ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້ເສຍຊີວິດ ຈາກຕຶກຄອນໂດມີນຽມ 12 ຊັ້ນພັງ ໃນລັດຟລໍຣີດາ ເພີ້ມຂຶ້ນເປັນ 9 ຄົນ


ພວກພະນັກງານເຈາະອຸໂມງ ຢູ່ທາງກາງກ້ອງຕຶກ, ໃນຊາກຫັກພັງຢູ່ທີ່ຕຶກອາຄານ ຄອນໂດມີນຽມ Champlain Towers ກ້ຳໃຕ້, ເມື່ອວັນອາທິດ ທີ 27 ມິຖຸນາ 2021, ໃນຄຸ້ມ ເຊີຟຊາຍ (Surfside), ລັດຟລໍຣີດາ.
ພວກພະນັກງານເຈາະອຸໂມງ ຢູ່ທາງກາງກ້ອງຕຶກ, ໃນຊາກຫັກພັງຢູ່ທີ່ຕຶກອາຄານ ຄອນໂດມີນຽມ Champlain Towers ກ້ຳໃຕ້, ເມື່ອວັນອາທິດ ທີ 27 ມິຖຸນາ 2021, ໃນຄຸ້ມ ເຊີຟຊາຍ (Surfside), ລັດຟລໍຣີດາ.

ຈຳນວນຂອງຜູ້ເສຍຊີວິດ ຈາກຕຶກທີ່ພັກອາໄສຫຼືຄອນໂດມີນຽມໃນລັດຟລໍຣີດາ ໄດ້ພັງທະລາຍລົງນັ້ນ ສູງຂຶ້ນເປັນ 9 ຄົນແລ້ວໃນວັນອາທິດວານນີ້ ເຖິງແມ່ນວ່າ ພວກພະນັກງານກູ້ໄພ ຍັງສືບຕໍ່ຊອກຫາພວກຄົນອີກຫຼາຍກວ່າ 150 ຄົນ ທີ່ຍັງຫາຍສາບສູນຢູ່.

ຜູ້ປົກຄອງເມືອງໄມອາມີ-ເດດ ທ່ານນາງ ແດນນຽວລາ ເລີວີນ ຄາວາ ໄດ້ກ່າວວ່າ ຄົນຜູ້ນຶ່ງໄດ້ເສຍຊີວິດຢູ່ໃນໂຮງໝໍ ໃນຂະນະທີ່ພວກກູ້ໄພ ໄດ້ພົບເຫັນອີກຫຼາຍສົບຢູ່ໃຕ້ຊາກຫັກພັງຂະໜາດໃຫ ຍ່ ຫຼັງຈາກທີ່ພວກເຂົາໄດ້ຂຸດປ່ອງຜ່ານຊາກຫັກພັງ ທີ່ຫລົງເຫຼືອຈາກຕຶກໃຫຍ່ສ່ວນນຶ່ງຂອງອາຄານ 12 ຊັ້ນຕັ້ງຢູ່ແຄມຝັ່ງທະເລ ໄດ້ພັງຫຍຸບລົງໂດຍບໍ່ໄດ້ຮັບການເຕືອນໄພຫຼວງໜ້າເມື່ອຕອນເຊົ້າວັນພະຫັດທີ່ຜ່ານມາ.

ເຈົ້າໜ້າທີ່ໄດ້ນຳເອົາເຄືອງຈັກໜັກເຂົ້າມາຊ່ອຍໃນການຄົ້ນຫາສົບທ່າມກາງຊາກ ຫັກພັງຂອງຕຶກ ຊຶ່ງກຳລັງຖືກນຳເອົາຊິ້ນນສ່ວນໄປໄວ້ໃນສາງແຫ່ງນຶ່ງ ເພື່ອການວິເຄາະທາງນິຕິເວດ.

ບັນດາເຈົ້າໜ້າທີ່ ຍັງຫວັງວ່າ ຈະພົບເຫັນຄົນຜູ້ທີ່ຍັງມີຊີວິດຢູ່ ເຖິງແມ່ນວ່າ ມັນໄດ້ຜ່ານມາເປັນເວລາສາມວັນແລ້ວກໍຕາມ ນັບຕັ້ງແຕ່ຕຶກໄດ້ພັງລົງ.

“ຄວາມຫວັງ-ອັນນັ້ນ ເປັນສິ່ງທີ່ຂ້າພະເຈົ້າສຸມໃສ່” ຫົວໜ້າກົມດັບໄຟເມືອງໄມອາມີ-ເດດ ທ່ານອາແລນ ໂຄມິນສກີ ໄດ້ກ່າວໄປ ແລະກ່າວຕື່ມອີກວ່າ ທ່ານບໍ່ອາດຄາດໝາຍໄດ້ວ່າ ເມື່ອໃດພາລະກິດການຄົ້ນຫາແລະການກູ້ໄພ ອາດຈະຫັນປຽນເປັນການກອບກູ້ເອົາສົບພຽງເທົ່ານັ້ນ.

ທ່ານເວົ້າວ່າ “ສະນັ້ນ ຂ້າພະເຈົ້າຈະສືບຕໍ່ເຮັດອັນນັ້ນ ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້. ອັນນັ້ນກໍຄື ບອກໄປເລື້ອຍໆ. ພວກເຮົາຈະສືບຕໍ່ເຄື່ອນໄຫວ ແລະເຄື່ອນໄຫວໄປເລື້ອຍໆ ແລະຄົ້ນຫາຢ່າງໜັກເທົ່າທີ່ພວກເຮົາສາມາດເຮັດໄດ້ ດົນນານເທົ່າທີ່ພວກເຮົາສາມາດເຮັດໄດ້ ຈົນກວ່າວ່າ ພວກເຮົາຈະຕ້ອງໄດ້ຕັດສິນໃຈອັນນັ້ນ.”

ພວກພະນັກງານກູ້ໄພ ສືບຕໍ່ໃຊ້ພວກໝາດົມກິ່ນໃນການກູ້ໄພແລະເຄື່ອງໂຊນາ ເພື່ອຊອກຫາພວກຜູ້ທີ່ອາດຈະລອດຊີວິດ ທີ່ອາໄສຢູ່ໃນຕຶກກ້ຳໃຕ້ ຂອງຕຶກອາ ຄານ ຄອນໂດມີນຽມ ແຊມເປລນ ທາວເວີ (Champlain Towers) ນັ້ນ.

ຜູ້ເຄາະຮ້າຍສີ່ຄົນ ໄດ້ຖືກຊ່ອຍອອກມາຈາກຊາກຫັກພັງດັ່ງກ່າວ ໄດ້ຖືກລະບຸໂຕໄດ້ແລ້ວ ອີງຕາມທ່ານນາງ ເລີວີນ ຄາວາ ທີ່ໄດ້ກ່າວໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG