ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ ເພີ່ມ​ຂຶ້ນ​ສູງ​ກວ່າ 2,900 ຄົນ ຫຼັງ​ຈາກ​ແຜ່ນ​ດິນ​ໄຫວ ​ໃນ ໂມຣັອກໂກ


ປະຕູສີຟ້າຖືກອ້ອມຮອບດ້ວຍຊາກຫັກພັງໃນໝູ່ບ້ານ Adouz ທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກແຜ່ນດິນໄຫວຮ້າຍແຮງໃນ ໂມຣັອກໂກ ວັນທີ 12 ກັນຍາ 2023
ປະຕູສີຟ້າຖືກອ້ອມຮອບດ້ວຍຊາກຫັກພັງໃນໝູ່ບ້ານ Adouz ທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກແຜ່ນດິນໄຫວຮ້າຍແຮງໃນ ໂມຣັອກໂກ ວັນທີ 12 ກັນຍາ 2023

ຈຳນວນຜູ້ເສຍຊີວິດໃນ ໂມຣັອກໂກ ໃນປັດຈຸບັນໄດ້ເພີ່ມຂຶ້ນເປັນ 2,900 ຄົນ ຫຼັງຈາກແຜ່ນດິນໄຫວທີ່ມີຄວາມແຮງ 6.8 ໄດ້ເຮັດໃຫ້ເຂດພູ Atlas ທີ່​ສູງທາງທິດຕາເວັນຕົກສຽງໃຕ້ຂອງເມືອງມາຣາເຄັຈ (Marrakech) ສັ່ນສະເທືອນ ໃນວັນສຸກ. ມີລາຍງານຜູ້ໄດ້ຮັບບາດເຈັບຫຼາຍກວ່າ 5,500 ຄົນ, ເຊິ່ງຫຼາຍກວ່າສອງເທົ່າຂອງຕົວເລກທີ່ຜ່ານມາ. ຜູ້ລອດຊີວິດຫຼາຍຄົນຈົ່ມວ່າ ຂາດການຊ່ວຍ ເຫລືອຈາກລັດຖະບານ ໂມຣັອກໂກ.

ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້​ແມ່ນຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ 60 ກວ່າ​ປີຂອງປະ​ເທດ​ອາ​ຟຣິ​ກາ​ເໜືອ​.

ຫຼັງ​ຈາກ​ໄດ້​ປະສົບ​ກັບ​ອົງ​ປະ​ກອບຕ່າງໆເປັນເວລາ 4 ​ຄືນ​, ຊາວບ້ານ​ທີ່​ຖືກ​ປະ​ຖິ້ມ​ໃຫ້ບໍ່ມີທີ່ຢູ່ອາໄສ ຮູ້ສຶກ​ອຸກ​ອັ່ງ​ໃຈ​ກັບ​ການ​ຕອບສະໜອງ​ສຸກ​ເສີນ.

ທ້າວ ເມດີ ໄອ ບູຢາລີ (Mehdi Ait Bouyali), ອາຍຸ 24 ປີ, ໄດ້ຕິດຄ້າງຢູ່ຕາມເສັ້ນທາງຕີຊີ ເອນ ເທັທ (Tizi N'Test), ເຊິ່ງເປັນຖະໜົນທີ່ທອດຍາວທີ່ເຊື່ອມຕໍ່ເມືອງ ມາຣາເຄັຈ (Marrakech) ກັບຮ່ອມພູຊົນນະບົດຫ່າງໄກຊອກຫຼີກ. ຫຼັງຈາກນັ້ນ, ລາວໄດ້ໄປຕັ້ງຄ້າຍຢູ່ແຄມຖະໜົນຮ່ວມກັບຄົນອື່ນໆທີ່ຫຼົບໜີອອກມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG