ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງນ້ອຍ 48 ຄົນເສຍຊີວິດ ຈາກແຜ່ນດິນໄຫວຮຸນແຮງ ໃນຍີ່ປຸ່ນ


ຮູບຖ່າຍທາງອາກາດທີ່ສະໜອງໃຫ້ໂດຍ Jiji Press ສະແດງໃຫ້ເຫັນລົດກູ້ໄພທີ່ຈອດຢູ່ຂ້າງຕຶກ 7 ຊັ້ນ ທີ່ລົ້ມລົງມາໃນ ວາຈີມາ, ເທດສະບານເມືອງ ອິຊິກາວາ ໃນວັນທີ 2 ມັງກອນ 2024, ນຶ່ງມື້ ຫຼັງຈາກ ແຜ່ນດິນໄຫວທີ່ມີຄວາມຮຸນແຮງ 7.5 ໄດ້ເກີດຂຶ້ນໃນພາກພື້ນ ໂນໂຕະ ຂອງຍີ່ປຸ່ນ.
ຮູບຖ່າຍທາງອາກາດທີ່ສະໜອງໃຫ້ໂດຍ Jiji Press ສະແດງໃຫ້ເຫັນລົດກູ້ໄພທີ່ຈອດຢູ່ຂ້າງຕຶກ 7 ຊັ້ນ ທີ່ລົ້ມລົງມາໃນ ວາຈີມາ, ເທດສະບານເມືອງ ອິຊິກາວາ ໃນວັນທີ 2 ມັງກອນ 2024, ນຶ່ງມື້ ຫຼັງຈາກ ແຜ່ນດິນໄຫວທີ່ມີຄວາມຮຸນແຮງ 7.5 ໄດ້ເກີດຂຶ້ນໃນພາກພື້ນ ໂນໂຕະ ຂອງຍີ່ປຸ່ນ.

ມີ​ຢ່າງ​ນ້ອຍ 48 ຄົນ​ໄດ້​ຮັບ​ການ​ຢືນ​ຢັນ​ວ່າ​ເສຍ​ຊີ​ວິດ​ຈາກ​ແຜ່ນ​ດິນ​ໄຫວ​ຮຸນແຮງ ໃນ​ວັນ​ປີ​ໃໝ່​ ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ນອກ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ຍີ່​ປຸ່ນ.

ຄວາມເສຍຫາຍສ່ວນໃຫຍ່ຈາກແຜ່ນດິນໄຫວຄັ້ງນີ້, ເຊິ່ງອົງການອຸຕຸນິຍົມຂອງຍີ່ປຸ່ນກ່າວວ່າ ມີຄວາມຮຸນແຮງ 7.6, ໄດ້ເກີດຂຶ້ນໃນເມືອງ ອິຊິກາວະ (Ishikawa) ໃນເກາະຮອນຊູ (Honshu). ບ້ານເຮືອນ​ ​ແລະ​ຕຶກ​ອາ​ຄານ​ຫຼາຍ​ສິບ​ຫລັງ​ ​ພັງ​ຮາບລົງມາ, ໂດຍ​ບໍ່​ຮູ້​ຈຳ​ນວນ​ຄົນທີ່​ຕິດ​ຢູ່​ໃນ​ຊາກ​ຫັກ​ພັງດັ່ງກ່າວ.

ຖະໜົນຫົນທາງຫຼາຍສາຍ ຫັກອອກເປັນຕ່ອນໆ, ແລະເສັ້ນທາງບິນຂຶ້ນ-ລົງຂອງເຮືອບິນຢູ່ໃນສະໜາມບິນຂອງພາກພື້ນຢ່າງນ້ອຍນຶ່ງແຫ່ງໄດ້ແຕກແຫງ, ເຮັດເຈົ້າໜ້າທີ່ສຸກເສີນ ປະເມີນຄວາມເສຍຫາຍໄດ້ຍາກ.

​ແຜ່ນດິນ​ໄຫວ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ເກີດຄື້ນ ​ສຸ​ນາ​ມິ​ມີ ທີ່ມີ​ຄວາມ​ສູງ​ຫຼາຍກວ່າ 1 ​ແມັດ ​ພັດ​ໄປ​ທົ່ວ​ພາກ​ພື້ນ, ​ກວາດເອົາ​ລົດ ​ແລະ​ບ້ານ​ເຮືອນ​ ລົງໄປໃນ​ທະ​ເລ ​ແລະ​ຈົມເຮືອ​ຫາ​ປາ​ຫລາຍ​ລຳ.

ຄວາມເສຍຫາຍອັນໜັກໜ່ວງໃນເມືອງ ອິຊິກາວາ ເກີດຂຶ້ນໃນເມືອງທ່າເຮືອ ວາຈິມະ (Wajima), ທີ່ມີຊື່ສຽງທາງດ້ານຕະຫຼາດຕອນເຊົ້າ ແລະເຄື່ອງປັ້ນ ດິນເຜົາເຄືອບຢ່າງດີ ແລະເຄື່ອງຫັດຖະກຳພື້ນເມືອງອື່ນໆ. ແຜ່ນ​ດິນ​ໄຫວ​ດັ່ງກ່າວ ໄດ້ເຮັດໃຫ້​ເກີດ​ໄຟ​ໄໝ້​ຄັ້ງ​ໃຫຍ່ ​ທີ່​ໄດ້​ທຳ​ລາຍ​ຕຶກ​ອາ​ຄານ​ຫລາຍ​ຫລັງ. ພວກດັບເພີງໄດ້ເຮັດວຽກໝົດຄືນວັນຈັນ ເພື່ອໃຫ້ສາມາດຄວບຄຸມເພີງໄວ້ໄດ້.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຟູມິໂອະ ກິຊິດະ ກ່າວໃນວັນອັງຄານມື້ນີ້ ໃນລະຫວ່າງການພົບປະກັບເຈົ້າໜ້າທີ່ດ້ານໄພພິບັດຂອງລັດຖະບານວ່າ ໜ່ວຍຄົ້ນຫາ ແລະກູ້ໄພ ກຳລັງເຮັດວຽກ “ສູ້ກັບເວລາ” ເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍທີ່ຍັງຕິດຢູ່ໃນຊາກຫັກພັງໃນເມືອງອິຊິກາວະ.

ສະມາຊິກ​ຂອງກອງກຳ​ລັງ​ປ້ອງ​ກັນ​ຕົນ​ເອງຂອງ​ຍີ່ປຸ່ນ ປະມານ 1,000 ຄົນ ​ໄດ້​ຖືກ​ສົ່ງ​ໄປ​ທີ່​ເຂດທີ່​ປະສົບ​ໄພແລ້ວ.

ຫຼາຍກວ່າ 40,000 ຄົວເຮືອນໃນເມືອງ ອິຊິກາວະ ຍັງບໍ່ມີໄຟຟ້າໃຊ້.

ປະທານາທິບໍດີ​ສະຫະລັດ ທ່ານ ໂຈ ໄບເດັນ ກ່າວ​ວ່າ ສະຫະລັດ​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ທີ່​ຈຳ​ເປັນ ເທົ່າທີີ່ຈະ​ສາມາດ​ເຮັດ​ໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG