ຈໍານວນຜູ້ເສຍຊີວິດຈາກໄຕ້ຝຸ່ນຂະໜາດແຮງ ທີ່ພັດຖະຫຼົ່ມເຂົ້າເກາະໃຫຍ່ລູຊອນ ຂອງ
ຟິລິບປິນ ໄດ້ເພີ້ມຂຶ້ນເຖິງ 16 ຄົນແລ້ວ.
ໄຕ້ຝຸ່ນໂກນີ (Goni) ໄດ້ພັດຖະຫຼົ່ມເກາະລູຊອນ (Luzon) ດ້ວຍລົມແຮງ 225ກິໂລແມັດ
ຕໍ່ຊົ່ວໂມງ ເຮັດໃຫ້ເປັນໄຕ້ຝຸ່ນທີ່ຮ້າຍແຮງສຸດ ພັດຖະຫຼຼົ່ມບັນດາໝູ່ເກາະ ປາຊິຟິກດັ່ງກ່າວ
ປີນີ້. ໂກນີໄດ້ໄປເຖິງຫຼັງຈາກນຶ່ງອາທິດທີ່ໄຕ້ຝຸ່ນໂມລາວີ (Molave) ໄດ້ພັດຖະຫຼົ່ມໃນເຂດ
ດຽວກັນ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 22 ຄົນ.
ທ່ານຮິດເຈີດ ກໍດອນ (Richard Gordon) ຫົວໜ້າສະພາກາແດງຟິລິບປິນ ກ່າວວ່າມີ
ເຖິງ 90 ເປີເຊັນຂອງບ້ານເຮືອນຢູ່ເກາະກາຕັງດວນ (Catanduanes) ໄດ້ຮັບຄວາມ
ເສຍຫາຍຫຼືທຳລາຍ ທີ່ຢູ່ໃນທາງຜ່ານຂອງໂກນີ ໄປຫາເກາະລູຊອນ.
ໂກນີ ໄດ້ເຮັດໃຫ້ໄຟຟ້າມອດ ພື້ນຖານໂຄງລ່າງເພພັງ ແລະ ເກີດນໍ້າຖ້ວມຮ້າຍແຮງ ຮູບ
ພາບຈາກວີດີໂອ ໃນທ້ອງຖິ່ນ ແລະສື່ສັງຄົມ ໄດ້ສະແດງໃຫ້ເຫັນ ບັນ ດາແມ່ນໍ້າລົ້ນຝັ່່ງຂຶ້ນ
ຖ້ວມ ແລະຄູ່ກັ້ນນໍ້າຖືກທຳລາຍ ບັນດາໝູ່ບ້ານຈົມຢູ່ໃຕ້ນໍ້າ ແລະສ້າງຄວາມເສຍຫາຍໃຫ້
ແກ່ບ່ອນປູກຝັງ. ພວກເຈົ້າໜ້າທີ່ຍັງກ່າວວ່າ ຂີ້ເທົ່າ ພູເຂົາໄຟຍັງໄດ້ຕົກລົງມາ ທຳລາຍ
ບ້ານເຮືອນຫຼາຍຮ້ອຍຫຼັງ ທີ່ຕັ້ງຢູ່ໃກ້ກັບພູໄຟມາຢອນ (Mayon) ທີ່ຍັງມີການເຄື່ອນໄຫວ
ຢູ່ນັ້ນ ໃນແຂວງອາລເບ (Albay.)
ເກືອບ 350,000 ຄົນ ໄດ້ພາກັນເຂົ້າໄປອາໄສຢູ່ໃນສູນກາງຫຼົບໄພ ທີ່ອົງການຄຸ້ມຄອງ
ໄພພິບັດ ໄດ້ກ່າວໃນວັນອາທິດວານນີ້ ໂຕເລກ ຫຼຸດຕໍ່າລົງເກືອບລ້ານຄົນ ທີ່ໄດ້ລາຍງານ
ໃນວັນເສົາທີ່ຜ່ານມາ. ອົງການຂ່າວຣອຍເຕີ ກ່າວວ່າ ປະທານາ ທິບໍດີໂຣດຣິໂກ ດູເຕີເຕ
ຈະທຳການກວດກາທາງເຮຶອບິນ ເຖິງຄວາມເສຍຫາຍ ຈາກໄຕ້ຝຸ່ນ ໃນວັນຈັນມື້ນີ້.
ໂກນີ ໄດ້ອ່ອນກຳລັງລົງ ໃນຂະນະທີ່ພັດຜ່ານນະຄອນຫຼວງມານິລາ ເພື່ອມຸ່ງໜ້າ ອອກໄປ
ສູ່ທະເລຈີນໃຕ້. ແຕ່ວ່ານັກພະຍາກອນອາກາດໄດ້ເຕືອນເຖິງພາຍຸອີກ ຫົວ ໃໝ່ ທີ່ມີຊືວ່າ
ອັດຊານີ (Atsani) ກຳລັງເຄື່ອນເຂົ້າສູ່ຟິລິບປິນ.