຈິກ, ປີ 2020 ນີ້ ຊຶ່ງເປັນການເລືອກຕັ້ງທີ່ຜູ້ໃດຜູ້ນຶ່ງທີ່ຈະເປັນຜູ້ຕາງໜ້າທີ່ດີທີ່ສຸດໃຫ້ແກ່ຄວາມຄິດເຫັນ ທາງການເມືອງຂອງຕົນ ໃນເລື້ອງທີ່ມີຄວາມຂັດກັນ ເຊັ່ນ ເລື້ອງສຸຂະພາບ, ການທຳແທ້ງລູກ, ນະໂຍບາຍການຕ່າງປະເທດ, ເລື້ອງຄົນເຂົ້າເມືອງ, ພາສີ ແລະເລື້ອງອື່ນໆອີກ ຫລື ອາດຈະເປັນຜູ້ລົງສະໝັກທີ່ມີຄຸນນະພາບທີ່ເໜືອກວ່າ ທີ່ມີໂອກາດດີທີ່ສຸດ ທີ່ຈະປົດທ່ານທຣຳອອກຈາກຕຳແໜ່ງໄດ້.
ສິ່ງສຳຄັນທີ່ເປັນເລື້ອງຄົນບໍ່ຮູ້ກັນອັນນຶ່ງ ກ່ອນການໂຕ້ວາທີ ກໍຄື ພວກລົງແຂ່ງຂັນ ຈາກພັກເດໂມແຄຣັດ ຈະໃຊ້ເວລາຂອງຕົນ ເພື່ອກ່າວໂຈມຕີກັນອີກຕໍ່ໄປ ຫລືບໍ່ ຍ້ອນຄວາມແຕກຕ່າງກັນຂອງພວກເພິ່ນ ກ່ຽວກັບບັນຫາທາງນະໂຍບາຍ ຕ່າງໆ ຫລືຈະພາກັນສຸມການກ່າວໂຈມຕີໄປໃສ່ພຽງແຕ່ທ່ານ ທຣຳ ເທົ່ານັ້ນ. ພວກພັກເດໂມແຄຣັດບາງຄົນກໍໄດ້ພະຍາຍາມ ທີ່ຈະເຮັດໃຫ້ໂອກາດ ຖືກແຕ່ງຕັ້ງຈາກພັກຂອງທ່ານໄບເດັນໝົດໄປແລ້ວ ໂດຍກ່າວໂຈມຕີທ່ານໃນເລື້ອງວຽກງານ ທີ່ທ່ານໄດ້ເຮັດໃນ 40 ປີກ່ອນ ຕອນທີ່ທ່ານເປັນສະມາຊິກສະພາສູງໜຸ່ມ ທີ່ທ່ານພະຍາຍາມ ຢາກຈະສ້າງສາຍພົວພັນທາງວຽກການຢູ່ສະພາສູງກັບພວກແບ່ງແຍກຜິວພັນ ທີ່ຮຽກຮ້ອງໃຫ້ຕໍ່ຕ້ານ ບໍ່ໃຫ້ມີຄວາມສະເໝີພາບກັນລະຫວ່າງ ຄົນຜິວດຳກັບຜິວຂາວ.